ຕະຫຼາດ ລາວ-ອົດຊີ ປະກາດຫຼຸດຄ່າຝາກລົດທຸກຊະນິດ ແລະ ຄ່າຫ້ອງນໍ້າ ໃນຊ່ວງໂຄວິດ 3-30 ພຶດສະພາ

604

ໃນວັນທີ 2 ພຶດສະພາ 2021 ຕະຫຼາດ ລາວ-ອົດຊີ ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ຫຼຸດລາຄາຄ່າຝາກລົດໃຫຍ່, ລົດຈັກ ແລະ ຄ່າຫ້ອງນໍ້າ, ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງເພີ່ມຄວາມຮຸນແຮງຢູ່ ເຮັດໃຫ້ທຸກຄົນໄດ້ຮັບຜົນກະທົບໄປຕາມໆກັນ.


ດັ່ງນັ້ນ ທາງຕະຫຼາດຈຶ່ງຈະຫຼຸດເກັບຄ່າບໍລິການ ລົດຈັກ, ລົດໃຫຍ່ ແລະ ຫ້ອງນໍ້າລົງ ໃຫ້ກັບແມ່ຄ້າຊາວຂາຍ ແລະ ມວນຊົນທີ່ມາເລາະຕະຫຼາດ ດັ່ງນີ້: ຝາກລົດຈັກ ຈາກ 3.000 ກີບ ມາເປັນ 2.000 ກີບ; ຝາກລົດໃຫຍ່ ຈາກ 5.000 ກີບ ມາເປັນ 3.000 ກີບ, ຄ່າບໍລິການຫ້ອງນໍ້າ 2,000 ກີບ ມາເປັນ 1.000 ກີບ.


ດັ່ງນັ້ນຈຶ່ງແຈ້ງມາໃຫ້ທຸກຄົນຊາບ ແລະ ປະຕິບັດເລີ່ມແຕ່ ວັນທີ 03-30 ພຶດສະພາ 2021
ເຮົາຈະຜ່ານວິກິດນີ້ໄປນຳກັນເດີ້.