ນ້ຳໃຈຈາກກອງທັບຫວຽດນາມ ສົ່ງເຖິງກອງທັບປະຊາຊົນລາວ

436

ສອງປະເທດອ້າຍນ້ອງລາວ-ຫວຽດນາມບໍ່ວ່າຍາມສົງຄາມ ຫຼື ສັນຕິພາບຍັງຢືດໝັ້ນນ້ຳໃຈຊ່ວຍເຫຼືອເຊິ່ງກັນ ແລະກັນຕະຫຼອດມາ ຕອນນີ້ມີໂຄວິດລະບາດແຮງຢູ່ລາວ ພີ່ນ້ອງຫວຽດນາມກໍ່ຮີບໂຮມກຳລັງຊັບ ແລະວັດຖຸສິ່ງຂອງເທົ່າທີ່ມີສົ່ງມາຊ່ວຍເຫຼືອ ໃນຂະນະທີ່ປະເທດຫວຽດນາມເອງກໍ່ຍັງຜະເຊີນກັບບັນຫາໂຄວິດຢູ່ເຊັ່ນດຽວກັນກັບບ້ານເຮົາ.

ໂດຍວັນທີ 3 ພຶດສະພາ 2021 ນີ້ຢູ່ ດ່ານສາກົນ ນໍ້າພາວ-ເກົາແຈ່ວ ໄດ້ມີພິທີມອບ-ຮັບ ອຸປະກອນເຄື່ອງມືການແພດ ລະຫວ່າງ ກອງທັບ ປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ ກ່າວມອບໂດຍ ສະຫາຍ ພົນຈັດຕະວາ ຫງວຽນ ຮຸ່ງຖັງ ຮອງຫົວໜ້າກົມໃຫຍ່ ຫົວໜ້າກົມເສນາທິການ ກົມໃຫຍ່ພະລາທິການ, ກ່າວຮັບໂດຍ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ ພະລາທິການກອງທັບ ມີພາກສ່ວນກ່ຽວຂ້ອງສອງຝາຍເຂົ້າຮ່ວມ.

ອີງຕາມການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ດັ່ງນັ້ນກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານທາງການແພດ ຈໍານວນ 4 ສະຫາຍ ພ້ອມອຸປະກອນເຄື່ອງມືທາງການແພດຈໍານວນ 12 ໂຕນ ປະກອບມີ: ຜົງ ໂຄຣລາມິນບີ( cloamin b ) 500 ກິໂລ, ຜ້າອັດປາກ N95: 5.000 ອັນ, ຜ້າອັດປາກແພ 100.000 ອັນ, ເຄື່ອງນຸ່ງປ້ອງກັນ PCD ລະດັບ4: 5.000 ຊຸດ. ນໍ້າຢາລ້າງມື 1.000 ຂວດ, ຊຸດກວດຕົວຢ່າງຫາເຊື້ອພະຍາດ 1.000 ອັນ ແລະ ເຄື່ອງວັດແທກອຸນຫະພູມ 100 ອັນ.

ການມອບເຄື່ອງມືອຸປະກອນການແພດໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງສາຍພົວພັບຮ່ວມມືພິເສດ, ຄວາມສາມັກຄີພິເສດລະຫວ່າງສອງຊາດລາວ-ຫວຽດນາມ ອ້າຍນ້ອງທີ່ປະຕິບັດກັນມາຢ່າງສະເໝີຕົ້ນສະເໝີປາຍ, ສະຫາຍພົນຕີ ຄໍາເພັດ ສີຊານົນ ຕ່າງໜ້າໃຫ້ລັດຖະບານກໍ່ຄືປະຊາຊົນລາວບັນດາເຜົ່າ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງ ລັດຖະບານກໍ່ຄືກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອຸປະກອນເຄື່ອງມືທາງການແພດ ແລະ ຄະນະຊ່ຽວຊານທາງການແພດ ເພື່ອຊ່ວຍເຫຼືອປ້ອງກັນ ແລະ ສະກັດກັ້ນຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້.

ຂ່າວຈາກ: ກອງທັບ