ຫົວໜ້າຄະນະສະເພາະກິດແຂວງຫຼວງພະບາງ ເນັ້ນເພີ່ມ 5 ບັນຫາຕ້ອງເຂັ້ມງວດ ສະກັດກັ້ນພະຍາດໂຄວິດ

1227

ວັນທີ 2 ພຶດສະພາ 2021 ທີ່ສູນປະຕິບັດງານ ຄະນະສະເພາະກິດຄວບຄຸມ ໂຄວິດ-19 ແຂວງຫຼວງພະບາງ,ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ ຫົວໜ້າຄະນະສະເພາະກິດຄວບຄຸມ ໂຄວິດ-19 ໄດ້ເນັ້ນໃນທີ່ປະຊຸມຕື່ມບາງບັນຫາໃຫ້ຄະນະສະເພາະກິດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໃຫ້ນໍາໄປຈັດຕັ້ງປະຕິບັດເປັນປົກກະຕິ .

1. ສະເໜີໃຫ້ນະຄອນ ຫຼວງພະບາງ ຕ້ອງເຂັ້ມງວດກວດກາບັນດາພົນລະເມືອງທີ່ຕິດເຊື້ອ ທີ່ຕົກຄ້າງຢູ່ນະຄອນຫຼວງວຽງຈັນ ອາດຈະລັກລອບເຂົ້າມາ ແຂວງຫຼວງພະບາງ ກໍຄືບັນດາເມືອງ ພ້ອມດຽວກັນນີ້ກໍຕ້ອງເຈາະຈີ້ມ,ປະເມີນ ແລະຊອກຫາເປົ້າໝາຍກຸ່ມທີ່ມີຄວາມສ່ຽງ ທີ່ຍັງຫຼົບຫຼີກ,ປິດບັງ ແລະ ຍັງບໍ່ເຂົ້າມາລາຍງານຕໍ່ໜ່ວຍປະຕິບັດງານສະເພາະກິດ ແມ່ນຕ້ອງໄດ້ນໍາຊອກຫາໃຫ້ໄດ້,ຍ້ອນວ່າປະຊາຊົນບາງສ່ວນກໍຍັງບໍ່ປະຕິບັດຕາມມາດຕະການຢ່າງເຂັ້ມງວດ,

2.ເພີ່ມທະວີປະະຕິບັດມາດຕະການຢ່າງເຂັ້ມງວດ ຢູ່ນະຄອນ ຫຼວງພະບາງ ເພີ່ມຕື່ມ ເພາະວ່ານະຄອນຫຼວງພະບາງ ເປັນຈຸດທີ່ມີຄວາມສ່ຽງຫຼາຍກວ່າບັນດາເມືອງ ແລະເມືອງທີ່ມີຜູ້ຕິດເຊື້ອ ກໍຄືເມືອງຊຽງເງິນ ເຊັ່ນການກວດກາຄົນເຂົ້າ-ອອກ,ຍົກລະດັບໂຄສະນາ ແລະ ຢູ່ນະຄອນ ແລະເມືອງທີ່ມີຜູ້ຕິດເຊື້ອ ໃຫ້ເປັນປົກກະຕິ(ທຸກວັນ),ໃນນີ້ຕ້ອງເນັ້ນໃຫ້ບັນດາບ້ານແຈ້ງອອກໂທລະໂຄ່ງ ໃຫ້ປະຊາຊົນ ຖ້າບໍ່ຈໍາເປັນແມ່ນບໍ່ໃຫ້ອອກເຮືອນຢ່າງເດັດຂາດ,ການອອກໄປເຮັດວຽກຫຼືໄປວຽກງານອື່ນຕາມຄວາມຈໍາເປັນ ແມ່ນໃຫ້ໃສ່ຜ້າປິດປາກທຸກຄັ້ງ ຖ້າຫາກບຸກຄົນໃດບໍ່ສອມໃສ່ຜ້າປິດປາກເຈົ້າໜ້າທີ່ພົບເຫັນແມ່ນຈະໄດ້ເອີ້ນມາຕັກເຕືອນ,ນອກນັ້ນສະເໜີໃຫ້ເຈົ້າໜ້າທີ່ ປກສ ກຸ່ມບ້ານລາດຕະເວນກວດກາຕື່ມໃນແຕ່ລະວັນ ເພື່ອໃຫ້ແຕ່ລະຄົນປະຕິບັດຕາມມາດຕະການໃນຊ່ວງລະບາດຂອງພະຍາດດັ່ງກ່າວນີ້.


3.ໃຫ້ໜ່ວຍໂຄສະນາ ເຄື່ອນທີ່ ຂອງແຂວງ,ເມືອງ ແລະນະຄອນ ເອົາໃຈໃສ່ ປຸກລະດົມ ເຮັດເປັນປົກກະຕິ ທຸກໆວັນ ເພື່ອໃຫ້ປະຊາຊົນເຂົ້າຮ່ວມຂະບວນການໃຊ້ມາດຕະການຄວບຄຸມ ໂຄວິດ-19.ໃນນີ້ແມ່ນໃຫ້ນັກຂ່າວຕິດຕາມໄປນໍາ ເພື່ອເກັບກໍາຂໍ້ມູນມວນຊົນ ແລະ ສະພາບການບ້ານເມືອງ,ການປະຕິບັດງານຂອງເຈົ້າໜ້າທີ່ ຢູ່ຈຸດຕ່າງໆ ເພື່ອມາເຜີຍແຜ່ສະພາບການສູ່ສັງຄົມ ໄດ້ຮັບຮູ້ ແລະສ້າງຄວາມເຂົ້າໃຈໃນສິ່ງທີ່ຈໍາເປັນຂອງໜ່ວຍສະເພາະກິດ.


4. ສະເໜີໃຫ້ນະຄອນ ຫຼວງພະບາງ ຊີດຢາ ເພີ່ມເປັນຮອບ 2 ໂດຍສະເພາະແມ່ນສະຖານທີ່ ບໍລິເວນເຮືອນຂອງຜູ້ຕິດເຊື້ອ ແລະຕາມສະຖານທີ່ແຫ່ງຕ່າງໆ ທີ່ເຫັນວ່າມີຄວາມສ່ຽງ .


5.ບັນຫາສຸດທ້າຍແມ່ນໃຫ້ເຂັ້ມງວດທີ່ສຸດໃນການກວດກາຄົນເຂົ້າ-ອອກຢູ່ຕາມຊາຍແດນລະຫວ່າງແຂວງ-ເມືອງ ແລະນະຄອນ ເປັນຕົ້ນແມ່ນການເຂົ້າ-ອອກຂອງລົດບັນທຸກສິນຄ້າ,ການເຂົ້າ-ອອກດ້ວຍຄວາມຈໍາເປັນທຸກກໍລະນີ.

ຂ່າວ: ເພັດສາຄອນ ສິມມະວົງ