ພາກຕໍ່ບຸນບັ້ງໄຟບ້ານໂພນສີມ ມີປົດຕຳແໜ່ງປະຕິບັດລະບຽບຕໍ່ຜູ້ກ່ຽວຂ້ອງ

1698

ບຸບບັ້ງໄຟທີ່ບ້ານໂພນສີມ ນະຄອນໄກສອນພົມວີຫານ ແຂວງສະຫວັນນະເຂດພາຍຫຼັງຖືກແຊສູ່ສັງຄົມອອນລາຍ ຄະນະສະເພາະກິດຂອງເມືອງໄດ້ລົງຫາຈຸດເກີດເຫດທັນທີເພື່ອຢຸດງານ ນອກຈາກນີ້ຍັງມີປົດຕຳແໜ່ງເລຂາພັກບ້ານ ແລະຈະປະຕິບັດລະບຽບຕໍ່ທຸກຄົນທີ່ມີສ່ວນຮ່ວມ ພ້ອມຈຳກັດບໍລິເວນຄົນໃນບ້ານລວມ 14 ວັນໃຫ້ແພດເຝົ້າຍາມບໍ່ຫ່າງ ເຖິງແມ່ນວ່າໃນງານດັ່ງກ່າວຈະມີພຽງຄົນພາຍໃນບ້ານກໍ່ຕາມ.


ທ່ານ ແຖ່ນແກ້ວ ພົມບິດາ ຮອງເຈົ້ານະຄອນໄກສອນ ພົມວິຫານ, ຫົວໜ້າຄະນະສະເພາະ ກິດປ້ອງກັນ ສະກັດກັ້ນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ນະຄອນໄກສອນພົມວິຫານ ໄດ້ຖະແຫລງໃນວັນທີ 3 ພຶດສະພາຜ່ານມາກ່ຽວກັບເຫດການຈັດງານບຸນບັ້ງໄຟທີ່ຈັດຂຶ້ນວ່າ: ຂ້າພະເຈົ້າຕາງໜ້າໃຫ້ແກ່ຄະນະພັກ-ຄະນະປົກຄອງນະຄອນໄກສອນພົມວິຫານ ຂໍອະໄພ ແລະ ສະແດງຄວາມຮັບຜິດຊອບຕໍ່ເຫດການຈັດບຸນບັ້ງໄຟ ຢູ່ບ້ານໂພນສິມ ໃນຄັ້ງວັນທີ 2 ພຶດສະພາ 2021 ທີ່ຜ່ານມາ, ເຊິ່ງການຈັດບຸນບັ້ງໄຟ ຂອງອຳນາດການປົກຄອງບ້ານໂພນສິມໃນຄັ້ງນີ້ ເບື້ອງຕົ້ນນາຍບ້ານໂພນສິມ ໄດ້ເຮັດໜັງສືສະເໜີມາຫາເຈົ້ານະຄອນໄກສອນ ພົມວິຫານ ໃນວັນທີ 26 ມີນາ 2021 ແລະ ຄະນະປົກຄອງນະຄອນໄກສອນ ກໍໄດ້ມີຄຳເຫັນວ່າ ໃຫ້ຈັດຕາມປະເພນີຕາມຮີດຕາມຄອງ ສຳຄັນຕ້ອງມີການປ້ອງກັນພະຍາດໂຄວິດຢ່າງເຂັ້ມງວດ, ໃນເວລານັ້ນກາລະບາດຂອງພະຍາດໂຄວິດຍັງບໍ່ມີການຕິດເຊື້ອ ແລະ ແຜ່ເຊື້ອຫລາຍ ເຈົ້ານະຄອນກໍບໍ່ໄດ້ມີຄຳສັ່ງ ຫລື ຄຳແນະນຳໃຫ້ເລື່ອນການຈັດງານ ຕາມທີ່ເຟສບຸກອອກທາງສື່ອອນລາຍນັ້ນ, ການເລື່ອນ ແລະ ການອະນຸມັດຈັດງານ ແມ່ນການຕົກລົງເຫັນດີຂອງອຳນາດການປົກຄອງບ້ານ ພ້ອມການຈັດຕັ້ງເຖົ້າແກ່ແນວໂຮມພາຍໃນບ້ານເທົ່ານັ້ນ.


ການຈັດງານບຸນບັ້ງໄຟທີ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ແມ່ນອຳນາດການປົກຄອງບ້ານເຖົ້າແກ່ແນວໂຮມ ໄດ້ມີການກະກຽມຫ້າງຫາມາແຕ່ຕອນເຊົ້າ ຂອງວັນທີ 2 ພຶດສະພາ 2021ມາເຖິງເວລາປະມານ 12 ໂມງ ໄດ້ມີການເຕົ້າໂຮມກັນ, ຈຸດປະສົງແມ່ນຈະຈັດແບບກະທັດຮັດຕາມຮີດຕາມຄອງ, ແຕ່ເມື່ອມີການເຕົ້າໂຮມກັນ ຈຶ່ງໄດ້ມີປະຊາຊົນໃນບ້ານແຫ່ມາເຕົ້າໂຮມກັນຫລາຍຂຶ້ນ ແລະ ໄດ້ມີການແຫ່ອ້ອມສິມວັດໂພນສິມໜຶ່ງຮອບ, ມີການດື່ມເຫລົ້າເບຍ, ຫລິ້ນນ້ຳເປື້ອນ, ນ້ຳມັນ ແລະ ເສບແຫ່ ຕາມຮີດຄອງປະເພນີທີ່ເຄີຍປະຕິບັດຜ່ານມາ, ເຊິ່ງມີຜູ້ເຂົ້າຮ່ວມປະມານ 200 ກວ່າຄົນ (ມີແຕ່ປະຊາຊົນພາຍໃນບ້ານ ເພາະທາງບ້ານໄດ້ສັ່ງປິດບ້ານບໍ່ໃຫ້ຜູ້ອື່ນເຂົ້າໄປຮ່ວມນຳ).

ມາຮອດເວລາປະມານ 14:00 ໂມງ ທາງຄະນະນຳນະຄອນໄກສອນ ໄດ້ເຫັນເຫດການດັ່ງກ່າວໃນເຟສບຸກ ຈຶ່ງໄດ້ຊີ້ນຳໃຫ້ຄະນະສະເພາະກິດນະຄອນໄກສອນ ລົງກວດກາ ແລະ ຢຸດການຈັດງານດັ່ງກ່າວ. ເວລາ 15:30 ໂມງ ຄະນະປົກຄອງນະຄອນ ກໍໄດ້ເອີ້ນຄະນະປົກຄອງບ້ານ ພ້ອມເຖົ້າແກ່ແນວໂຮມ ມາປະຊຸມກັນຢູ່ຫ້ອງການປົກຄອງບ້ານໂພນສິມ, ມີເຈົ້ານະຄອນ, ຮອງເຈົ້ານະຄອນ, ຜູ້ຊີ້ນຳກຸ່ມບ້ານ, ຫົວໜ້າ ປກສ ແຂວງ ຕາງໜ້າຄະນະສະເພາະກິດແຂວງ ພ້ອມດ້ວຍນາຍບ້ານ, ຮອງນາຍບ້ານ, ເຖົ້າແກ່ແນວໂຮມບ້ານເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການລາຍງານຂອງນາຍບ້ານ ແລະ ຄະນະປົກຄອງບ້ານ, ແນວໂຮມບ້ານ ກ່ຽວກັບການຈັດງານບຸນບັ້ງໄຟຂອງບ້ານໂພນສິມຄັ້ງນີ້ ອຳນາດການປົກຄອງກໍເປັນເອກະພາບກັນວ່າ ການຈັດງານບຸນບັ້ງໄຟຄັ້ງນີ້ ແມ່ນການລັກເຮັດ ແລະ ເປັນການລະເມີດຕໍ່ຄຳສັ່ງຂອງຂັ້ນເທິງ ແລະ ບໍ່ໄດ້ຮັບອະນຸຍາດ ຈາກເຈົ້ານະຄອນໄກສອນແຕ່ຢ່າງໃດ ແລະ ຜ່ານມາກໍໄດ້ຮັບຮູ້ວ່າການຂໍສະເໜີຈັດງານນັ້ນ ແມ່ນໄດ້ຖືກລົບລ້າງໄປໃນໂຕແລ້ວ ເພາະໄດ້ມີຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ຄຳສັ່ງເພີ່ມເຕີມ ຂອງທ່ານເຈົ້າແຂວງ ເລກທີ 0776/ຈຂ.ສຂ, ລົງວັນທີ 24 ເມສາ 2021 ວ່າດ້ວຍການເຫັນດີໃຫ້ປິດແຂວງ ແລະ ຄຳສັ່ງຂອງເຈົ້ານະຄອນໄກສອນພົມວິຫານ ເລກທີ 21/ຈນ,ກສ, ລົງວັນທີ 25 ເມສາ 2021 ວ່າດ້ວຍການເຫັນດີປິດນະຄອນ ໃນຂໍ້ 6 ຊຶ່ງຫ້າມບໍ່ໃຫ້ມີການຈັດກອງປະຊຸມ, ການໂຮມຊຸມນຸມ, ງານດອງ, ງານບຸນປະເພນີ, ງານທາງສາສະໜາ, ງານລ້ຽງສ້າງສັນຕ່າງໆ ເປັນອັນລະອຽດຈະແຈ້ງແລ້ວ.


ຕໍ່ກັບການລະເມີດລະບຽບການ, ຄໍາສັ່ງ, ຄຳແນະນໍາຂັ້ນເທິງ ຂອງອຳດການປົກ ຄອງບ້ານໃນຄັ້ງນີ້ ຄະນະພັກ-ຄະນະປົກຄອງນະຄອນໄກສອນ ພົມວິຫານ ແມ່ນໄດ້ປະຊຸມຄົ້ນຄວ້າ ແລະ ເປັນເອກະພາບກັນປະຕິບັດວິໄນຕໍ່ຄະນະພັກ-ຄະນະປົກຄອງບ້ານຕາມລະບຽບການຢ່າງເຂັ້ມງວດ ຄືໄດ້ປົດຕໍາແໜ່ງຜູ້ເປັນເລຂາພັກຮາກຖານ, ເລຂາໜ່ວຍພັກ ທັງເປັນນາຍບ້ານໂພນສິມ ແລ້ວໃນຕອນເຊົ້າວັນທີ 3 ພຶດສະພານີ້ ແລະ ຈະດໍາເນີນການປະຕິບັດລະບຽບຕໍ່ຜູ້ມີສ່ວນຮ່ວມ ໃນການລະເມີດຄັ້ງນີ້ຕໍ່ໄປ ຕາມການຕົກລົງເຫັນດີ ຂອງຄະນະພັກ-ຄະນະປົກຄອງນະຄອນໄກສອນພົມວິຫານ.


ສໍາລັບການປ້ອງກັນຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ ແມ່ນໄດ້ສັ່ງປິດການເຂົ້າອອກບ້ານໂພນສິມ ແຕ່ຕອນແລງວັນທີ 2 ພຶດສະພາ 2021 ເປັນຕົ້ນມາບໍ່ໃຫ້ຄົນໃນອອກບ້ານ ແລະ ບໍ່ໃຫ້ຄົນນອກເຂົ້າໃນບ້ານ ເປັນເວລາ 14 ວັນ ແລະ ໃຫ້ພະນັກງານແພດໝໍໃນໂຮງໝໍນ້ອຍຂອງບ້ານ ຕິດຕາມເບິ່ງອາການຂອງປະ ຊາຊົນຖ້າມີອາການຜິດປົກກະຕິ ໃຫ້ກວດກາພະຍາດ ແລະ ກວດຫາເຊື້ອຕໍ່ໄປ. ຂ້າພະເຈົ້າ ຕາງໜ້າໃຫ້ຄະນະປົກຄອງນະຄອນ ແລະ ຕາງໜ້າໃຫ້ຄະນະສະເພາະກິດ ນະຄອນໄກ ສອນພົມວິຫານ ຂໍຮັບຜິດຊອບຕໍ່ເຫດການຄັ້ງນີ້ຕາມລະບຽບການ.

ທີ່ມາ: ຂປລ