ມາເລເຊຍ ຕັດສິນໃຈໃຫ້ ແອສຕຣາເຊເນກາ ເປັນວັກແຊັງທາງເລືອກ

573

ການນຳໃຊ້ວັກແຊັງປ້ອງກັນໂຄວິດ-19ຂອງແອສຕຣາເຊເນກາ (AstraZeneca / Oxford) ໃນປະເທດມາເລເຊຍ ແມ່ນບໍ່ໄດ້ກຳນົດໃຫ້ເປັນວັກແຊັງຫຼັກ ໂດຍພາກລັດໃຫ້ປະຊາຊົນເປັນຄົນຕັດສິນໃຈເລືອກເອງ.

ສຳນັກຂ່າວຕ່າງປະເທດລາຍງານຈາກກົວລາລຳເປີ ມາເລເຊຍ ໃນວັນຈັນ ທີ 3 ພຶດສະພາ ວ່າ ທ່ານໄຄຣີ ຈາມາລູດດິນ ລັດຖະມົນຕີກະຊວງວິທະຍາສາດມາເລເຊຍ ກ່າວ ກ່ຽວກັບໂຄງການສັກຢາປ້ອງກັນໂຄວິດ-19 ໃຫ້ແກ່ປະຊາຊົນທົ່ວປະເທດ ວ່າ ໃນອາທິດນີ້ຈະທະຍອຍສັກວັກແຊັງແອສຕຣາເຊເນກາ/ອັອກຟອດ ທີ່ມາເລເຊຍໄດ້ຮັບຈາກໂຄງການໂຄແວັກຂອງອົງການອະນາໄມໂລກ (WHO) ຊຸດທຳອິດຈຳນວນ 268.000 ໂດສ ໃຫ້ບໍລິການແກ່ປະຊາຊົນ ສົມທົບກັບວັກແຊັງໄຟເຊີ/ໄບໂອເອັກເທັກ (Pfizer / Biotech) ແລະ ຊິໂນແວັກ (Sinovac).

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม

ຢ່າງໃດກໍຕາມ, ໃນສ່ວນຂອງວັກແຊັງແອສຕຣາເຊເນກາ ຈະຖືກຈັດເປັນ “ວັກແຊັງທາງເລືອກ” ຫຼື ບໍ່ແມ່ນວັກແຊັງຫຼັກຂອງໂຄງການ ໝາຍຄວາມວ່າ ໃຫ້ປະຊາຊົນເປັນຄົນຕັດສິນໃຈດ້ວຍຕົນເອງວ່າຈະຮັບວັກແຊັງຍີ່ຫໍ້ດັ່ງກ່າວ ຫຼື ບໍ່ ແລະ ຕ້ອງໄດ້ລົງທະບຽນເພື່ອຈອງຄິດສັກລ່ວງໜ້າເຊັ່ນກັນ. ໂດຍມີປະຊາຊົນມາເລເຊຍໄດ້ລົງທະບຽນຮັບຢາປ້ອງໂຄວິດ-19 ຍີ່ຫໍ້ແອສຕຣາເຊເນກາເຕັມໂຄຕ້າຊຸດທຳອິດແລ້ວ.

อาจเป็นรูปภาพของ เด็ก, กำลังนั่ง, กำลังยืน และสถานที่ในร่ม

ທັງນີ້ ທ່ານໄຄຣີ ຈາມາລູດດິນ ກ່າວວ່າ ລັດຖະບານເຂົ້າໃຈເຖິງຄວາມກັງວົນຂອງປະຊາຊົນ ເຖິງຜົນຂ້າງຄຽງທີ່ຮ້າຍແຮງເຊິ່ງອາດຈະເກີດຂຶ້ນຈາກການສັກວັກແຊັງແອສຕຣາເຊເນກາ ຈຶ່ງຕັດສິນໃຈໃຫ້ວັກແຊັງດັ່ງກ່າວເປັນອີກທາງເລືອກຂອງໂຄງການ ແຕ່ ຢືນຢັນວ່າ ຜົນຂ້າງຄຽງຈາກວັກແຊັງແອສຕຣາເຊເນກາທີ່ຫຼາຍໆຝ່າຍມີຄວາມກັງວົນກ່ຽວກັບອາການຫຼິ້ມເລືອດອຸດຕັນນັ້ນ “ມີໂອກາດເກີດຂຶ້ນໄດ້ໜ້ອຍຫຼາຍ” ແລະ ການສັກວັກແຊັງຍີ່ຫໍ້ດັ່ງກ່າວໃຫ້ຜົນປະໂຫຍດດ້ານພູມຕ້ານທານ ໃນລະດັບທີ່ສູງກວ່າແນວໂນ້ມທີ່ຈະເກີດມີປະຕິກິລິຍາຮ້າຍແຮງ.