ມາຣິນ ຄວ້າແຊັມດອກປີກໄດ້ຊີງແຊັມເອີຣົບ ສະໄໝທີ 5 ລຽນຕິດໄປຕາມຄາດ

492

ຄາໂຣຄິນາ ມາຣິນ ນັກກີລາດອກປີກໄກ່ມືວາງອັນດັບ 1 ຂອງໂລກຄວ້າແຊັມການແຂ່ງຂັນລາຍການ ຢູໂຣປ້ຽນ ແຊັມປ້ຽນຊິບ ຫຼື ຊີງແຊັມເອີຣົບ 2021 ທີ່ນະຄອນຫຼວງຄຽບ ປະເທດອູແກຣນ ໄປຕາມຄາດໝາຍ ເມື່ອວັນທີ 2 ພຶດສະພາ 2021 ເຊິ່ງເປັນລາຍການເກັບຄະແນນສົມສົມໄປແຂ່ງ ໂອແລມປິກ 2020 ທີ່ປະເທດຍີ່ປຸ່ນ ທີ່ເລື່ອນມາຈັດໃສ່ໃນກາງປີ 2021.

.

ມາຣິນ ຈາກແອັດສະປາຍ ສາມາດເອົາຊະນະ ລີເນ່ຍ ຄຣິສໂຕເຟີສັນ ມືວາງອັນດັບ 7 ຂອງລາຍການ 2-0 ເຊັດ 21-13 ແລະ 21-18 ໃຊ້ເວລາແຂ່ງຂັນພຽງ 37 ນາທີ.

ແຊັມຄັ້ງນີ້ເຮັດໃຫ້ ມາຣິນ ຄວ້າແຊັມເປັນສະໄໝທີ 5 ລຽນຕິດກັນຫຼາຍທີ່ສຸດນັບແຕ່ມີການແຂ່ງຂັນດອກປີກໄກ່ຊີງແຊັມເອີຣົບ.