ກຸ່ມຜະລິດຊາປ່າ ບ້ານຫ້ວຍວາ ເມືອງຍອດອູ ໄດ້ຮັບການຝຶກອົບຮົມດ້ານການສ້າງຄວາມເຂັ້ມແຂງ

442

ເມື່ອມໍ່ໆມານີ້ ທີ່ສະໂມສອນຫ້ອງວ່າການເມືອງຍອດອູ, ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມຝຶກອົບຮົມໂຄງການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກຸ່ມຜະລິດຊາ ບ້ານຫ້ວຍວາ ເມືອງຍອດອູ ແຂວງຜົ້ງສາລີ.

ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຄໍາເຫຼັກ ແສນທະພູມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ແລະ ທ່ານ ສົມບູນ ອິນໃຈ ຮອງເຈົ້າເມືອງ-ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ (ເມືອງຍອດອູ) ມີບັນດາທ່ານນັກວິທະຍາກອນຈາກກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ຄະນະທີມງານພະແນກອຸດສາຫະກຳ ແລະ ການຄ້າ, ຄະນະກໍາມະການຄັດເລືອກສິນຄ້າໂອດອບຂັ້ນເມືອງຍອດອູ ພ້ອມດ້ວຍບັນດາສະມາຊິກກຸ່ມຜະລິດຊາປ່າ ບ້ານຫ້ວຍວາ, ເມືອງຍອດອູ ເຂົ້າຮ່ວມທັງໝົດ 52 ທ່ານ, ຍິງ 17 ທ່ານ, ການຝຶກອົບຮົມແມ່ນໄດ້ດຳເນີນເປັນເວລາ 4 ວັນເຕັມ ໂດຍໄດ້ຮັບການສະໜັບສະໜູນທຶນ ຈາກກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ.


ຈຸດປະສົງຂອງໂຄງການເພື່ອເປັນຍົກລະດັບກຸ່ມຜະລິດຊາ ຍົກສູງຄຸນນະພາບໃນການບໍລິຫານກຸ່ມໃຫ້ກາຍເປັນລະບົບທຸລະກິດທີ່ມີຄວາມເຂັ້ມແຂງເຮັດໃຫ້ກຸ່ມຜະລິດ ຫຼື ທຸລະກິດຂະໜາດນ້ອຍມີກໍາລັງລວມສູນ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຕີບໃຫຍ່ຂະຫຍາຍຕົວເປັນສິນຄ້າ, ສ້າງລາຍໄດ້, ປະກອບສ່ວນໃນການແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ,​ ເພື່ອສ້າງເປັນໂຄງການຕົວແບບຍົກລະດັບຄວາມສາມາດໃນການບໍລິຫານກຸ່ມເຕັກນິກ ໃນການດໍາເນີນທຸລະກິດການຜະລິດ, ການຄ້າ, ການບໍລິການ ແລະ ອື່ນໆ,​ ເພື່ອຍົກລະດັບຄຸນນະພາບຂອງສິນຄ້າໃຫ້ໄດ້ມາດຕະຖານ ໂດຍຍົກລະດັບເຕັກນິກການຜະລິດ, ການຄຸ້ມຄອງ, ການບໍລິຫານ, ການຈັດການກຸ່ມ ແລະ ການສ້າງນະວັດຕະກໍາ, ການອອກແບບ ແລະ ການຫຸ້ມຫໍ່ຜະລິດຕະພັນ ເພື່ອປັບປຸງໃຫ້ໄດ້ມາດຕະຖານ ແທດເໝາະກັບລູກຄ້າເປົ້າໝາຍ, ຄວາມຕ້ອງການຂອງຕະຫຼາດ ທີ່ມີລັກສະນະເອກະລັກສະເພາະ ແລະ ເປັນສິນຄ້ານະວັດຕະກໍາໃໝ່ຂອງທ້ອງຖິ່ນຂອງຕົນ.


ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ດໍາເນີນເປັນ ສາມ ຮູບແບບ ຄື: (1) ການຮຽນທິດສະດີໃນຫ້ອງຮຽນ, (2) ການເຮັດກິດຈະກໍາຕົວຈິງ ແລະ (3) ການທັດສະນາສຶກສາລົງຢ້ຽມຢາມສະຖານທີ່ຜະລິດຊາ, ຊຶ່ງມີການແລກປ່ຽນບົດຮຽນຮ່ວມກັນລະຫວ່າງນັກວິທະຍາກອນ (ຜູ້ຊ່ຽວຊານ) ກັບ ນັກສໍາມະກອນ (ກຸ່ມຜະລິດຊາ) ໃນຫົວຂໍ້ຕ່າງໆທີ່ກ່າວມາຂ້າງເທີງ ດ້ວຍບັນຍາກາດທີ່ດີ ແລະ ດ້ວຍຄວາມຮັບຜິດຊອບສູງຂອງນັກວິທະຍາກອນ ແລະ ນັກສໍາມະກອນ, ເຊິ່ງບັນດາທ່ານຜູ້ເຂົ້າຮ່ວມໄດ້ຊຸມສະຕິປັນຍາຄົ້ນຄ້ວາປະກອບຄໍາເຫັນ, ຮ່ວມກິດຈະກໍາອັນທີ່ເປັນຜົນປະໂຫຍດຢ່າງສ້າງສັນ ແລະ ດ້ວຍຄວາມຮັບຜິດຊອບສູງ, ສຸມເວລາ ແລະ ສຸມຈິດ-ສຸມໃຈ; ໂດຍສະເພາະການນໍາແຂວງໄດ້ຖືເປັນວຽກງານໜຶ່ງທີ່ສໍາຄັນ ເພື່ອປູພື້ນຖານໃນການພັກດັນໃຫ້ແກ່ເສດຖະກິດຂອງແຂວງ ທີ່ເປັນກໍາລັງຂະບວນການຜະລິດແຜ່ຂະຫຍາຍອອກໄປໃນວົງກ້ວາງ ຢ່າງເປັນຂະບວນຝົດຝຶ້ນຢູ່ໃນຫຼາຍບ້ານຂອງບັນດາເມືອງ ເພື່ອຂະຫຍາຍກໍາລັງການຜະລິດ ທີ່ຕິດພັນກັບການພົວພັນການຜະລິດໃນແຕ່ລະເຂດ ໃນການສ້າງວຽກເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການ ບ້ານຫ້ວຍວາ ເມືອງຍອດອູ ສາມາດຜະລິດເປັນສິນຄ້າຕາມພູມປັນຍາຊາວບ້ານ ທີ່ມີຕົ້ນກໍາເນີດມາແຕ່ດືກດໍາບັນ ແລະ ມີຊື່ສຽງໂດ່ງດັງ ທີ່ເປັນເອກະລັກສະເພາະ ເປັນມໍລະດົກຕົກທອດທີ່ສືບທອດກັນມາແຕ່ດົນນານ.

ສະນັ້ນ, ເພື່ອເປັນການຮັກສາຜະລິດຕະພັນດັ່ງກ່າວ ໃຫ້ມີຄວາມຢືນຍົງ ແລະ ຢູ່ຄ່ຽງຄູ່ກັບຊາວບ້ານຫ້ວຍວາ ໄປດົນໆນັ້ນ; ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ໂດຍສົມທົບກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງຈັດໃຫ້ມີການຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກັບກຸ່ມຜະລິດຊາປ່າ ບ້ານຫ້ວຍວາ ມີຄວາມຮູ້, ຄວາມສາມາດ ເຕັກນິກການຄຸ້ມຄອງ, ການບໍລິຫານ, ການຈັດການກຸ່ມ ແລະ ການສ້າງນະວັດຕະກຳ, ການອອກແບບ ແລະ ການຫຸ້ມຫໍ່ຜະລິດຕະພັນ ເພື່ອຮັກສາຄວາມເປັນເອກະລັກສະເພາະຂອງທ້ອງຖິ່ນ, ເຮັດໃຫ້ເຂົາເຈົ້າໄດ້ຮຽນຮູ້ວິທີໝູນໃຊ້ຊັບພະຍາກອນທີ່ມີຢູ່ໃນຂອບເຂດບໍລິເວນບ້ານ ແລະ ບໍລິເວນໃກ້ຄຽງເຂົ້າໃນການຜະລິດຢ່າງມີປະສິດທິພາບ ພ້ອມກັນນັ້ນກໍ່ເປັນປັບປຸງ ແລະ ຍົກລະດັບຄຸນະພາບຂອງສິນຄ້າ ເພື່ອດືງດູດນັກທ່ອງທ່ຽວ, ບັນດາພໍ່ຄ້າແມ່ຄ້າ ໄດ້ຈັບຊື້-ຂາຍ, ກາຍເປັນສິນຄ້າສົ່ງອອກໄດ້ ແລະ ເປັນສິນຄ້າ “ໜຶ່ງເມືອງ ໜຶ່ງຜະລິດຕະພັນ”.


ຂ່າວ: ແສງສະລາດ ແສງພະຈັນ