ລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 112 ຄົນ (ກໍລະນີຢັ້ງຢືນທີ 822-933)

1073

ຜົນກວດໃນວັນທີ1 ພຶດສະພາ ພົບກໍລະນີຕິດເຊື້ອໂຄວິດ-19 ຈຳນວນ112ຄົນ.ໃນນີ້ນະຄອນຫຼວງ34ຄົນ, ແຂວງບໍ່ແກ້ວ60ຄົນ,ແຂວງຈໍາປາສັກ11ຄົນ, ສະຫວັນນະເຂດ 3ຄົນ, ແຂວງວຽງຈັນ 3 ຄົນ ແລະ ແຂວງບໍລິຄໍາໄຊ 1ຄົນ.

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ກ່າວໃນພິທີຖະເແຫຼງຂ່າວປະຈຳວັນທີ 2 ພຶດສະພາວ່າ: ສຳລັບຜູ້ຕິດເຊື້ອໃໝ່ ຢູ່ແຂວງ ຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ແຂວງວຽງຈັນ ແລະ ບໍລິຄຳໄຊ ແມ່ນລ້ວນແຕ່ມີປະຫວັດສຳຜັດໃກ້ຊິດ ກັບກໍລະນີຕິດເຊື້ອ ພາຍໃນແຂວງຂອງຕົນ.


ສ່ວນ 34 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍລ້ວນແຕ່ເປັນຜູ້ທີ່ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ 59.


ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າເຊັ່ນ: ຮ້ານຄາລາໂອເກະ ໄດມອນ, ຮ້ານຄາລາໂອເກະ 8118, ຮ້ານເບຍ Funny 89, ພັບມາລີນາ, ຮ້ານອາຫານມານາແມະ, ສວນນ້ຳໄອເຕັກ (ງານປາຕີສະນ້ຳ), ຮ້ານຄາລາໂອເກະວີກຕໍ, ສາມແຍກນາໄຊ, ບັນດາວັດໃນໃຈກາງນະຄອນຫຼວງວຽງຈັນ, ຮ້ານຂາຍຂອງກິນສຸກຕະຫຼາດໂພນຕ້ອງ ເມືອງຈັນທະບູລີ, ບໍລີສັດບໍ່ແຮ່ຄຳ ດາລີ ບ້ານ ຫ້ວຍຄຳ ເມືອງສັງທອງ, ບໍລິສັດໄຟຟ້າລາວ ໜອງບືກ ນະຄອນຫຼວງວຽງຈັນ, ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ, ກອງສິລະປະກອງທັບໂພນເຄັງ, ຮ້ານບິກຊີແຖວທາດຫຼວງ, ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ, ອາພາດເມັນ 3 Y ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ, ຕະຫຼາດໂພນຕ້ອງຈອມມະນີ.

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ກ່າວຕື່ມວ່າ: ມາຮອດປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 933 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ. ການລະບາດຄັ້ງນີ້ມີຜູ້ຕິດເຊື້ອ ຕໍ່າກວ່າ5ປີ 6ຄົນ ຕໍ່າສຸດ2ເດືອນ; ຫຼາຍກວ່າ60ປີ 6 ຄົນ ສູງສຸດ90ປີ1ຄົນ; ມີຄົນຕ່າງປະເທດ54ຄົນ( ອິນເດຍ1ຄົນ,ສ. ເກົາຫຼີ3ຄົນ, ຫວຽດນາມ45ຄົນ , ຈີນ5 ຄົນ)