ກົດໝາຍກິລາ-ກາຍຍະກໍາ ( ຕໍ່ ) ພາກທີ 1 ມາດຕາ 7-8 ຂອບເຂດການນໍາໃຊ້ – ການຮ່ວມມືສາກົນ

475

ໄປຕໍ່ກັບ ກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ) ຫຼັງຈາກທີ່ປະທານປະເທດໄດ້ອອກລັດຖະດຳລັດເລກທີ 026 ລົງວັນທີ 6 ມັງກອນ 2020 ປະກາດໃຊ້ ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ( ສະບັບປັບປຸງ ) ຢ່າງເປັນທາງການ ມື້ນີ້ຈະມາຮູ້ໃນ ພາກທີ 1 ບັນຢັດທົ່ວໄປ ໂດຍທີ່ກ່ອນໜ້ານີ້ແນະນໍາໄປແລ້ວມາດຕາ 1 – 6 ເຊິ່ງມື້ນີ້ຈະໄປຕໍ່ມາດຕາ 7 ແລະ 8 ມາໃຫ້ຮູ້ນໍາກັນດັ່ງນີ້:

ມາດຕາ 7 (ໃຫມ່) ຂອບເຂດການນໍາໃຊ້ກົດຫມາຍ
ກົດຫມາຍສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານກ່ຽວກັບກິລາ-ກາຍຍະກໍາ ຢູ່ ສປປ ລາວ.

ມາດຕາ 8 (ປັບປຸງ) ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ດ້ວຍການແລກປ່ຽນບົດຮຽນດ້ານວິຊາການ, ວິທະຍາສາດ, ເຕັກໂນໂລຊີ້, ຂໍ້ມູນ ຂ່າວສານ, ການຈັດການ ແຂ່ງຂັນ, ການເຂົ້າຮ່ວມການສະແດງ, ການແຂ່ງຂັນ, ການສ້າງນັກກິລາ, ຍົກລະດັບບຸກຄະລາກອນກິລາ-ກາຍຍະກໍາ ແລະ ການກໍ່ສ້າງໂຄງລ່າງພື້ນຖານ ເພື່ອພັດທະນາວຽກງານກິລາ-ກາຍຍະກໍາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

.