ຂັບລົດຍາມຝົນຕ້ອງລະວັງອາການເຫີນນໍ້າ

0
1850

ໄລຍະນີ້ເຂົ້າສູ່ລະດູຝົນ ຮູ້ຫຼືບໍ່ ເປັນຊ່ວງເວລາທີ່ມີຄວາມສ່ຽງຈະເກີດອຸບັດເຫດຈາກການເຫີນນໍ້າ ສູງສຸດຄື 10 ນາທີທໍາອິດຫຼັງຈາກທີ່ຝົນຕົກ ເນື່ອງຈາກນໍ້າຖືກປະສົມກັບນໍ້າມັນ ແລະ ຂີ້ຝຸ່ນທີ່ຕົກຄ້າງໃນພື້ນຖະໜົນ. ຝົນຕົກທີ່ເບິ່ງຄືວ່າຈະບໍ່ມີອັນຕະລາຍ ແຕ່ອາດເປັນສາຍເຫດ ຂອງການເກີດອຸບັດຕິເຫດ ຄັ້ງໃຫຍ່ເທິງເສັ້ນທາງໄດ້.

AQUAPLANING ຫຼື HYDROPLANING ຫຼື ອາການເຫີນນໍ້າ ເປັນບັນຫາທີ່ເຮັດໃຫ້ການຂັບລົດ ຜ່າສາຍຝົນເປັນເຫດການທີ່ເປັນອັນຕະລາຍ ຈະເກີດຂຶ້ນເມື່ອຝົນຕົກມີນໍ້າຖ້ວມຂັງໃນພື້ນຖະໜົນ ແລະ ເກີດເປັນຊັ້ນນໍ້າລະຫວ່າງພື້ນເສັ້ນທາງກັບຢາງລົດ ເຮັດໃຫ້ສູນເສຍການເກາະເສັ້ນທາງຂອງຢາງລົດ ເປັນສາຍເຫດເຮັດໃຫ້ຜູ້ຂັບຂີ່ບໍ່ສາມາດຄວບຄຸມບັງຄັບ ຫຼື ເບຣກໄດ້ ແລະ ຢ່າງຕີນລົດບໍ່ສາມາດຕິດກັບເສັ້ນທາງ ເຮັດໃຫ້ລົດປີ່ນ ຫຼື ບໍ່ກໍ່ມື່ນໄຫຼໄປຕາມແຮງສົ່ງຂອງລົດ ພາໃຫ້ເກີດອຸບັດເຫດ.


ຖ້າຫາກກໍລະນີໂຊກບໍ່ດີ ບໍ່ສາມາດບັງຄັບລົດໃນເສັ້ນທາງທີ່ມີນໍ້າຖ້ວມຂັງຂະໜາດນໍ້າ 2,5 ມີນລີແມັດ ໄດ້ໃນຂະນະທີ່ໃຊ້ຄວາມໄວ 70ກີໂລແມັດຕໍ່ຊົ່ວໂມງ ນໍ້າທີ່ຂັ້ນກາງລະຫວ່າງຕີນລົດ ແລະ ເສັ້ນທາງ ເຮັດໃຫ້ໜ້າຢາງບໍ່ສາມາດສໍາຜັດກັບພື້ນຖະໜົນໄດ້ໂດຍກົງ ແລະ ເຮັດໃຫ້ ລົດມື່ນໄຫຼ.


ສາຍເຫດຂອງບັນຫາດັ່ງກ່າວເກີດຈາກຢາງ ບໍ່ສາມາດຮີດນໍ້າອອກຈາກເສັ້ນທາງໄດ້ ໝາຍເຖິງຕີນລົດບໍ່ສາມາດກໍາຈັດນໍ້າອອກຈາກທາງໄດ້ຢ່າງວ່ອງໄວ ເພື່ອໃຫ້ໜ້າຢາງຕີນລົດ ແລະ ພື້ນເສັ້ນທາງສໍາຜັດກັນ ເຊິ່ງຖ້າຢາງລາຄາແພງມີຄຸນນະພາບດີໃນການຮີດນໍ້າໃຫ້ອອກປະມານ 1 ຄຸອອກຈາກພຶ້ນເສັ້ນທາງທຸກໆ 7 ວິນາທີ.


ທີ່ຕ້ອງຍົກເອົາບັນຫານີ້ມາເລົ່າສູ່ທ່ານຜູ້ອ່ານຟັງເນື່ອງຈາກມີສະຖິຕິບັນທຶກໄວ້ໃນປີ 2015 ມີຜູ້ເສີຍຊີວິດ ຫຼື ບາດເຈັບສາຫັດຈໍານວນ 2.918 ຄົນໃນປະເທດອັງກິດ ສາເຫດຈາກພື້ນເສັ້ນທາງທີ່ມີນໍ້າຖ້ວມຂັງເປັນໄລຍະຕາມເສັ້ນທາງ. ແລ້ວເຮົາຈະຮັບມືສາເຫດດັ່ງກ່າວໄດ້ແນວໃດ?


ຄວາມຈີງແລ້ວຜູ້ຂັບລົດຈະຮູ້ສຶກໄດ້ທັນທີ ເມື່ອເກີດອາການເຫີນນໍ້າ ເພາະທິດທາງຂອງລົດຈະຜິດປົກະຕິ ເຄື່ອງຈັກສົ່ງສຽງດັງຂຶ້ນ ພວງມາໄລຈະເບົາຂຶ້ນ ແລະ ຊ່ວງທ້າຍລົດຈະແກວ່ງ ສ່ວນໃຫຍ່ຜູ້ຂັບລົດຈະຕື່ນຕົກໃຈກັບເຫດການດັ່ງກ່າວ ແລະ ສັນຊາດຕະຍານຈະສັ່ງໃຫ້ຢຽບເບຣກລົດ ແຕ່ການຢຽບເບຣກລົດຍິ່ງ ຈະພາໃຫ້ສະຖານະການຮ້າຍແຮງຂຶ້ນ.


ວິທີແກ້ ທ່ານຈະຕ້ອງຄ່ອຍໆ ຖອນຄັນເລັ່ງ ແລະ ບັງຄັບພວງມາໄລ ຈົນກວ່າຕີນລົດຈະເກາະກັບພື້ນເສັ້ນທາງອີກຄັ້ງຫາກຕ້ອງການຫຼຸດຄວາມສ່ຽງ ທ່ານສາມາດຫຼຸດຄວາມໄວລົງເມື່ອພົບພື້ນເສັ້ນທາງທີ່ປຽກ ແລະ ໝັ້ນໃຈວ່າຢາງຕີນລົດຢູ່ໃນສະພາບດີຢູ່ສະເໝີ. ສິ່ງສໍາຄັນ ຜູ້ຂັບຂີ່ລົດຕ້ອງລະມັດລະວັງຄືນໍ້າຖ້ວມຂັງຂະໜາດນ້ອຍເທິງເສັ້ນທາງ ເນື່ອງຈາກສ່ຽງຕໍ່ການເຫີນນໍ້າໄດ້.

LEAVE A REPLY

Please enter your comment!
Please enter your name here