ທົ່ວໂລກສັກວັກແຊັງປ້ອງກັນໂຄວິດແລ້ວຫຼາຍກວ່າ 1,1 ພັນລ້ານໂດສ

317

ສຳນັກຂ່າວບລູມເບີກ ລາຍງານວ່າ: ການສັກວັກແຊັງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດໂລກກຳລັງດຳເນີນໄປຢ່າງຕໍ່ເນື່ອງ ໂດຍຫຼ້າສຸດ ສາມາດສັກວັກແຊັງປ້ອງກັນໂຄວິດ-19 ໄປແລ້ວ 1.130 ພັນລ້ານໂດສໃນ 174 ປະເທດທົ່ວໂລກ ໃນອັດຕາການສັກ 20 ລ້ານໂດສຕໍ່ວັນ. ສປ ຈີນ ເປັນປະເທດທີ່ສັກຫຼາຍກວ່າໝູ່ ເຊິ່ງສັກໄປແລ້ວປະມານ 253 ລ້ານໂດສ.


ໃນຂະນະທີ່ສະຫະລັດອາເມຣິກາສັກໄປແລ້ວ 240 ລ້ານໂດສ, ຈາກຂໍ້ມູນໃນອາທິດຜ່ານມາເຫັນວ່າ ອາເມຣິກາສາມາດສັກວັກແຊັງປ້ອງກັນໂຄວິດໃຫ້ປະຊາຊົນ 2,55 ລ້ານໂດສຕໍ່ອາທິດ, ດ້ວຍຄວາມໄວລະດັບດັ່ງກ່າວນັ້ນ ອາເມຣິກາຈະໃຊ້ເວລາອີກ 3 ເດືອນກໍຈະສາມາດສັກວັກແຊັງປ້ອງກັນໂຄວິດຄວບຄຸມ 75% ຂອງປະຊາກອນທັງໝົດ ເຊິ່ງປະຊາກອນຂອງອາເມຣິກາປະມານ 330 ລ້ານໂຄົນ.


ລາຍງານລະບຸວ່າ: ຄວາມຈິງແລ້ວ ວັກແຊັງຈຳນວນ 1.130 ພັນລ້ານໂດສ ຫາກແບ່ງປັນຢ່າງທົ່ວເຖິງຈະສາມາດຊັກໃຫ້ປະຊາຊົນກວມເອົາ 7,4% ຂອງປະຊາກອນໂລກໄດ້ ແຕ່ການແຈກຢາຍວັກແຊັງບໍ່ເປັນທຳຈຶ່ງເຮັດໃຫ້ປະເທດທີ່ຮັ່ງມີສັກວັກແຊັງໄວກວ່າປະເທດທີ່ກຳລັງພັດທະນາເຖິງ 25 ເທົ່າ.


ທັງນີ້ ປະເທດທີ່ສັກວັກແຊັງປ້ອງກັນໂຄວິດຫຼາຍທີ່ສຸດແມ່ນ ສປ ຈີນ 253 ລ້ານໂດສ, ຮອງລົງມາແມ່ນອາເມຣິກາ 240 ລ້ານໂດສ, ອິນເດຍ 154 ລ້ານໂດສ, ເອີຣົບ 145 ລ້ານໂດສ ແລະ ສະຫະຣາຊະອານາຈັກ 48 ລ້ານໂດສ.