ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຖະແຫຼງກ່ຽວກັບການຂົນສົ່ງໂດຍສານ ແລະ ສິນຄ້າ ໃນໄລຍະການຕ້ານ ພະຍາດໂຄວິດ-19

858

ການຈັດຕັ້ງປະຕິບັດຕົວຈິງ ຕໍ່ກັບແຈ້ງການ 242/ຍທຂ ເລື່ອງການຂົນສົ່ງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໄລຍະຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ມາຮອດປະຈຸບັນຜ່ານການປະຕິບັດຕົວຈິງໄດ້ 10 ວັນ ນັບແຕ່ວັນທີ 23 ເມສາ ພາຍຫຼັງໄດ້ອອກແຈ້ງການໂດຍລວມເຫັນວ່າປະຕິບັດໄດ້ດີ, ແຕ່ກໍ່ຍັງມີບາງບັນຫາທີ່ຍັງຫຍຸ້ງຍາກໃນເບື້ອງຕົ້ນ.


ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ3 ພຶດສະພາ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວ່າ: ກ່ຽວກັບການຂົນສົ່ງໂດຍສານ ແລະ ສິນຄ້າ ຢູ່ ສປປ ລາວ ໃນໄລຍະສືບຕໍ່ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ສະບັບເລກທີ 242/ຍທຂ ລົງວັນທີ 23 ເມສາ 2021 ຊຶ່ງເປັນການຜັນຂະຫຍາຍຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ແລະ ແນໃສ່ເຮັດໃຫ້ວຽກງານຂົນສົ່ງສິນຄ້າໄດ້ດໍາເນີນໄປປົກກະຕິໃນຊ່ວງລະບາດພະຍາດດັ່ງກ່າວ ຊຶ່ງຜ່ານການຈັດຕັ້ງປະຕິບັດຕົວຈິງມາໄດ້ 10 ວັນ ນັບແຕ່ວັນທີ 23 ເມສາ ມາຮອດປັດຈຸບັນ ພາຍຫລັງໄດ້ອອກແຈ້ງການໂດຍລວມແລ້ວ ເຫັນວ່າປະຕິບັດໄດ້ດີ, ແຕ່ກໍ່ຍັງມີບາງບັນຫາດັ່ງນີ້:


1. ໃນການປະຕິບັດມາດຕະການຄ່ຽນຖ່າຍສິນຄ້າ ປະເພດທີ່ຕ້ອງໄດ້ຄ່ຽນຖ່າຍ ຢູ່ບາງຈຸດເບື້ອງດ່ານຊາຍແດນລາວ-ໄທ (ດ່ານຂົວມິດຕະພາບ 1) ເບື້ອງຕົ້ນເກີດມີການສະງັກຊັກຊ້າຍ້ອນ: 1) ຍັງຂາດຄວາມພ້ອມການຄ່ຽນຖ່າຍຂອງບໍລິສັດຂົນສົ່ງຢູ່ເບື້ອງລາວ; 2) ການປະຕິບັດມາດຕະການຄຽນຖ້າຍດັ່ງກ່າວມີການເພີ່ມຂັ້ນຕອນຂຶ້ນຕື່ມ; 3) ປະລິມານລົດຂົນສົ່ງສິນຄ້າເຂົ້າ ຈໍານວນປົກກະຕິ (ສະເລ່ຍ ດ່ານຂົວມິດຕະພາບ 1 ແມ່ນ300-500 ຖ້ຽວ/ມື້, ດ່ານລາວ-ຈີນ 700 ຖ້ຽວ/ມື້). ແຕ່ເຖິງຢ່າງໃດກໍດີ ຕາມການລາຍງານຄວາມຫຍຸ້ງຍາກດັ່ງກ່າວເຫັນວ່າຄ່ອຍໆໄດ້ຮັບການແກ້ໄຂສະດວກວ່ອງໄວດີຂຶ້ນເທື່ອລະກ້າວ.


2. ການຂົນສົ່ງປະເພດສິນຄ້າທີ່ອະນຸຍາດໃຫ້ຂົນສົງເຖິງປາຍທາງ ໂດຍລວມເຫັນວ່າປະຕິບັດໄດ້ຕາມປົກກະຕິ ຕາມຄຳສັ່ງເລກທີ 15/ນຍ ແລະ ມາດຕະການແຈ້ງການ 242/ຍທຂ ກຳນົດອອກ, ແຕ່ກໍເຫັນວ່າມີຄວາມຫຍຸ້ງຍາກໃນເວລາຜ່ານຊາຍແດນລະຫວ່າງແຂວງ-ແຂວງ, ແຂວງ-ນະຄອນຫລວງ, ເມືອງ-ເມືອງທົ່ວປະເທດ ຊຶ່ງເບື້ອງຄະນະສະເພາະກິດຂັ້ນແຂວງ, ນະຄອນຫລວງ ກໍມີມາດຕະການປ້ອງກັນໂຄວິດ-19 ສະເພາະຂອງຕົນ; ແຕ່ເຖິງຢ່າງໃດກໍຕາມ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍຄືຄະນະສະເພາະກິດຂອງກະຊວງ ໄດ້ເອົາໃຈໃສ່ຕິດຕາມ, ຊຸກຍູ້, ປະສານນຳບັນດາພະແນກ ຍທຂ ທົ່ວປະເທດ ໃຫ້ປະສານສົມທົບກັບຄະນະສະເພາະກິດແຂວງຕົນ, ທັງໃຫ້ມີຄວາມເຂົ້າໃຈເອກະພາບໃນທົ່ວຂະແໜງສາຍຕັ້ງ ຍທຂ ເພື່ອແກ້ໄຂການຂົນສົ່ງສິນຄ້າໃຫ້ໂລ່ງລ່ຽນປົກກະຕິ.

ສະນັ້ນ, ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງກັບການຂົນສົ່ງສິນຄ້າ ຈົ່ງປະຕິບັດຕາມຄໍາສັ່ງ 15/ນຍ, ແຈ້ງການ 242/ຍທຂ ຢ່າງເຂັ້ມງວດເອກະພາບກັນ ຈົນກວ່າຈະມີການປ່ຽນແປງໃໝ່ ເພື່ອເຮັດໃຫ້ເຈົ້າໜ້າທີ່ສາມາດກວດກາໄດ້ງ່າຍ ແລະ ອຳນວຍຄວາມສະດວກໃຫ້ໄປຮອດຈຸດໝາຍປາຍທາງ.


ໃນຂະນະທີ່ດ້ານການສັນຈອນໄປ-ມາ ຂອງພົນລະເຮືອນທີ່ອາໄສຢູ່ພາຍໃນບ້ານ, ເມືອງ, ແຂວງ, ນະຄອນຫລວງແມ່ນເຫັນດີປະຕິບັດຕາມມາດຕາການໃນຄໍາສັ່ງ 15/ນຍ; ມາດຕາການຄະນະສະເພາະກິດແຂວງ, ນະຄອນຫລວງ.

ຂ່າວ: ສັນຕິ, ພາບ: ຄຳສອນ