ໂຄວິດ-19 ລະບາດກວມ 14 ແຂວງ ແລະ ນະຄອນຫຼວງວຽງຈັນ ຍັງເຫຼືອ 3 ແຂວງ ທີ່ຍັງບໍ່ທັນມີຜູ້ຕິດເຊື້ອ

805

ມາຮອດປະຈຸບັນ ສປປ ລາວ ມີການລະບາດຂອງພະຍາດໂຄວິດ-19 ກວມເອົາ14ແຂວງ ແລະ ນະຄອນຫຼວງວຽງຈັນ, ຕົວເລກຜູ້ຕິດເຊື້ອກສະສົມທັງໝົດ 933 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ

ລາຍລະອຽດດັ່ງນີ້: ນະຄອນຫຼວງວຽງຈັນ 591 ຄົນ; ແຂວງຈຳປາສັກ 117 ຄົນ(ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ); ແຂວງບໍ່ແກ້ວ 91 ຄົນ; ແຂວງສະຫວັນນະເຂດ 28 ຄົນ; ແຂວງຫຼວງພະບາງ 14 ຄົນ; ແຂວງວຽງຈັນ 13 ຄົນ(ຄົນເຈັບແຂວງວຽງຈັນ 1 ຄົນ ມາປີ່ນປົວໃນ ນະຄອນຫຼວງວຽງຈັນ); ແຂວງສາລະວັນ 6 ຄົນ; ແຂວງຫຼວງນ້ຳທາ 6 ຄົນ; ແຂວງອຸດົມໄຊ 5 ຄົນ; ແຂວງຜົ້ງສາລີ 3 ຄົນ; ແຂວງໄຊຍະບູລີ 3 ຄົນ; ແຂວງບໍລິຄຳໄຊ 3 ຄົນ; ແຂວງຄຳມ່ວນ 1 ຄົນ; ແຂວງຊຽງຂວາງ 1 ຄົນ.


ສ່ວນອີກ 3 ແຂວງ ທີ່ຍັງບໍ່ທັນມີການລາຍງານ ຫຼື ກວດພົບວ່າມີຜູ້ຕິດເຊື້ອໃນປະເທດລາວ ມີ 3 ແຂວງຄື: ແຂວງຫົວພັນ, ແຂວງໄຊສົມບູນ ແລະ ແຂວງອັດຕະປື.

ເພື່ອຢັບຢັ້ງການແຜ່ເຊື້ອ ບໍ່ໃຫ້ຂະຫຍາຍອອກສູ່ວົງກ້ວາງ ຂໍສະເໜີມາຍັງ ອຳນາດການປົກຄອງທຸກຂັ້ນ ເຂັ້ມງວດໃນການຜັນຂະຫຍາຍ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ຕິດຕາມເອົາໃຈໃສ່ ກວດກາການເຄື່ອນໄຫວຂອງປະຊາຊົນ, ຕິດຕາມກວດກາຜູ້ທີ່ເດີນທາງເຂົ້າປະເທດ ໂດຍບໍ່ຖືກຕາມລະບຽບຫຼັກການ, ຖ້າຫາກພົບເຫັນ ກໍ່ໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນທ້ອງຖິ່ນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນຕາມລະບຽບການ

ຄຽງຄູ່ກັບການປະຕີບັດມາດຕະການຢ່າງເຂັ້ມງວດແລ້ວ ກໍຂໍໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍຕ້ອງໄດ້ສັກວັກຊີນ COVID-19 ຈົ່ງພ້ອມໃຈກັນ ໄປຮັບການສັກຢາວັກຊີນ ຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວ ແລະ ປະຊາຊົນລາວທຸກຄົນ ປອດໄພຈາກພະຍາດໂຄວິດ-19.