ນະຄອນໄກສອນແຈ້ງໃຜພົວພັນກຸ່ມນີ້ໃຫ້ຮີບໄປກວດເຊື້ອດ່ວນ

525

ໃນທຸກວັນນີ້ພະຍາດໂຄວິດກຳລັງລະບາດແຮງ ທຸກພາກສ່ວນທຸກຄົນຕ້ອງໃຫ້ການຮ່ວມມືອຳນວຍຄວາມສະດວກກັບເຈົ້າໜ້າທີ່ແພດໝໍ ເພື່ອສຸ່ມຫາຜູ້ໃກ້ຊິດຄົນທີ່ຕິດເຊື້ອແລ້ວໃຫ້ໝົດໄວທີ່ສຸດ.

ເຊິ່ງແຂວງສະຫວັນນະເຂດແມ່ນແຂວງໜຶ່ງທີ່ໄດ້ກວດພົບຜູ້ຕິດເຊື້ອ ແລະມີຈຳນວນຫຼາຍຂຶ້ນ ຫຼ້າສຸດນີ້ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ປະຊາສໍາພັນເຖິງບັນດາສະມາຊິກໃນຄອບຄົວ, ພີ່ນ້ອງ, ແລະ ໝູ່ເພື່ອນ ຜູ້ທີ່ສຳພັດໃກ້ຊິດ ກັບຜູ້ທີ່ມີລາຍຊື່ດັ່ງລຸ່ມນີ້ ໃຫ້ໄປສະເໜີໂຕລົງທະບຽນເພື່ອເກັບຕົວຢ່າງຊອກເຊື້ອພະຍາດໂຄວິດ 19 ທີ່ຈຸດເກັບຕົວຢ່າງເດີ່ນບານຫຼັກ 4 ນະຄອນໄກສອນ.


ໝາຍເຫດ: ໃຫ້ຖືບັດປະຈຳຕົວ ຫຼື ປື້ມສຳມະໂນຄົວໄປພ້ອມ ເວລາ 9:00 ຫາ 16:00
➡️ ສິ່ງທີ່ຄວນປະຕິບັດ :
1. ແຍກຕົວເອງອອກຈາກຄົນອື່ນທັນທີ.
2. ໃສ່ຜ້າອັດປາກ-ດັງ ແລະ ຮັກສາໄລຍະຫ່າງຕະຫຼອດເວລາ.
3. ໃຫ້ຂໍ້ມູນຄວາມຈິງທັງໝົດຕໍ່ເຈົ້າໜ້າທີ່.


4. ໃນລະຫວ່າງລໍຖ້າຜົນກວດ ໃຫ້ທ່ານຈໍາກັດບໍລິເວນຕົນເອງຢ່າງເຂັ້ມງວດໃຫ້ຄົບ14ມື້.
5. ຖ້າຜົນອອກເປັນ➕ທີມງານພະນັກງານແພດໝໍຈະຕິດຕໍ່ຫາທ່ານເອງ.
ໝາຍເຫດ : ຜູ້ທີ່ກວດເຊືອບໍ່ພົບ ໃຫ້ສືບຕໍ່ກັກບໍລິເວນຕົນເອງຢູ່ເຮືອນ 14 ວັນ ( ບໍ່ໃຫ້ອອກໄປເຮັດວຽກ ), ຜູ້ທີ່ມີອາການສະແດງ ແມ່ນ ໃຫ້ມາສະເໜີກວດເຊື້ອຄືນອີກ.