ເບຍ ດະໃນ ຊາວໜຸ່ມທີ່ເປັນກະບອກສຽງຂອງອົງການ Unicef ຊ່ວຍລະດົມສັກວັກຊີນ ແລະ ຊ່ວຍເຫຼືອສັງຄົມ

784

ສະຖານະການຕອນນີ້ ແມ່ນທົ່ວໂລກກໍກຳລັງຜະເຊີນໜ້າກັບໂລກລະບາດໂຄວິດ19 ແລະ ປະຈຸບັນປະເທດລາວເຮົາກໍກຳລັງຕໍ່ສູ້ກັບໂລກລະບາດນີ້ຢ່າງໜັກ ກັບຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນທຸກໆມື້ ແລະ ແຜ່ລາມໄປທົ່ວປະເທດແລ້ວ ເບຍ ເຊື່ອວ່າທຸກໆຄົນມີຄວາມວິຕົກກັງວົນກັບສະຖານະການຕອນນີ້ ເບຍ ກໍເຊັ່ນດຽວກັນ

ພົງດະໃນ ຫຍຸຍວານິດຊະວົງ ຫລື ເບຍ ດະໃນ ທີ່ທຸກຄົນຮູ້ຈັກກັນດີໃນການເປັນນັກສະແດງ,ເນັດໄອດໍ ແລະ ຊາຍແບບ ເບຍ ໄດ້ໃຫ້ສໍາພາດວ່າ: ຢາກຂໍໃຫ້ທຸກໆຄົນໃນສັງຄົມອອກມາໃຫ້ກຳລັງໃຈແພດໝໍ, ເຈົ້າໜ້າທີ່ທຸກໆພາກສ່ວນທີ່ກຳລັງປະຕິບັດໜ້າທີ່ແບບບໍ່ໄດ້ພັກຜ່ອນ ບາງຄົນບໍ່ໄດ້ກັບບ້ານໄປຫາຄອບຄົວບາງຄົນໄດ້ຕົກເປັນຜູ້ສ່ຽງເອງ. ເບຍ ຢາກໃຫ້ທຸກໆຄົນສົ່ງກຳລັງໃຈໄປດ້ວຍການໂພສໃນເຟສບຸກສ່ວນຕົວ ຫລືຖ້າຜູ້ໃດມີຄວາມສາມາດກໍແບ່ງປັນນຳ້ໃຈ ອາຫານ, ນຳ້ດື່ມ, ຂະໜົມ ແລະ ອື່ນໆ ໄປຊຸກຍູ້ ນີ້ກໍເປັນທາງໜຶ່ງໃນການສ້າງກຳລັງໃຈໃຫ້ທີມແພດ ແລະ ເຈົ້າໜ້າທີ່. ທີ່ສຳຄັນທີ່ສຸດວິທີງ່າຍໆກໍຄືການຢູ່ບ້ານບໍ່ເອົາໂຕເອງໄປຫາບ່ອນສ່ຽງ,ເຝົ້າຕິດຕາມອາການຂອງຕົນເອງນີ້ກໍເປັນການຊ່ວຍເຫຼືອແພດໝໍ-ຊ່ວຍເຫຼືອສັງຄົມໄດ້ແລ້ວ ເຊິ່ງເບຍເອງກໍໄດ້ແບ່ງປັນນໍ້າໃຈເລັກໆນ້ອຍໆໃຫ້ການປະກອບສ່ວນ ເພື່ອຊ່ວຍເຫຼືອສັງຄົມທີ່ເກີດວິກິດການຄັ້ງນີ້ເຊັ່ນດຽວກັນ.

ອີກຢ່າງທີ່ສຳຄັນ ກໍຄືການໄປຮັບວັກຊີນ ຕ້ານໂລກລະບາດໂຄວິດ ເບຍ ເອງກໍເປັນຊາວໜຸ່ມຄົນຫນຶ່ງທີ່ຕາງໜ້າເປັນກະບອກສຽງຂອງອົງການ Unicef ທີ່ຊ່ວຍປຸກລະດົມໃຫ້ ປະຊາຊົນທົ່ວປະເທດອອກໄປຮັບວັກຊີນ ເບຍ ຢາກໃຫ້ທຸກໆຄົນໄດ້ຮັບວັກຊີນ ຖ້າທຸກໆຄົນໄດ້ຮັບທົ່ວເຖິງ ປະເທດຂອງພວກເຮົາກໍຈະກັບມາໃຊ້ຊີວິດປະຈຳວັນໄດ້ເປັນປົກກະຕິໃນໄວໆນີ້ຢ່າງແນ່ນອນ

ໃນຊ່ວງວິກິດຂອງການແຜ່ລະບາດຢ່າງໜັກໃນປະເທດເຮົາໃນຕອນນີ້ ແນ່ນອນມັນກະທົບກັບຊີວິດການເປັນຢູ່ຂອງທຸກໆຄົນ ຫຼາຍຄົນຕ້ອງຢຸດຮຽນ, ຫລາຍຄົນຢຸດວຽກບໍ່ມີລາຍໄດ້ ຫຼາຍຄົນເຮັດວຽກຢູບ້ານເຊິ່ງທຸກຢ່າງແມ່ນບໍ່ສະດວກ ຄື ເບຍ ເອງກໍໄດ້ຮັບຜົນກະທົບຄືຕ້ອງຮຽນຕ້ອງເສັງຜ່ານອອນລາຍເຊິ່ງປະສິດທິພາບຂອງຜົນການຮຽນກໍບໍ່ປານໃດແຕ່ພວກເຮົາກໍຈຳເປັນຕ້ອງເຮັດວິທີນີ້ ລວມທັງການໃຊ້ຊີວິດປະຈຳວັນກໍບໍ່ຄືເກົ່າ ຄືເຮົາເຄີຍໄດ້ອອກໄປຊື້ອາຫານຂອງກິນໄດ້ກໍຕ້ອງມາເຮັດອາຫານກິນເອງ

ຖ້າມີຄວາມຈຳເປັນຕ້ອງໄດ້ອອກໄປນອກບ້ານ ສິ່ງທີ່ຈຳເປັນຕ້ອງປະຕິບັດກໍຄືໃສ່ຜ້າອັດປາກ ມີແອວກໍຮໍໄວ້ຄອຍສີດໃສ່ມືເພື່ອຂ້າເຊື້ອ, ຮັກສາໄລຍະຫ່າງກັນ, ບໍ່ສຳຜັດກັນ, ບໍ່ໄປສະຖານທີ່ທີ່ມີຄວາມສ່ຽງ ເຊິ່ງເບຍເອງກໍໄດ້ປະຕິບັດຢ່າງເຂັ້ມງວດ ແລະ ຝຶກໃຫ້ເປັນນິດໄສມາແຕ່ຊ່ວງການລະບາດໄລຍະທຳອິດແຕ່ປີກາຍນີ້

ໃນລະຫວ່າງທີ່ຢູ່ບ້ານບໍ່ໄດ້ອອກໄປໃສ ເບຍ ກໍໃຊ້ຊີວິດປົກກະຕິໃນເຮືອນ ແຕ່ເພີ່ມຂຶ້ນກໍຄືການພັກຜ່ອນໃຫ້ພຽງພໍ ກິນອາຫານຮ້ອນ, ສະອາດ, ກິນຜັກໝາກໄມ້ຫຼາຍຂຶ້ນ ແລະ ອອກກຳລັງກາຍເຊັ່ນ: ເຕັ້ນເຊືອກ, ຫຼິ້ນໂຢຄະ, ແລ່ນຢູ່ເດີ່ນບ້ານ ເພາະສິ່ງເຫຼົ່ານີ້ມັນຈະເປັນທາງໜຶ່ງຂອງການສ້າງພູມຕ້ານໃຫ້ໂຕເຮົາເອງ

ເບຍ ເອງຢາກຝາກໃຫ້ທຸກໆຄົນໃນສັງຄົມ ມີຄວາມຮັບຜິດຊອບຕໍ່ໂຕເອງ, ຕໍ່ຄອບຄົວ ແລະ ຕໍ່ສັງຄົມ ກໍຄືການຮັກສາຕົນເອງໃຫ້ປອດໄພ ຖ້າເຮົາຄິດວ່າເຮົາໄດ້ເປັນຜູ້ທີ່ມີຄວາມສ່ຽງ ກໍຕ້ອງກັກໂຕເອງບໍ່ໃກ້ຊິດກັບໃຜ ແລະ ໄປກວດຫາເຊື້ອ ແລະ ຕ້ອງກັກໂຕເອງໃນລະຫວ່າງທີ່ລໍຖ້າຟັງຜົນກວດ ພ້ອມທັງສືບຕໍ່ກັກ ແລະ ຈຳກັດບໍລິເວນໂຕເອງ ເພື່ອປ້ອງກັນຄົນທີ່ເຮົາຮັກ, ຄົນໃນສັງຄົມ ເປັນອີກທາງໜຶ່ງໃນການຊ່ວຍເຫຼືອແພດໝໍບໍ່ໃຫ້ເພິ່ນຕ້ອງປະຕິບັດໜ້າທີ່ໜັກໜ່ວງໄປກວ່ານີ້ ແລະ ສິ່ງສຳຄັນຖ້າເຮົາຮູ້ສຶກວ່າໂຕເອງໄດ້ສຳພັດກັບກຸ່ມສ່ຽງ  ແລະ ເລີ່ມມີອາການບໍ່ໃຫ້ປົກປິດປະຫວັດຂອງຕົນເອງ ຕ້ອງບອກຄວາມຈິງເພື່ອທີ່ໝໍຈະໄດ້ຮັກສາຕາມວິທີ