2​ ພຶດສະພາ​ ມິຜູ້ຕິດເຊື້ອ112​ ຄົນ ຫຼາຍສຸດຢູ່ແຂວງບໍ່ແກ້ວ60ຄົນ ຮອງມານະຄອນຫຼວງວຽງຈັນ34 ຄົນ

611

ຄະນະສະເພາະກິດ ຖະແຫຼງຂ່າວປະວັນທີ2 ພຶດສະພາ 2021 ວ່າ: ຜົນກວດໃນວັນທີ1 ພຶດສະພາ ພົບກໍລະນີຕິດເຊື້ອໂຄວິດ-19 ຈຳນວນ112ຄົນ.ໃນນີ້ນະຄອນຫຼວງ34ຄົນ, ແຂວງບໍ່ແກ້ວ60ຄົນ,ແຂວງຈໍາປາສັກ11ຄົນ, ສະຫວັນນະເຂດ 3ຄົນ, ແຂວງວຽງຈັນ 3 ຄົນ ແລະ ແຂວງບໍລິຄໍາໄຊ 1ຄົນ.

ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ.ສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ຖະແຫຼງຂ່າວປະຈຳວັນທີ2 ພຶດສະພາ2021

ສຳລັບ ສປປ ລາວ ໃນວັນທີ 1 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.091 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 112 ຕົວຢ່າງ, ເຊີ່ງແບ່ງອອກເປັນແຕ່ລະແຂວງດັ່ງນີ້ ນະຄອນຫຼວງ 34 ຄົນ,ແຂວງວຽງຈັນ 3 ຄົນ,ຈໍາປາສັກ 11ຄົນ, ບໍ່ແກ້ວ 60ຄົນ (ເມືອງຕົ້ນເຜິ້ງ 57 ຕົວຢ່າງ ແລະ ແຂວງບໍ່ແກ້ວ 3 ຕົວຢ່າງ),ສະຫວັນນະເຂດ 3 ຄົນແລະບໍລິຄໍາໄຊ 1 ຄົນ. ມາຮອດປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 933 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 882 ຄົນ

ອຳນາດການປົກຄອງທຸກຂັ້ນໃຫ້ເຂັ້ມງວດໃນການຜັນຂະຫຍາຍຄຳສັ່ງ ແຈ້ງການຂອງ ນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ຕິດຕາມເອົາໃຈໃສ່ ກວດກາການເຄື່ອນ ໄຫວໄປມາຂອງປະຊາຊົນ ບໍ່ໃຫ້ອອກຈາກເຮືອນ ແລະ ເດີນທາງຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ເດີນທາງເຂົ້າປະເທດໂດຍຜິດກົດໝາຍ ກໍໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດ ຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ.

ສະພາບການລະບາດ ໃນ ສປປ ລາວເຮົາ ຍັງຄົງໜ້າເປັນຫ່ວງ, ມີລາຍງານຜູ້ຕິດເຊື້ອໃໝ່ເພີ້ມຂຶ້ນຕໍ່ເນື່ອງ ແລະ ມີທ່າອ່ຽງຈະສູງຂຶ້ນໃນຕໍ່ໜ້າ ຈາກຕົວເລກ ຫຼັກສິບ ເພິ່ມມາເປັນ ຫຼັກຮ້ອຍ ໃນແຂວງ 14 ແຂວງທົ່ວປະເທດ ຍົກເວັ້ນ ແຂວງ ຫົວພັນ, ໄຊສົມບູນ ແລະ ອັດຕະປື, ເຊິ່ງສາເຫດລະບາດ ກໍ່ມາຈາກ ມີຄົນລັກລອບເຂົ້າມາປະເທດຂອງພວກເຮົາ;
ສາເຫດຂອງການລະບາດໃນຄັ້ງນີ້ ກໍ່ຍ້ອນສາຍພັນ B 1.1.7 (ສາຍພັນອັງກິດ) ຖືກນຳເຂົ້າມາໃນປະເທດເຮົາ ເຊິ່ງຈຸດພິເສດຂອງສາຍພັນນີ້ ສາມາດຕິດຕໍ່ກັນໄດ້ງ່າຍ ແລະ ໄວກວ່າເກົ່າ;


ຕໍ່ກັບສະພາບດັ່ງກ່າວ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ຢູ່ເຮືອນຂອງຕົນ ບໍ່ຄວນອອກບ້ານ ຖ້າບໍ່ຈຳເປັນ, ຍົກເວັ້ນການໄປປະຈຳການ, ປະຕິບັດໜ້າທີ່ ຫຼື ຊື້ເຄື່ອງບໍລິໂພກ, ອຸປະໂພກທີ່ຈຳເປັນ, ໄປຫາແພດ ຫຼື ໄປຮັບການສັກຢາວັກຊີນ, ຖ້າຫຼີກລ້ຽງບໍ່ໄດ້ ຄວນໃສ່ຜ້າປິດປາກ-ດັງຕະຫຼອດເວລາ ໄລຍະອອກຈາກບ້ານ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ, ຫຼື ເຈວທີ່ມີສ່ວນຜະສົມເຫຼົ້າ 70% ກ່ອນ ແລະ ຫຼັງສຳຜັດກັບສິ່ງຂອງ ຫຼື ຄົນ, ບໍ່ໃຊ້ມືສຳຜັດ ຕາ, ດັງ ແລະ ປາກ ເພາະສາມາດນຳເອົາເຊື້ອພະຍາດເຂົ້າສູ່ຮ່າງກາຍໄດ້, ຮັກສາໄລຍະຫ່າງທາງສັງຄົມ ຢ່າງໜ້ອຍ 1 ແມັດຂຶ້ນໄປ. ຖ້າທຸກຄົນ ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ໄດ້ຄືແນວນີ້ ຈະຊ່ວຍຫຼຸດຜ່ອນ ໂອກາດໃນການຕິດເຊື້ອ ແລະ ສະກັດກັ້ນ ການແຜ່ເຊື້ອໄປສູ່ຄົນທີ່ທ່ານຮັກ ແລະ ສັງຄົມໄດ້;


ເພື່ອຢັບຢັ້ງການແຜ່ເຊື້ອ ບໍ່ໃຫ້ຂະຫຍາຍອອກສູ່ວົງກ້ວາງ ຂໍສະເໜີມາຍັງ ອຳນາດການປົກຄອງທຸກຂັ້ນ ເຂັ້ມງວດໃນການຜັນຂະຫຍາຍ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ຕິດຕາມເອົາໃຈໃສ່ ກວດກາການເຄື່ອນໄຫວຂອງປະຊາຊົນ, ຕິດຕາມກວດກາຜູ້ທີ່ເດີນທາງເຂົ້າປະເທດ ໂດຍບໍ່ຖືກຕາມລະບຽບຫຼັກການ, ຖ້າຫາກພົບເຫັນ ກໍ່ໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນທ້ອງຖິ່ນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນຕາມລະບຽບການ;


ຄຽງຄູ່ກັບການປະຕີບັດມາດຕະການຢ່າງເຂັ້ມງວດແລ້ວ ກໍຂໍໃຫ້ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍຕ້ອງໄດ້ສັກວັກຊີນ COVID-19 ຈົ່ງພ້ອມໃຈກັນ ໄປຮັບການສັກຢາວັກຊີນ ຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວ ແລະ ປະຊາຊົນລາວທຸກຄົນ ປອດໄພຈາກພະຍາດໂຄວິດ-19;