ທະຫານເຝົ້າຍາມເຂັ້ມງວດ ເຂດບ້ານໝາກນາວ ໃຜລັກເຂົ້າເມືອງບໍ່ມີໂຍະຍານ

552

ຄືທີ່ທຸກຄົນຮູ້ດີ ບ້ານເມືອງວຸ້ນວາຍຍ້ອນກຸ່ມຄົນລັກລອບເຂົ້າເມືອງຢ່າງຜິດກົດໝາຍ ດ້ວຍເຫດນີ້ ເພື່ອປ້ອງກັນບໍ່ໃຫ້ມີເຫດການນັ້ນຂຶ້ນອີກ ທະຫານຊາຍແດນ ໝວດທີ 3 ກອງຮ້ອຍ ຊາຍແດນ 244 ກອງບັນຊາການ ທະຫານນະຄອນຫລວງໄດ້ອອກປະຕິບັດ ມາດຕະການຢ່າເຂັ້ມງວດ ໃນການປ້ອງກັນເວນຍາມ ຖ້າບຸກຄົນໃດ ຝ່າຝືນ ແລະ ລັກລອບເຂົ້າເມືອງແບບຜິດກົດໝາຍ ຢູ່ເຂດບ້ານໝາກນາວ-ນາລ້ອງ ເມືອງປາກງື່ມ ຈະຖືກປະຕິບັດມາດຕະການຢ່າງເຂັ້ມງວດ ທີ່ຂັ້ນເທິງວາງອອກ.

ສະຫາຍ ຮ້ອຍໂທ ສຸລິຍາ ເລືອງມີໄຊ ຫົວໜ້າໜວດ 3 ກອງຮ້ອຍທະຫານຊາຍແດນ 244 ກອງບັນຊາການທະຫານນະຄອນຫລວງໃຫ້ສໍາພາດວ່າ: ໂດຍປະຕິບັດຕາມມາດຕະການຕ່າງໆທີ່ຂັ້ນເທິງວາງອອກ ເວົ້າສະເພາະ ການເພີ່ມທະວີກໍາລັງເຂົ້າໃນວຽກງານປ້ອງກັນເວນຍາມ ເຂດຊາຍແດນ ຂອງກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ໃຫ້ຈັດຕັ້ງກຳລັງຢ່າງເຂັ້ມງວດເຂົ້າໃນວຽກງານປ້ອງກັນເວນຍາມຕະຫລອດ24 ຊົ່ວໂມງ ໃນແຕ່ລະຈຸດຮັບຜິດຊອບ ເຂດບ້ານໜາກນາວ-ນາລ້ອງ ເຊິ່ງ ເປັນເຂດຊາຍແດນ ຕິດຈອດກັບ ຈັງຫວັດໜອງຄາຍ ຣາຊາອານາຈັກໄທ.

ໃນໄລຍະຜ່ານມາ ເຂດດັ່ງກ່າວກໍຍັງມີບຸກຄົນຈຳນວນໜຶ່ງ ທີ່ຝ່າຝືນ ມາດຕະການທີ່ຂັ້ນເທິງວາງອອກ ໂດຍສະເພາະແມ່ນບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ແລະ ມີປະຊາຊົນ ຈຳນວນໜຶ່ງ ຝ່າຝືນມາດຕະການໃຫ້ຢຸດຕິການເດີນເຮືອ ຕໍ່ກັບບັນຫາດັ່ງກ່າວໃນໄລຍະຜ່ານມາ ກຳລັງປ້ອງກັນຊາດກໍໄດ້ ເອົາໃຈໃສ່ ຢ່າງຕັ້ງໜ້າ ສະກັດກັ້ນປະຕິບັດຢ່າງເຂັ້ມງວດໂດຍໄດ້ຈັດຕັ້ງກຳລັງອ້າຍນ້ອງລາດຕະເວນ ທັງເວັນທັງຄືນ ທາງບົກແລະ ທາງນ້ຳ ແລະກໍສາມາດສະກັດກັ້ນໄດ້ບຸກຄົນທີ່ຝ່າຝືນ ແລະ ຜິດລະບຽບກົດໜາຍ ຈຳນວນໜຶ່ງ.

ຕໍ່ຈາກນີ້ອ້າຍນ້ອງທະຫານຍັງຈະສືບຕໍ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດ ຕໍ່ຜູ້ທີ່ລອກລອບເຂົ້າເມືອງແບບຜິດກົດໝາຍ ແລະຈະສຸມທຸກກຳລັງເຂົ້າໃນວຽກງານດັ່ງກ່າວ ເພື່ອເຮັດໃຫ້ສະພາບ ມີຄວາມສະຫງົບໂດຍພື້ນຖານ ແນໃສ່ ສະກັດກັ້ນ ແລະ ຕອບຕ້ານ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ -19 ຈາກພາຍນອກ ມາສູ່ປະເທດຂອງພວກເຮົາ.

ຂ່າວຈາກ: ກອງທັບ