ນາຍົກອິນເດຍ ຍັງບໍ່ lockdown ປະເທດ ແຕ່ປະຊາຊົນຍັງຕິດເຊື້ອມື້ລະ 3 ແສນຄົນ

3406

ນາຍົກລັດຖະມົນຕີນາເຣນທຣາ ໂມດີ ຍັງບໍ່ມີນະໂຍບາຍ Lockdown ອິນເດຍ ຂະນະທີ່ ປະຊາຊົນຍັງຕິດເຊື້ອຢູ່ລະດັບ 300.000 ຄົນຕໍ່ມື້.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນຈັນ ທີ 3 ພຶດສະພາ ວ່າ ກະຊວງສາທາລະນະສຸກອິນເດຍໄດ້ລາຍງານສະຖິຕິກ່ຽວກັບໂຄວິດ-19 ໃນຮອບ 24 ຊົ່ວໂມງ ຜ່ານມາ ໄດ້ຢືນຢັນຜູ້ຕິດເຊື້ອໃໝ່ 368.147 ຄົນ ນັບເປັນມື້ທີ 12 ຕິດຕໍ່ກັນແລ້ວທີ່ອິນເດຍມີປະຊາຊົນຕິດເຊື້ອໂຄວິດ-19 ຫຼາຍກວ່າ 300.000 ຄົນ ປັດຈຸບັນເຮັດໃຫ້ມີຜູ້ປ່ວຍສະສົມຫຼາຍກວ່າ 19.92 ລ້ານຄົນ ຫຼາຍທີ່ສຸດເປັນອັນດັບ 2 ຂອງໂລກຮອງຈາກສະຫະລັດ.

อาจเป็นรูปภาพของ หนึ่งคนขึ้นไป และกลางแจ้ง

ຂະນະທີ່ ໃນຮອບວັນດຽວກັນ ໄດ້ຢືນຢັນຜູ້ເສຍຊີວິດເພິ່ມຢ່າງໜ້ອຍ 3.417 ຄົນ ເຮັດໃຫ້ສະຖິຕິເສຍຊີວິດສະສົມເພີ່ມເປັນຢ່າງ ໜ້ອຍ 218.959 ຄົນ ສູງເປັນອັນດັບ 3 ຂອງໂລກ ຮອງຈາກສະຫະລັດ ແລະ ບຣາຊິລ ແລະ ຍັງເຫຼືອຜູ້ປ່ວຍຕ້ອງເຂົ້າປິ່ນປົວໃນລະບົບຢ່າງໜ້ອຍ 3.413.642 ຄົນ.

อาจเป็นรูปภาพของ กำลังยืน และกลางแจ้ง

ດ້ານແຫຼ່ງຂ່າວຈາກລັດຖະບານອິນເດຍ ເຜີຍວ່າ ເຖິງວ່າຈະພົບກັບຄວາມກົດດັນຢ່າງໜັກຈາກຫຼາຍຝ່າຍ ໂດຍສະເພາະບຸກຄະລາກອນທາງການແພດ ແລະ ພາກທຸລະກິດ ທີ່ຕ້ອງການຢ່າງໜ້ອຍທີ່ສຸດໃຫ້ Lockdown ຢ່າງນ້ອຍ 150 ເຂດ ເຊິ່ງອັດຕາການພົບຜູ້ຕິດເຊື້ອສະສົມປະມານ 15% ຂອງປະຊາຊົນໃນພື້ນທີ່ນັ້ນ. ແຕ່ນາຍົກລັດຖະມົນຕີນາເຣນທຣາ ໂມດີ ຍັງບໍ່ມີນະໂຍບາຍທີ່ຈະໃຊ້ຄຳສັ່ງຈາກສ່ວນກາງ ບັງຄັບ Lockdown ທົ່ວປະເທດ. ຢ່າງໃດກໍຕາມ, ເຈົ້າຄອງນະຄອນຢ່າງໜ້ອຍ 10 ລັດ ແລະ ເຂດປົກຄອງພິເສດຢ່າງນ້ອຍ 2 ແຫ່ງ ໜຶ່ງໃນນັ້ນກໍ່ແມ່ນນະຄອນຫຼວງນິວເດລີ ປະກາດມາດຕະການຄວບຄຸມເປັນຂອງຕົນເອງແລ້ວ.