ຫົວພັນ ສືບຕໍ່ເຝົ້າລະວັງພະຍາດລະບາດ ໂຄວິດ-19 ຢ່າງເຂັ້ມງວດ

372

ເຖິງວ່າປັດຈຸບັນແຂວງຫົວພັນຍັງບໍ່ມີຜູ້ຕິດເຊື້ອພະຍາດລະບາດ ໂຄວິດ-19 ກໍຕາມ, ແຕ່ຄະນະນຳແຂວງກໍຄືຄະນະສະເພາະກິດຂັ້ນແຂວງຍັງສືບຕໍ່ໃຫ້ຄວາມສຳຄັນອັນດັບໜຶ່ງ ໃນການເຝົ້າລະວັງ ເພື່ອຕ້ານ ແລະ ສະກັດກັ້ນ ໂດຍໄດ້ສຸມໃສ່ເຮັດທຸກວິທີທາງ ແນໃສ່ໃຫ້ແຂວງຫົວພັນປາສະຈາກພະຍາດລະບາດດັ່ງກ່າວ.


ທ່ານ ດຣ ອຳຈະເລີນ ສອນທະວີໄຊ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງຫົວພັນ, ຕາງໜ້າຄະນະສະເພາະກິດຂັ້ນແຂວງ ລາຍງານເມື່ອວັນທີ 2 ພຶດສະພາ 2021 ຜ່ານມາໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 123/ຈຂ.ຫພ ລົງວັນທີ 22 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດ ໂຄວິດ-19. ຄະນະສະເພາະກິດຂັ້ນແຂວງໄດ້ຮີບຮ້ອນຈັດຕັ້ງປະຕິບັດປິດແຂວງ ໂດຍຕັ້ງຈຸດກັ່ນກອງເພື່ອຫາກໍລະນີສົງໄໄສ ແລະ ກໍລະນີສຳພັດຢູ່ຈຸດເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ຄືຈຸດນຳ້ເນີນ ເປັນຈຸດເຊື່ອມຕໍ່ກັບແຂວງຊຽງຂວາງ ແລະ ຈຸດຫາດສາ ເປັນເສັ້ນທາງເຊື່ອມຕໍ່ກັບແຂວງຫຼວງພະບາງ.

ມາຮອດວັນທີ 27 ເມສາ 2021 ຄະນະສະເພາະກິດຂັ້ນແຂວງໄດ້ປະເມີນຄືນ ເຫັນວ່າສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ໃນ ສປປລາວ ມີທ່າອຽງເພີ່ມຂຶ້ນ ດັ່ງນັ້ນ, ຄະນະສະເພາະກິດຂັ້ນແຂວງຈິ່ງຕົກລົງເປັນເອກະພາບອອກແຈ້ງການ ສະບັບເລກທີ 194/ຫວຂ.ຫພ ລົງວັນທີ 27 ເມສາ 2021 ວ່າດ້ວຍການເພີ່ມທະວີ ແລະ ເອົາໃຈໃສ່ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ໂດຍມີເນື້ອຫາໃຫ້ປິດການສັນຈອນລະຫວ່າງເມືອງຕໍ່ເມືອງພາຍໃນແຂວງ, ເພີ່ມຈຸດກັ່ນກອງຢູ່ບັນດາຈຸດທີ່ມີຄວາມສ່ຽງພາຍໃນເທດສະບານແຂວງ, ຈັດຕັ້ງຜັດປ່ຽນກັນປະຈຳການເພື່ອລຸດຜ່ອນຄວາມແອອັດສຳລັບພະນັກງານ-ລັດຖະກອນ, ສົ່ງເສີມໃຫ້ປະຊາຊົນປະຕິບັດຕາມມາດຕະການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນແມ່ນງົດອອກຈາກເຮືອນຖ້າບໍ່ມີກິດຈຳເປັນ, ຖ້າອອກແມ່ນໃຫ້ສວມໃສ່ຜ້າປິດປາກປິດດັງ, ຮັກສາໄລຍະຫ່າງທາສັງຄົມ, ກໍລະນີຈຳເປັນຖ້າທ່ານໃດຢາກອອກຕ່າງເມືອງແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດເທົ່ານັ້ນ. ພ້ອມດຽວກັນນີ້, ຍັງໄດ້ປຸກລະດົມ, ສົ່ງເສີມໃຫ້ພະນັກງານ, ລັດຖະກອນ, ພໍ່ແມ່ປະຊາຊົນໄປຮັບການສັກຢາກັນພະຍາດໂຄວິດ-19 ໂດຍເປີດໃຫ້ບໍລິການທຸກວັນຢູ່ໂຮງໝໍແຂວງ ແລະ ໂຮງໝໍ 9 ເມືອງ ເຊິ່ງຫວ່າງບໍ່ດົນມານີ້ແຂວງຫົວພັນໄດ້ຮັບວັກຊິນກັນພະຍາດໂຄວິດ-19 ເພີ່ມຕື່ມ 20 ພັນໂດສ ແລະ ເບື້ອງຕົ້ນນຳໄປແບ່ງໃຫ້ໂຮງໝໍເມືອງລະ 1.200 ໂດສ ເພື່ອສັກໃຫ້ບັນດາກຸ່ມເປົ້າໝາຍສ່ຽງ ແລະ ປະຊາຊົນທົ່ວໄປ.


ໃນຂະນະດຽວກັນ, ທ່ານ ດຣ ນາງ ໄຫວພອນ ຈັນທະວີຄຳ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກ ສາທາລະນະສຸກແຂວງ ເຊິ່ງເປັນພາກສ່ວນຮັບຜິດຊອບໂດຍກົງໃນການຈັດຕັ້ງປະຕິບັດຄຳສັ່ງຂອງຄະນະສະເພາະກິດຂັ້ນແຂວງ ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ເມສາ 2021 ເປັນຕົ້ນມາ, ໄດ້ຈັດແບ່ງທີມງານແພດໝໍສົມທົບກັນກຳລັງເຈົ້າໜ້າທີ່ ປກສ ແຂວງລົງປະຈຳຢູ່ບັນດາຈຸດທີ່ມີຊຸມຊົນແອອັດຈຳນວນ 4 ຈຸດຄື: ຈຸດຕະຫຼາດໃຫຍ່, ຈຸດຕະຫຼາດຂາຍຊີ້ນ, ຈຸດຕະຫຼາດພັນເຊິນ ແລະ ຈຸດຕະຫຼາດເມືອງຊຳເໜືອ. ຜ່ານການຈັດຕັ້ງປະຕິບັດສາມາດກວດກາ ແລະ ກັ່ນກອງຄົນເຂົ້າອອກໄດ້ເກືອບ 14 ພັນເທື່ອຄົນ. ທັງນີ້, ເພື່ອເປັນການກັ່ນກອງຫາກໍລະນີຕິດເຊື້ອເພື່ອຄວບຄຸມແກ້ໄຂໃຫ້ທັນເວລາ.

ໂອກາດດຽວກັນນີ້, ທ່ານໝໍ ນາງ ວັນທອງ ແພງຊຸມມາ ຫົວໜ້າຈຸດກັ່ນກອງຕະຫຼາດໃຫຍ່ກ່າວວ່າ: ການກັ່ນກອງແມ່ນເນັ້ນໃສ່ການວັດແທກອຸນຫະພູມ, ແຈກຜ້າປິດປາກປິດດັງໃຫ້ຜູ້ທີ່ມາໃຊ້ບໍລິການຢູ່ຕະຫຼາດ ເຊິ່ງຜ່ານການຈັດຕັ້ງປະຕິບັດນັບແຕ່ທ້າຍເດືອນເມສາເປັນຕົ້ນມາເຫັນວ່າປະຊາຊົນໃຫ້ຄວາມຮ່ວມມືເປັນຢ່າງດີ ແລະ ຍັງບໍ່ທັນກວດເຫັນກໍລະນີໃດທີ່ສົງໄສ. ໃນລະຫວ່າງການປະຕິບັດງານແຕ່ລະຄັ້ງແມ່ນໄດ້ຮັບອຸປະກອນຮັບໃຊ້-ປ້ອງກັນພະຍາດໂຄວິດ-19 ຈາກຂັ້ນເທິງຢ່າງຄົບຖ້ວນ ພ້ອມທັງ ໄດ້ຮັບການສະໜັບສະໜູນ, ອຸປະຖຳທາງດ້ານດ້ານວັດຖຸປັດໄຈຈາກພໍ່ແມ່ປະຊາຊົນ ແລະ ພໍ່ຄ້າຊາວຂາຍຢ່າງເນື່ອງນິດລຽນຕິດຕະຫຼອດມາ.

ຕອນທ້າຍ, ທ່ານຜູ້ຕາງໜ້າຄະນະສະເພາະກິດຂັ້ນແຂວງໄດ້ຮຽກຮ້ອງໃຫ້ປະຊາຊົນທົ່ວແຂວງຫົວພັນຈົ່ງພ້ອມກັນໄປສັກວັກແຊັງກັນພະຍາດ, ເປັນເຈົ້າການໃນການຕິດຕາມກວດກາການລັກລອບເຂົ້າເມືອງໂດຍບໍ່ຜ່ານຈຸດກັ່ນກອງ, ປະຕິບັດການດຳລົງຊີວິດແບບໃໝ່ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມມາດຕະການປ້ອງກັນ, ຄວບຄູມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເພື່ອເຮັດໃຫ້ແຂວງຫົວພັນປາສະຈາກພະຍາດລະບາດ ໂຄວິດ-19.

ຂ່າວ-ພາບ: ໄອແກ້ວ