ເມືອງເມິງ ແຂວງບໍ່ແກ້ວສືບຕໍ່ສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19

282

ວັນທີ 3 ພຶດສະພາ 2021 ນີ້ ຫ້ອງການສາທາລະນະສຸກເມືອງເມິງ ແຂວງ ບໍ່ແກ້ວ ໄດ້ຈັດການສັກວັກແຊັງ ຫລື ວັກຊີນ ຮອບໃໝ່ໃຫ້ແກ່ພົນລະເມືອງໃນຂອບເຂດທົ່ວເມືອງເມິງ ເຊິ່ງວັກແຊັງທີ່ນຳມາສັກໃນຄັ້ງນີ້ເປັນວັກແຊັງ ຊີໂນຟາມ ໃນຈຳນວນ 500 ໂດສໂດຍຈະສັກໃຫ້ບຸກຄົນກຸ່ມສ່ຽງ ແລະ ປະຊາຊາຊົນທົ່ວໄປຜູ້ທີ່ມີອາຍຸແຕ່ 18 ປີ ຫາ 60 ປີ.

ທ່ານ ສົມສັກ ແສງຄຳປວນ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງເມິງ ໄດ້ໃຫ້ສຳພາດວ່າ: ການສັກວັກແຊັງຢູ່ເມືອງເມິງ ໄດ້ສັກເປັນຄັ້ງທີສາມແລ້ວ, ເຊິ່ງຄັ້ງທຳອິດສັກວັກແຊັງ ຊີໂນຟາມ ຈຳນວນ 914 ໂດສ,ຄັ້ງທີ່ສອງ ເປັນວັກແຊັງ Astrazeneca ຈຳນວນ 100 ໂດສ ແລະ ຄັ້ງທີ່ 3 ນີ້ ເປັນວັກຊິໂນຟາມ ຈຳນວນ 500 ໂດສ.


ທ່ານຍັງໃຫ້ຮູ້ອີກວ່າ: ແຕ່ນີ້ເປັນຕົ້ນໄປ ທາງຫ້ອງການສາທາລະນະສຸກເມືອງ ແມ່ນຈະສືບຕໍ່ສັກວັກແຊັງທີ່ໄດ້ຮັບການຊ່ວຍເຫຼືອໃຫ້ແກ່ປະຊາຊົນທຸກພາກສ່ວນຢູ່ພາຍໃນເມືອງຕາມຫຼັກການແພດໝໍໃນແຕ່ລະຮອບຈົນກວ່າການລະບາດຂອງພະຍາດໂຄວິດ19 ຈະຍຸດເຊົາ ເພື່ອປ້ອງກັນຄວາມສ່ຽງ ແລະ ການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ທີ່ພວມກຳລັງແຜ່ລະບາດຢູ່ໃນລາວໂດຍສະເພາະຢູ່ແຂວງບໍ່ແກ້ວແມ່ນມີຜູ້ຕິດເຊື້ອແລ້ວຈຳນວນໜຶ່ງ

ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນຢູ່ໃນສັງຄົມພາຍໃນເມືອງເມິງຈົ່ງຮ່ວມແຮງຮ່ວມໃຈກັນເຝົ້າລະວັງ ດ້ວຍການປະຕິບັດມາດຕະການຕາມທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ໂດຍໃຫ້ພາກັນຈຳກັດຕົນເອງຢູ່ເຮືອນ ຫ້າມບໍ່ໃຫ້ອອກມາຂ້າງນອກໂດຍບໍ່ຈຳເປັນ ຖ້າຈະອອກມານອກຊື້ເຄື່ອງຂອງກໍໃຫ້ໃສ່ຜ້າອັດປາກອັດດັງ ແລະ ຮັກສາໄລຍະຫ່າງ 1 ແມັດ,ໝັ່ນລ້າງມືດ້ວຍສະບູ ຫຼື ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າແຕ່ 70% ຂຶ້ນໄປ ແລະ ອາບນ້ຳທຸກຄັ້ງເວລາອອກໄປຂ້າງນອກກັບມາຮອດເຮືອນ.

ຂ່າວ: ພູມມາ