ເຈົ້າແຂວງໆຫຼວງນ້ຳທາ ໄດ້ໃຫ້ການຖະແຫຼງກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19

468

ບົດຖະແຫຼງການຂອງ ທ່ານ ຄໍາໄຫຼ ສີປະເສີດເຈົ້າແຂວງເພື່ອຮຽກຮ້ອງໃຫ້ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຢູ່ພາຍໃນແຂວງຫຼວງນໍ້າທາ ວັນທີ 30 ເມສາ 2021.

ຄືດັ່ງບັນດາທ່ານຮູ້ແລ້ວວ່າ, ນັບແຕ່ປີ 2020 ເປັນຕົ້ນມາ ມວນມະນຸດໃນທົ່ວໂລກໄດ້ປະເຊີນ
ກັບເຊື້ອພະຍາດຈຸລະໂລກອັກເສບປອດສາຍພັນໃໝ່ ຫຼືວ່າ ໂຄວິດ-19 ຊຶ່ງແມ່ນໂລກລະບາດທີ່ຮ້າຍແຮງບັ້ນໜຶ່ງໃນປະຫວັດສາດຂອງມວນມະນຸດ ທີ່ພວມເປັນໄພຂົ່ມຂູ່, ສົ່ງຜົນກະທົບ, ສ້າງຄວາມເສຍຫາຍມະຫາສານ ຕໍ່ເສດຖະກິດ-ສັງຄົມ ກໍ່ຄື ຊີວິດ, ສຸຂະພາບ ແລະ ຊັບສິນຂອງບັນດາປະເທດ ແລະ ປະຊາ ຊົນໃນທົ່ວໂລກ. ຢູ່ ສປປ ລາວ ກໍ່ຄືແຂວງຫຼວງນໍ້າທາພວກເຮົາ ກໍ່ໄດ້ຮັບຜົນກະທົບຈາກການລະບາດດັ່ງກ່າວ ໜັກໜ່ວງສົມຄວນ, ແຕ່ດ້ວຍຄວາມຮັບຜິດຊອບ, ຄວາມບຸກບືນສູ້ຊົນ ແລະ ຄວາມສະໝານສາມັກຄີ ຮ່ວມແຮງຮ່ວມໃຈຂອງທຸກພາກສ່ວນໃນສັງຄົມ ແລະ ດ້ວຍການຮ່ວມມື, ຊ່ວຍເຫຼືອອັນລໍ້າຄ່າ ຈາກປະເທດເພື່ອນມິດຍຸດທະສາດ, ອົງການຈັດຕັ້ງສາກົນ ໄດ້ຕັ້ງໜ້າສະກັດກັ້ນ, ຄວບຄຸມ, ປ້ອງກັນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ມີຜົນສໍາເລັດເປັນຢ່າງດີ ແລະ ສາມາດຄວບຄຸມພະຍາດໃນເບື້ອງຕົ້ນ ບໍ່ໃຫ້ການແຜ່ລະບາດເປັນວົງກວ້າງ ແລະ ແກ້ໄຂກໍລະນີຕິດເຊື້ອ, ຜູ້ສໍາພັດໃກ້ສິດໄດ້ແຕ່ຫົວທີ ເຮັດໃຫ້ສຸຂະພາບ ແລະ ຊິວິດຂອງປະຊາຊົນບັນດາເຜົ່າມີຄວາມປອດໄພ; ແຕ່ເຖີງຢ່າງໃດກໍ່ຕາມສະພາບການແຜ່ລະບາດກໍ່ຍັງບໍ່ທັນສາມາດຄວບຄຸມ-ແກ້ໄຂໄດ້ຢ່າງຂາດຕົວ ແລະ ຍັງກວດພົບກໍລະນີຜູ້ຕິດເຊື້ອເປັນຈໍານວນຫຼາຍໃນແຕ່ລະວັນ, ດ້ວຍຄວາມເປັນຫ່ວງຕໍ່ການລະບາດດັ່ງກ່າວ ຄະນະເລຂາທິ ການສູນກາງພັກ, ລັດຖະບານ, ຄະນະສະເພາະກິດລະດັບຊາດ ກໍ່ໄດ້ອອກຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ໃນການເພີ່ມທະວີສະກັດກັ້ນ, ຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ສໍາລັບແຂວງຫຼວງນໍ້າທາພວກເຮົາກໍ່ໄດ້ອອກຄໍາສັ່ງສະບັບເລກທີ 01 ແລະ ຄຳສັ່ງເພີ່ມເຕີມ ເລກທີ 02 ເນື້ອໃນຕົ້ນຕໍຂອງຄຳສັ່ງ ກໍ່ໄດ້ສັ່ງປິດແຂວງ, ປິດເມືອງ ເພື່ອບໍ່ໃຫ້ຄົນເຂົ້າ-ອອກ ແບບຊະຊາຍ, ກໍານົດມາດຕະການປ້ອງກັນຕ່າງໆເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດລະອຽດສົມຄວນ ແລະ ໄດ້ກະ ກຽມຄວາມພ້ອມດ້ານຕ່າງໆເປັນຕົ້ນແມ່ນຈັດຕັ້ງທີມງານແພດໝໍ ແລະ ຝຶກອົບຮົມໃນການປະຕິບັດໜ້າທີ່ປະຈຳຢູ່ແຕ່ລະໂຮງໝໍແຕ່ລະບ່ອນ, ກະກຽມສະຖານທີ່ປິ່ນປົວ, ສະຖານທີ່ກັກກັນເພື່ອຕິດຕາມຜູ້ທີ່ມີຄວາມສ່ຽງ ແລະ ອື່ນໆ; ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈີງໃນຜ່ານມາ ສັງເກດເຫັນວ່າ ມີບຸກຄົນຈໍານວນໜຶ່ງຍັງຖືເບົາ ລະເຫຼີງໃນການປະຕິບັດມາດຕະການປ້ອງກັນການລະບາດພະຍາດດັ່ງກ່າວ ເປັນຕົ້ນແມ່ນການໃສ່ຜ້າອັດປາກກໍ່ໃສ່ເພື່ອໃສ່ຊື່ໆ ບໍ່ທັນຖືກວິທີ, ການອະນາໄມ, ການລ້າງມືຂ້າເຊື້ອ, ການຈໍາກັດໄລຍະຫ່າງ ກໍ່ຍັງເຮັດບໍ່ທັນໄດ້ດີ ແລະ ຍັງປະກົດມີການເຕົ້າໂຮມ ຊຸມແຊວສັງສັນ, ຈັດງານບຸນປະເພນີ ໂດຍບໍ່ຄໍານຶງເຖີງຜົນຮ້າຍ ແລະ ຄວາມສ່ຽງທີ່ຈະຕິດເຊື້ອພະຍາດອັນຕະລາຍດັ່ງກ່າວ; ຂໍຖືໂອກາດນີ້ແຈ້ງໃຫ້ບັນດາທ່ານຊາບວ່າ ນັບແຕ່ວັນທີ 13 ເມສາ ມາເຖີງ ມື້ນີ້ ຢູ່ແຂວງຫຼວງນໍ້າທາກວດພົບຜູ້ຕິດເຊື້ອ ແລະ ກໍາລັງປິ່ນປົວຢູ່ໂຮງໝໍແຂວງ ຈໍານວນ 6 ຄົນແລ້ວ ແລະ ຍັງສືບຕໍ່ກັກຕົວ ຕິດຕາມຜູ້ສໍາຜັດໃກ້ສິດອີກຈໍານວນໜຶ່ງ, ດັ່ງນັ້ນ ຕໍ່ໜ້າສະພາບການລະບາດທີ່ຮ້າຍແຮງ ແລະ ເປັນໄພນາບຂູ່ຕໍ່ການດໍາລົງຊິວິດຂອງປະຊາຊົນບັນດາເຜົ່ານີ້, ໃນນາມຕາງໜ້າຄະນະພັກ, ອົງການປົກຄອງແຂວງ ແລະ ສະພາປະຊາຊົນແຂວງ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ບໍລິສັດ, ຫົວໜ່ວຍທຸລະກິດ ແລະ ຊາວແຂວງຫຼວງນ້ຳທາ ກໍຄືຊາວຕ່າງປະເທດທີ່ດຳລົງຊີວິດຢູ່ແຂວງຫຼວງນ້ຳທາທຸກທົ່ວໜ້າຈົ່ງຮ່ວມຈິດຮ່ວມໃຈກັນເປັນເຈົ້າການ ແລະ ເພີ່ມທະວີການຈັດຕັ້ງປະຕິບັດບັນດາວິທີການ ແລະ ມາດຕະການທີ່ໄດ້ວາງອອກ ດັ່ງນີ້:


1. ໃຫ້ທຸກພາກສ່ວນສືບຕໍ່ເຊື່ອມຊຶມ ແລະ ກຳແໜ້ນ ແລະ ປະຕິບັດບັນດາມາດຕະການທີ່ໄດ້ກຳນົດໄວ້ໃນຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຕ່າງໆທີ່ສູນກາງພັກ, ລັດຖະບານ ກໍຄືອົງການປົກຄອງແຂວງ, ອົງການປົກຄອງເມືອງ ແລະ ຄະນະສະເພາະກິດແຕ່ລະຂັ້ນໄດ້ວາງອອກແລ້ວໃຫ້ເຂັ້ມງວດແທ້ໆ.
2. ຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕ້ອງໄດ້ຖືເອົາການສະກັດກັ້ນ, ຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນີ້ ເປັນວຽກງານສໍາຄັນ-ຕົ້ນຕໍ ແລະ ຖືເປັນວຽກບູລິມະສິດໃນການຊີ້ນໍາ-ນໍາພາໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ເພີ່ມທະວີການໂຄສະນາເຜີຍແຜ່ດ້ວຍຮູບແບບຕ່າງໆໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຖີງຜົນຮ້າຍຢ່າງທົ່ວເຖີງ-ເລິກເຊິ່ງ ແລະ ຮູ້ໄດ້ວິທີການປ້ອງກັນທີ່ຖືກຕ້ອງ ເພື່ອຫຼີກລ່ຽງຄວາມສ່ຽງຈາກການຕິດເຊື້ອຂອງພະຍາດດັ່ງກ່າວ.
3. ພະນັກງານ, ທະຫານ-ຕໍາຫຼວດ, ເຈົ້າໜ້າທີ່ແພດໝໍທຸກທ່ານ ຂໍໃຫ້ຍົກສູງຄວາມຮັບຜິດຊອບການເມືອງຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງສົມກຽດ, ໃນສະຖານະການບ້ານເມືອງມີຄວາມຫຍຸ້ງຍາກຄືແນວນີ້ ພະນັກງານ-ສະມາຊິກພັກເຮົາຕ້ອງນໍາໜ້າ, ຕ້ອງເປັນແບບຢ່າງທີ່ດີໃຫ້ປະຊາຊົນບັນດາເຜົ່າ ໃຫ້ສົມກັບວ່າເປັນທີ່ເພີ່ງ ແລະ ເປັນຜູ້ບໍລິການຮັບໃຊ້ປະຊາຊົນຢ່າງແທ້ຈິງ.

4. ສໍາລັບປະຊາຊົນ ທີ່ດໍາລົງຊິວິດຢູ່ເຮືອນ, ຢູ່ບ້ານ ແລະ ບັນດາເມືອງ ພາຍໃນແຂວງ ຕ້ອງເປັນເຈົ້າການປ້ອງກັນຕົວເອງ, ປະຕິບັດຕາມມາດຕະການສະກັດກັ້ນ-ປ້ອງກັນພະຍາດໂຄວິດ-19 ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ເປັນເຈົ້າການຕິດຕາມສຸຂະພາບ, ອາການຂອງຕົນເອງ ຖ້າມີຄວາມສ່ຽງໃຫ້ຮີບຮ້ອນໄປປຶກສາ ແລະ ກວດເຊື້ອນໍາແພດໝໍ.
ຖ້າມີບຸກຄົນທີ່ມາຈາກຕ່າງແຂວງ, ມາຈາກເຂດທີ່ມີຄວາມສ່ຽງ ຕ້ອງຂຶ້ນບັນຊີສອບສວນໃຫ້ລະອຽດ ແລະ ດຳເນີນການກັກຕົວ, ກັກບໍລິເວນ ແລະ ລາຍງານໃຫ້ຄະນະສະເພາະກິດເພື່ອເກັບຕົວຢ່າງມາກວດ ຫາເຊື່ອພະຍາດໃຫ້ທັນເວລາ ແລະ ຫ້າມເດັດຂາດບໍ່ໃຫ້ມີການປິດບັງ, ເຊື່ອງອຳເດັດຂາດ, ບັນຫານີ້ຂໍໃຫ້ອົງການປົກຄອງເມືອງ, ອົງການປົກຄອງບ້ານເປັນເຈົ້າການແທ້ໆ.
5. ສໍາລັບຜູ້ຕິດເຊື້ອ ກໍ່ຂໍໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຕັ້ງອົກຕັ້ງໃຈປິ່ນປົວ, ໃຫ້ຄວາມຮ່ວມມື ແລະ ປະຕິບັດຕາມການແນະນໍາຂອງແພດໝໍ, ຫຼຸດຜ່ອນການນໍາໃຊ້ໂຊຊຽວ, ສື່ອອນລາຍ ຮ້າຍດ່າກັນ, ຕ້ອງເສບຂ່າວຢ່າງມີສະຕິ ແຍກໃຫ້ໄດ້ຂ່າວຈີງ ຂ່າວລວງ, ຫຼີກ ລ່ຽງການກົດໄລກົດແຊ ໂດຍບໍ່ສົມເຫດສົມຜົນ;
ສໍາລັບບຸກຄົນໃດທີ່ຮູ້ວ່າຕົນເອງໄດ້ໃກ້ສິດກັບຜູ້ຕິດເຊື້ອ ກໍ່ຂໍໃຫ້ເປັນເຈົ້າການ, ຕື່ນຕົວເຂົ້າໄປ
ກວດເຊື້ອນໍາແພດໝໍ ຢູ່ໂຮງໝໍແຂວງ ຕາມທີ່ໂມງເວລາທີ່ໄດ້ກໍານົດໄວ້, ທັງນີ້ກໍ່ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນແຕ່ຫົວທີ ເພື່ອເຮັດໃຫ້ສຸຂະພາບ ແລະ ຊິວິດຂອງພວກເຮົາມີຄວາມປອດໄພ.
6. ຄະນະສະເພາະກິດຂັ້ນແຂວງ, ພະແນກສາທາລະນະສຸກ, ໂຮງໝໍແຂວງ, ຄະນະສະເພາະກິດຂັ້ນເມືອງ, ຫ້ອງການສາທາລະນະສຸກ ແລະ ໂຮງໝໍເມືອງ 5 ເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກຽມຄວາມພ້ອມຮອບດ້ານເພື່ອຮອງຮັບສະພາບການທີ່ອາດຈະເກີດຂຶ້ນໃຫ້ທັນການ ແລະ ແກ້ໄຂໃຫ້ທັນເວລາ.


7. ຂໍໃຫ້ເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ ສືບຕໍ່ເພີ່ມທະວີການຕິດຕາມ, ກວດກາ ການຈັດຕັ້ງປະຕິ ບັດຄໍາສັ່ງ, ແຈ້ງການກ່ຽວກັບການສະກັດກັ້ນ, ຄວບຄຸມ, ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ຂອງທຸກພາກສ່ວນ ຢ່າງເຂັ້ມງວດ, ຫຼີກລ່ຽງການສວຍໃຊ້ຊ່ອງຫວ່າງໃນສະ ຖານະການບ້ານເມືອງມີຄວາມຫຍຸ້ງຍາກ ໄປໃນທາງທີ່ບໍ່ຖືກຕ້ອງ.
ຖ້າຫາກບັນຫາເກີດຂຶ້ນກັບການຈັດຕັ້ງໃດ, ເກີດຂຶ້ນກັບພາກສ່ວນໃດ, ເກີດຂຶ້ນກັບບຸກຄົນໃດ ຍ້ອນຄວາມປະໝາດ, ຍ້ອນບໍ່ປະຕິບັດຕາມມາດຕະການທີ່ວາງອອກຢ່າງເຂັ້ມງວດ ມອບໃຫ້ຄະ ນະສະເພາະກິດແຕ່ລະຂັ້ນ, ເຈົ້າໜ້າທີ່ກ່ຽວຂ້ອງດຳເນີນສືບສວນ, ສອບສວນ ແລະ ປະຕິບັດຕາມລະບຽບ-ກົດໝາຍຢ່າງເຂັ້ມງວດ.
8. ຮຽຮ້ອງມາຍັງທຸກພາກສ່ວນໃນສັງຄົມປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ ເປັນຕົ້ນການຮັກສາໄລຍະຫ່າງ, ລ້າງມືດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ເປັນປະຈຳ; ພ້ອມນີ້ກໍເປັນເຈົ້າການໃນການຕິດຕາມ ຜູ້ທີ່ລັກລອບເຂົ້າປະເທດແບບຜິດກົດໝາຍ ແລະ ໄປເຄື່ອນໄຫວໃນຊຸມຊົນຕ່າງໆ ແລະ ແຈ້ງໃຫ້ຄະນະສະເພາະກິດຂັ້ນເມືອງ-ຂັ້ນແຂວງຊາບໂດຍດ່ວນ ເພື່ອດຳເນີນການແກ້ໄຂຕາມລະບຽບການຕ່າງໆ ທີ່ກຳນົດໄວ້.

ບັນດາທ່ານພີ່ນ້ອງຊາວຫຼວງນ້ຳທາທີ່ຮັກແພງ ດ້ວຍຄວາມຮັບຜິດຊອບ, ດ້ວຍຄວາມເປັນຫ່ວງເປັນໃຍ ຂ້າພະເຈົ້າກໍຂໍເນັ້ນພຽງເທົ່ານັ້ນກ່ອນ ທ້າຍນີ້ຂໍອວຍພອນໃຫ້ທຸກທ່ານມີສຸຂະພາບເຂັ້ມແຂງ, ມີຈິດໃຈເຂັ້ມແຂງ ເປັນເຈົ້າຕົນເອງ ແລະ ພ້ອມກັນຕອບຕ້ານພະຍາດໂຄວິດ-19 ນີ້ ໃຫ້ຜ່ອນຄາຍລົງໂດຍໄວ.