ບຸນບັ້ງໄຟສະຫວັນນະເຂດກຳລັງດັງ! ພະບອກເຕືອນແລ້ວຍາດໂຍມບໍຟັງ

705

ບຸນບັງໄຟບ້ານໂພນສິມ  ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດກາຍເປັນຂ່າວທັອບອັອຟເດີທາວ ຮ້ອນແຮງຕອນນີ້ ເນື່ອງຈາກສະຫວັນເປັນໜຶ່ງໃນ 4 ແຂວງທີ່ມີຜູ້ຕິດເຊື້ອຫຼາຍສຸດໃນຂະນະນີ້ ເຊິ່ງໃນຄຳສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແມ່ນໄດ້ລະບຸໄວ້ບໍ່ໃຫ້ມີການຈັດງານບຸນປະເພນີ ທີ່ເຕົ້າໂຮມພົນຈຳນວນຫຼາຍເຊັ່ນດຽວກັບແຂວງສະຫວັນນະເຂດເອງກໍ່ມີແຈ້ງການອອກມາຫ້າມປະຊາຊົນຈັດງານທີ່ມີຄົນຢູ່ຮ່ວມກັນຫຼາຍຄົນ ທັ້ງນີ້ກໍ່ເພື່ອຮັກສາໄລຍະຫ່າງທາງສັງຄົມ ແຕ່ກໍຍັງມີປະຊາຊົນບ້ານໂພນສິມຈັດງານບຸນບັ້ງໄຟຢ່າງມ່ວນ ເຮັດໃຫ້ຜູ້ພົບເຫັນ ແລະຮູ້ຂ່າວຕ່າງກໍ່ວິຈານກໍ່ການກະທຳດັ່ງກ່າວໃນໄລຍະທີ່ປະເທດຊາດກຳລັງລັອກດາວ.

ບຸນບັ້ງໄຟບ້ານໂພນສີມມີຂຶ້ນເມື່ອວັນທີ 2 ພຶດສະພາ 2021 ຜ່ານມາ ປະເດັນສຳຄັນຄືການຈັດບຸນບັ້ງໄຟດັ່ງກ່າວໄດ້ລະເມີດຄຳສັ່ງ ລວມທັງຄຳແນະນຳຕ່າງໆທີ່ກ່ຽວຂ້ອງກັບມາດຕະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ທີ່ກຳລັງດຳເນີນຢູ່ ໃນປະຈຸບັນນີ້.

ເລື່ອງຂອງເລື່ອງຄືປະມານຕອນບ່າຍຂອງວັນທີ 2 ພຶດສະພາ 2021 ໄດ້ມີການເຜີຍແຜ່ຄລິບວິດີໂອການສະເຫຼີມສະຫຼອງບຸນຢູ່ບ້ານໂພນສິມ ທີ່ຂຶ້ນກັບນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຫ່າງຈາກໃຈກາງເມືອງໄປປະມານ 10 ກວ່າກິໂລແມັດ (ໃກ້ກັບບ້ານທາດອີງຮັງ). ບຸນດັ່ງກ່າວແມ່ນບຸນບັ້ງໄຟ ເຊິ່ງໃນຄລິບວິດີໂອ ມີຄົນເຂົ້າຮ່ວມຈຳນວນຫຼາຍ.


ຫຼັງຈາກຄລິບວີດີໂອຖືກເຜີຍແຜ່ອອກໄປໄດ້ມີສຽງວິພາກວິຈານຢ່າງແຜ່ຫຼາຍ ສ່ວຍໃຫຍ່ແມ່ນໂຈມຕີວ່າ ຍ້ອນຫຍັງຈຶ່ງພາກັນຈັດບຸນແບບນີ້ຂຶ້ນມາໃນສະຖານະການແບບນີ້ທີ່ຫຼາຍເຂດໃນທົ່ວປະເທດຍັງມີການລະບາດຂອງພະຍາດໂຄວິດ-19 .

ຕາມການເປີດເຜີຍຂອງຄູບາ ໃນບ້ານດັ່ງກ່າວລະບຸວ່າ ເພິ່ນເອງໄດ້ເຕືອນແລ້ວວ່າຢ່າຈັດ ທາງຂັ້ນເທິງບໍໃຫ້ຈັດງານໃຫຍ່ແຕ່ຍາດໂຍມໃນບ້ານບໍ່ຍອມຟັງ ໄທບ້ານເຮັດເອງ ເນື່ອງຈາກວ່າຊາວບ້ານຍັງມີຄວາມເຊື່ອ ແບບງົມງວາຍກໍວ່າແມ່ນ ຖືຜີຫຼາຍກວ່າພະສົງ. ພະເວົ້າຫຍັງບໍ່ມີຟັງ ວ່າ “ຜີຫຼັກບ້ານເປັນໃຫຍ່ ເພິ່ນໃຫ້ເຮັດ”ເພິ່ນຖືຜີບັນພະບຸລຸດມາດົນນານແລ້ວ ຈິ່ງເຊື່ອວ່າຖ້າບໍໄດ້ເຮັດຈະເຮັດໃຫ້ຊີວິດບໍ່ມີຄວາມສຸກ ເຊິ່ງປີກາຍເນື່ອງຈາກສະພາບການໂຄວິດຈິ່ງບໍໄດ້ເຮັດປີນີ້ຕ້ອງເຮັດໃຫ້ໄດ້ ແລະກໍ່ພາກັນຈັດຕັ້ງບຸນນີ້ຂຶ້ນມາ ໂດຍມີການປິດບ້ານໃຫ້ແຕ່ຄົນພາຍໃນບ້ານເຂົ້າຮ່ວມ.

ແນວໃດກໍ່ຕາມງານບຸນທີ່ຈັດຂຶ້ນຖືວ່າຂັດກັບຄຳສັ່ງ, ຄຳແນະນຳຕ່າງໆທີ່ຄະນະສະເພາະກິດວາງອອກ ເຊິ່ງໃນຕອນແລງມື້ດຽວກັນ, ທາງດ້ານຮອງເຈົ້ານະຄອນໄກສອນພົມວິຫານ ທ່ານ​ ແຖ່ນແກ້ວ ພົມບິດາ ໄດ້ອອກມາແຈ້ງຂ່າວຕໍ່ກັບເຫດການ ທີ່ເກີດຂຶ້ນຢູ່ບ້ານໂພນສິມ ນະຄອນ ໄກສອນພົມວິຫານ​ ຜ່ານລາຍການຄລີນິກທັນເຫດການວ່າ “ການຈັດງານບຸນບັ້ງໄຟທີ່ເກີດຂຶ້ນ​ ໃນວັນທີ 2 ພຶດສະພາ 2021​ ຢູ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ​ ແມ່ນເປັນຄວາມຈິງ​ ຖືວ່າເປັນການລະເມີດຕໍ່ຄຳສັ່ງ​ ແລະ ທຸກຄົນທີ່ມີສ່ວນຮ່ວມໃນການຈັດງານທຸກພາກສ່ວນ ຈະຕ້ອງຖືກປະຕິບັດວິໄນ​ ແລະ​ ໃຫ້ຢຸດຕິການປະຕິບັດໜ້າທີ່”.

ບັນຫາທີ່ເກີດຂຶ້ນແມ່ນບໍ່ສາມາດກັບໄປແກ້ໄຂໄດ້ ເຖິງແມ່ນຜູ້ເຂົ້າຮ່ວມຈະມີການປິດບ້ານແລ້ວ ແຕ່ເຫດການແບບນີ້ບໍ່ມີໃຜຮູ້ໄດ້ວ່າທຸກຄົນທີ່ມາຮ່ວມງານຈະປອດໄພ ແລະທ້າຍທີ່ສຸດຕ້ອງມີການລົງວິໄນ ເພື່ອເປັນການເຕືອນສະຕິບ້ານອື່ນໆບໍ່ໃຫ້ມີປະຫວດສາດຊ້ຳຮອຍອີກ.