ນະຄອນຫຼວງວຽງຈັນ ມີຄົນເຈັບໂຄວິດ-19ນອນປິ່ນປົວມີ 452 ກໍລະນີ, ໂຮງໝໍສະໜາມ ເດີນກີລາໃນຮົ່ມລ້ານຊ້າງ ຈະພ້ອມເປີດມື້ນີ້

461

ມາຮອດວັນທີ2 ພຶດສະພາ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 933 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ, ລາຍລະອຽດດັ່ງນີ້:ນະຄອນຫຼວງວຽງຈັນ 591 ຄົນ (ໃໝ່ 34), ແຂວງຈຳປາສັກ 117 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງບໍ່ແກ້ວ 91 ຄົນ (ໃໝ່ 60),ແຂວງສະຫວັນນະເຂດ 28 ຄົນ (ໃໝ່ 3), ແຂວງຫຼວງພະບາງ 14 ຄົນ,ແຂວງວຽງຈັນ 13 ຄົນ (ໃໝ່ 3), ຄົນເຈັບແຂວງວຽງຈັນ1 ຄົນ ມາປີ່ນປົວໃນນະຄອນຫຼວງວຽງຈັນ, ແຂວງສາລະວັນ 6 ຄົນ, ແຂວງຫຼວງນ້ຳທາ 6 ຄົນ,ແຂວງອຸດົມໄຊ 5 ຄົນ,ແຂວງຜົ້ງສາລີ 3 ຄົນ, ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 3 ຄົນ (ໃໝ່ 1), ແຂວງຄຳມ່ວນ 1 ຄົນ, ແຂວງຊຽງຂວາງ 1 ຄົນ.


ທ່ານ ດຣ ນາງ ສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດເພື່ອຄວບຄຸມ ປ້ອງກັນ ແລະ ແກ້ໄຂພະຍາດໂຄວິດ-19 ປະຈໍາວັນທີ 2 ພຶດສະພາ 2021 ວ່າ: ການຄຸມຄອງກໍລະນີຜູ້ຕິດເຊື້ອໂຄວິດ-19 ເຊິ່ງລວມທັງສະຖານທີ່ປິ່ນປົວ ມີຢູ່ສູນກາງຄື: ໂຮງໝໍມິດຕະພາບ, ໂຮງໝໍເສດຖາທິຣາດ, ໂຮງໝໍສູນກາງ 103 ກອງທັບ, ສູນກິລາບານເຕະແຫ່ງຊາດຫ້ວຍຫົງ, ສະໜາມກິລາຍິງປືນ ຫຼັກ 27 ແລະ ຢູ່ບັນດາແຂວງໃນ 17 ແຂວງ.

ປັດຈຸບັນຕົວເລກການປິ່ນປົວ ທັງໝົດມີ 882 ຄົນ;  ໃນນັ້ນຢູ່ໂຮງໝໍມິດຕະພາບມີ 83 ຄົນ, ໂຮງໝໍເຊດຖາທິຣາດ 96 ຄົນ, ໂຮງໝໍສູນກາງກອງທັບ 103 ມີ 56 ຄົນ, ສູນກິລາບານເຕະແຫ່ງຊາດ ຫ້ວຍຫົງ ມີ 134 ຄົນ, ສະໜາມກິລາຍິງປືນ ຫຼັກ 27 ມີ 83 ຄົນ. ນອຈາກນີ້, ຍັງມີຢູ່ຕ່າງແຂວງຕ່າງໆ.


ສຳລັບຢູ່ນະຄອນຫຼວງວຽງຈັນ ຈຳນວນຄົນເຈັບທີ່ປິ່ນປົວມີ 452 ກໍລະນີ ໃນນັ້ນ ມີໜັກ 1 ກໍລະນີ . ສະນັ້ນ ສະຖານທີ່ປິ່ນປົວໃນປັດຈຸບັນໃນໂຮງໝໍ 3 ແຫ່ງແມ່ນເຕັມ ແລະ ຈະໄດ້ຈັດສັນຄົນເຈັບທີ່ມີອາການເບົາບາງ ແລະ ບໍ່ມີອາການໄປປິ່ນປົວຢູ່ໂຮງໝໍພາກສະໜາມທີ່ໄດ້ກຽມໄວ້. ດ້ານສູນກິລາໃນຮົ່ມລ້ານຊ້າງ ມີຕຽງຢູ່ 500 ຕຽງ ຄາດວ່າຈະເອົາເຈັບເຂົ້າໄດ້ໃນວັນທີ 3 ພຶດສະພາ 2021 ນີ້.


ສ່ວນດ້ານການສະໜອງອຸປະກອນການແພດ ພວກເຮົາໄດ້ກະກຽມເຄື່ອງໃຊ້ສິ້ນເປື້ອງ ແລະ ຢາປົ່ວອັນຈຳເປັນຈຳນວນໜຶ່ງໃຫ້ກັບສະຖານທີ່ປິ່ນປົວໃນທົ່ວປະເທດ ໂດຍເບື້ອງຕົ້ນໄດ້ຄິດໄລ່ເປັນເວລາໜຶ່ງເດືອນ ແລະ ຈະສືບຕໍ່ສະໜອງແຕ່ລະສະຖານທີ່ໃຫ້ພຽງພໍ. ພ້ອມນັ້ນ, ຍັງໄດ້ມີການສະໜອງອາຫານໃຫ້ແກ່ຄົນເຈັບ ແລະ ພະນັກງານແພດ ທີ່ໄດ້ເຂົ້າປະຈຳການຢູ່ໃນໂຮງໝໍຢູ່ແຕ່ລະສະຖານທີ່ 3 ຄາບຕໍ່ມື້.

ສະໜັບສະໜູນຂ່າວໂດຍ