ເກີດເຫດໄຟໄໝ້ລົດບັນທຸກນໍ້າມັນໃນເຂດຊານເມືອງຂອງນະຄອນຫຼວງຄາບູລ ປະເທດອັຟການິສຖານ

721

ເກີດເຫດໄຟໄໝ້ ລົດບັນທຸກນໍ້າມັນຫຼາຍຄັນໃນເຂດຊານເມືອງທາງທິດເໜືອຂອງນະຄອນຫຼວງກາບູລ ປະເທດອັຟການິສະຖານເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ 14 ຄົນໄດ້ຮັບບາດເຈັບ.

ສຳນັກຂ່າວເອພີ ລາຍງານຈາກນະຄອນຫຼວງຄາບູລ ປະເທດອັຟການິສຖານ ເມື່ອວັນອາທິດ ທີ 2 ພຶດສະພາ ວ່າ ກະຊວງພາຍໃນຂອງອັຟການິສຖານ ຖະແຫຼງວ່າ ເກີດເຫດໄຟໄໝ້ລົດບັນທຸກນໍ້າມັນຄັນໜຶ່ງເຮັດໃຫ້ແຮງລະເບີດໄດ້ລາມໄປໃສ່ລົດໃຫຍ່ອີກຫຼາຍຄັນຈົນເກີດໄຟລຸກໄໝ້ຂຶ້ນສູງຢ່າງຮຸນແຮງ ໃນໄລຍະກາງຄືນຂອງວັນເສົາ ຜ່ານມາ ໃນເຂດຊານເມືອງທາງທິດເໜືອຂອງນະຄອນຫຼວງຄາບູລ ບ້ານເຮືອນຫຼາຍຫຼັງຖືກໄຟໄໝ້ ລວມທັງປໍ້ານໍ້າມັນອີກແຫ່ງໜຶ່ງ ເບື້ອງຕົ້ນພົບຜູ້ເສຍຊີວິດ 7 ຄົນ ແລະບາດເຈັບ 14 ຄົນ.

อาจเป็นรูปภาพของ กลางแจ้ง

อาจเป็นรูปภาพของ กลางแจ้ง

ຍັງບໍ່ມີລາຍງານວ່າ ເປັນອຸບັດຕິເຫດ ຫຼື ການກໍ່ເຫດ ເນື່ອງຈາກເກີດຂື້ນໃນມື້ດຽວກັນກັບເຈົ້າໜ້າທີ່ກອງທັບທະຫານສະຫະລັດແລະ ນາໂຕ້ ໄດ້ເລີ່ມຖອນກຳລັງອອກຈາກອັຟການິສຖານ. ຢຸດຕິພາລະກິດການທະຫານດົນນານເກືອບ 20 ປີ. ໂດຍທະຫານອາເມຣິກາ ທັງໝົດ 2.500-3.500 ຄົນ ແລະ ທະຫານນາໂຕ້ 7.000 ຄົນ ຈະຖອນກຳລັງອອກທັງໝົດ ພາຍໃນວັນທີ 11 ກັນຍາ ທີ່ຈະເຖິງນີ້ ເຊິ່ງຈະຄົບຮອບ 20 ປີ ເຫດການກໍ່ການຮ້າຍຕຶກເວີດ ເທຣດ ເຊັນເຕີ ໃນນະຄອນນິວຢອກ ສະຫະລັດ ອາເມຣິກາ ເຮັດໃຫ້ສະຫະລັດຕ້ອງເຂົ້າຮ່ວມສົງຄາມຕ້ານການກໍ່ການຮ້າຍ.

อาจเป็นรูปภาพของ กลางแจ้ง

อาจเป็นรูปภาพของ กลางแจ้ง

ໂຄສົກກະຊວງພາຍໃນອັຟການິສຖານ ກ່າວວ່າ ເຈົ້າໜ້າທີ່ສືບສວນໄດ້ຄົ້ນຕາມເສດຊາກ ເພື່ອຊອກຫາຫຼັກຖານ ໃນການສືບສວນຫາສາເຫດໄຟໄໝ້ຄັ້ງນີ້. ຂະນະທີ່ ກຸ່ມຄົນຂັບລົດບັນທຸກໄດ້ເອົາລົດບັນທຸກມາປິດເສັ້ນທາງໃນບ່ອນເກີດເຫດ ເພື່ອຮຽກຮ້ອງໃຫ້ລັດຖະບານຊົດເຊີຍຄ່າເສຍຫາຍ.