ບິລ ເກດ ແຍກທາງກັບພັນລະຍາ ສິ້ນສຸດຄູ່ຄອງ 27 ປີ

511

ບິລເກດ “Bill Gates” ໄດ້ແຍກທາງກັບເມຍ ເມລິນດາ “Melinda” ຫຼັງຈາກຢູ່ຮ່ວມກັນເປັນເວລາ 27 ປີ.

ສຳນັກຂ່າວຕ່າງປະເທດ ລາຍການເມື່ອວັນອັງຄານ ທີ 4 ພຶດສະພາ ວ່າມີຂ່າວໜ້າຕົກຕະລຶງກັບມະຫາເສດຖີຂອງໂລກ ເນື່ອງຈາກ ທ່ານ ບິລ ເກດ ຜູ້ກໍ່ຕັ້ງບໍລິສັດໄມໂຄຣຊອຟ ອາຍຸ 65 ປີ ແລະ ພັນລະຍາ ເມລິນດາ ອາຍຸ 56 ປີ ຕັດສິນໃຈຢ່າ ສິ້ນສຸດຄວາມສຳພັນຜົວ ແລະ ເມຍ ທີ່ໄດ້ໃຊ້ຊີວິດຮ່ວມກັນມາດົນ 27 ປີຫຼັງຈາກຕັດສິນໃຈວ່າທັງຄູ່ບໍ່ສາມາດໄປຕໍ່ກັນໄດ້ ແຕ່ພວກເຂົາຈະສືບຕໍ່ວຽກງານມູນລະນິທິການກຸສົນ ບິລ ແອນ ເມລິນດາ ເກດ (Bill & Melinda Gates) ຮ່ວມກັນຕໍ່ໄປ.

อาจเป็นรูปภาพของ 1 คน และกำลังยืน