ໃສ່ຫນ້າກາກອອກກຳລັງກາຍເລື່ອງຕ້ອງຮູ້

708

ຊ່ວງໂຄວິດ-19 ຫຼາຍຄົນອາດສົງໄສວ່າການໃສໜ້າກາກຂະນະອອກກໍາລັງກາຍສົ່ງຜົນເສຍຕໍ່ຮ່າງກາຍ ຫຼືບໍ່? ເພາະສະນັ້ນການຮູ້ເທົ່າທັນຂໍ້ມູນທີ່ຖືກຕ້ອງຈຶ່ງເປັນເລື່ອງສຳຄັນທີ່ຊ່ວຍຫຼຸດຄວາມກັງວົນໃຈ ແລະ ປັບພຶດຕິກຳຂະນະອອກກຳລັງກາຍໄດ້ຢ່າງຖືກວິທີ  ໜ້າກາກກັບການອອກກໍາລັງກາຍ: ການໃສ່ໜ້າກາກຂະນະອອກກໍາລັງກາຍອາດເຮັດໃຫ້ເກີດຜົນເສຍຕໍ່ຮ່າງກາຍໄດ້ ເພາະເຮັດໃຫ້ອຶດອັດຫາຍໃຈລຳບາກ ອາດເຮັດໃຫ້ຮັບອົກຊີແຊນບໍ່ພຽງພໍ, ປອດ ແລະ ຫົວໃຈອາດເຮັດວຽກໜັກຂຶ້ນ ທັງນີ້ຂຶ້ນກັບແຕ່ລະບຸກຄົນ ແລະ ຊະນິດຂອງໜ້າກາກທີ່ສວມໃສ່ ດັ່ງນີ້:

ນັກກີລາ ຫລື ຜູ້ທີ່ອອກກຳລັງກາຍເປັນປະຈຳ ອາດມີຄວາມສາມາດໃນການປັບຕົວ ແລະ ທົນ ຕໍ່ການຫາຍໃຈລຳບາກໄດ້ ໂດຍຂະນະທີ່ອອກກຳລັງກາຍແບບບໍ່ຫນັກ ສາມາດສວມໃສ່ໜ້າກາກໄດ້ ແຕ່ຫາກຕ້ອງອອກກຳລັງກາຍທີ່ໜັກຂຶ້ນອາດເຮັດໃຫ້ເມື່ອຍງ່າຍ ເພາະຕ້ອງໃຊ້ແຮງໃນການຫາຍໃຈທີ່ເພີ່ມຫຼາຍກວ່າປົກກະຕິ ເຮັດໃຫ້ປະສິດທິພາບໃນການອອກກຳລັງກາຍຫຼຸດລົງໄດ້.

ຜູ້ທີ່ບໍ່ໄດ້ອອກກຳລັງກາຍເປັນປະຈຳ ຫຼື ຜູ້ສູງອາຍຸ ອາດມີຄວາມສ່ຽງຫຼາຍຂຶ້ນ ຈາກການສວມໃສ່ໜ້າກາກ ຂະນະອອກກຳລັງກາຍເນື່ອງຈາກຮ່າງກາຍ ແລະ ຫົວໃຈຕ້ອງເຮັດວຽກໜັກກວ່າປົກກະຕິ ໂດຍສະເພາະໃນຜູ້ທີ່ມີໂລກປະຈຳຕົວເຊັ່ນ: ໂລກຫົວໃຈ ອາດຈະຍິ່ງສ່ຽງອັນຕະລາຍຫລາຍຂຶ້ນ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດຈາກພາວະຫົວໃຈວາຍກະທັນຫັນໄດ້

ໜ້າກາກ N95 ຫາກສວມໃສ່ໜ້າກາກທີ່ປ້ອງກັນລະອອງນ້ອຍໆໄດ້ດີເຊັ່ນ: ໜ້າກາກ N95 ກໍຍິ່ງຈະເຮັດໃຫ້ອຶດອັດເວລາສວມໃສ່ຫຼາຍຂຶ້ນ ການໃສ່ໜ້າກາກ N95 ໃນຂະນະໂອ້ລົມກັນ ກໍຍັງເຮັດໃຫ້ຮູ້ສຶກເມື່ອຍງ່າຍກວ່າປົກກະຕິ ຫາກສວມໃສ່ຂະນະອອກກຳລັງກາຍ ນອກຈາກສະມັດຖະພາບໃນການປ້ອງກັນຝຸ່ນ ແລະ ເຊື້ອໄວຣັດຈະຫຼຸດລົງ ເນື່ອງຈາກໜ້າກາກບໍ່ແນບກັບໃບຫນ້າ ຍັງເຮັດໃຫ້ຜູ້ໃສ່ຫາຍໃຈລຳບາກ ແລະ ເມື່ອຍງ່າຍອີກດ້ວຍ ເຖິງຈະເລືອກໃສ່ແບບມີ Valve ທີ່ຊ່ວຍຫາຍໃຈອອກແລ້ວກໍຕາມ

ໜ້າກາກອະນາໄມ ຫາກສວມໃສ່ແບບຖືກວິທີຈະເຮັດໃຫ້ອຶດອັດ ແລະ ເມື່ອຍງ່າຍເຊັ່ນກັນ ແລະ ຂະນະອອກກຳລັງກາຍຈະເຮັດໃຫ້ໜ້ກາກອະນາໄມປຽກຈາກເຫື່ອ ອາດຫຼຸດປະສິດທິພາບໃນການປ້ອງກັນເຊື້ອ ແລະ ເພີ່ມຄວາມສ່ຽງໃນການສຳຜັດໃບຫນ້າຫລາຍຂຶ້ນ

ໜ້າກາກຜ້າ: ຫາກສວມໃສ່ຈະເຮັດໃຫ້ຫາຍໃຈໄດ້ສະດວກກວ່າແບບອື່ນໆ ແຕ່ບໍ່ສາມາດກອງຝຸ່ນ PM 2.5 ຫລື ປ້ອງກັນໄວຣັດໄດ້ ຫາກໄດ້ຮັບການ ໄອ ຫລື ຈາມໃສ່ໂດຍກົງ

ຜ້າຄຸມໃບຫນ້າ: ອາດເລືອກໃຊ້ຜ້າຄຸມບໍລິເວນປາກ ແລະ ດັງແທນການສວມໃສ່ໜ້າກາກ ຊ່ວຍໃຫ້ຫາຍໃຈໄດ້ສະດວກກວ່າ ສາມາດລົດໄລຍະທາງການກະຈາຍລະອອງຝອຍໄດ້ບາງສ່ວນ ຫາກຜູ້ສວມໃສ່ໄອ, ຈາມ ແຕ່ປະສິດ ທິພາບການປ້ອງກັນຈະບໍ່ທຽບເທົ່າໜ້າກາກອະນາໄມ ແລະ ຫາກໃສ່ຄຸມຢູ່ຕະຫລອດກໍອາດເຮັດໃຫ້ເກີດຄວາມຮ້ອນ ແລະ ອຶດອັດໄດ້ເຊັ່ນດຽວກັນ  ໃນສະຖານະການປັດຈຸບັນ ເພື່ອປ້ອງກັນ ແລະ ຫຼຸດການແຜ່ກະຈາຍຂອງໄວຣັດໂຄວິດ-19 ການອອກກໍາລັງກາຍຢູ່ເຮືອນໂດຍບໍ່ຕ້ອງໃສ່ໜ້າກາກເປັນທາງເລືອກທີ່ດີທີ່ສຸດ ຫາກຈໍາເປັນຕ້ອງອອກກໍາລັງ ກາຍນອກບ້ານ ແນະນຳໃຫ້ທຸກທ່ານສັງເກດ ແລະ ປະເມີນຕົນເອງ ເລືອກຊະນິດການອອກກຳລັງກາຍ ແລະ ປະເພດໜ້າກາກອະນາໄມໃຫ້ເໝາະສົມ ບໍ່ອອກກຳລັງກາຍຫນັກຈົນເກີນໄປ ຫຼີກລ່ຽງບໍລິເວນທີ່ຄົນຫຼາຍ ຮັກສາໄລຍະຫ່າງ ໝັ່ນລ້າງມືເປັນປະຈຳ ແລະ ຫາກອອກກຳລັງກາຍໃນສະຖານທີ່ປອດໂປ່ງ ຄົນບໍ່ຫລາຍບໍ່ແນະນຳໃຫ້ໃສ່ຫນ້າກາກຂະນະອອກກຳລັງກາຍ

ຂໍ້ມູນຈາກ:Bangkokhospital.com