ທ່ານ ຮສ ດຣ ບຸນກອງ ສີຫາວົງ ລົງຊຸກຍຸກ ແລະ ຊີ້ນຳແຂວງ ຈຳປາສັກ ແລະ ແຂວງອັດຕະປື ໃນການເຝົ້າລະວັງ ແລະ ຕອບໂຕ້ພະຍາດໂຄວິດ-19

519

ອີງຕາມຂ່າວຈາກສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Healthໃຫ້ຮູ້ວ່າ: ໃນວັນທີ 1 ພຶດສະພາ 2021 ທ່ານ ຮສ ດຣ ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງໄປຊຸກຍຸກ ແລະ ຊີ້ນຳແຂວງ ຈຳປາສັກ ແລະ ແຂວງອັດຕະປື ໃນການເຝົ້າລະວັງ ແລະ ຕອບໂຕ້ພະຍາດໂຄວິດ-19 ທີ່ກຳລັງລະບາດແຜ່ລາມໄປຫຼາຍແຂວງໃນທົ່ວປະເທດ, ໃນນັ້ນມີທ່ານເຈົ້າແຂວງ ແລະ ຄະນະສະເພາະກິດແຂວງຮ່ວມກັນກວດສະຖານທີ່ຕ່າງໆເພື່ອສ້າງເປັນໂຮງໝໍພາກສະໜາມ ໃນການຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ນັບມື້ນັບເພິ່ມຂຶ້ນ.

ມາຮອດວັນທີ1 ເມສາ 2021 ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 821 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 770 ຄົນ.

ເພື່ອຢຸດຢັ້ງບໍ່ໃຫ້ການແຜ່ເຊື້ອໃນໄລຍະນີ້ອອກສູ່ວົງກ້ວາງ ດັ່ງພວກເຮົາເຫັນລາຍວັນ, ຄະນະສະເພາະກິດ ໄດ້ສະເໜີອຳນາດການປົກຄອງທຸກຂັ້ນໃຫ້ເຂັ້ມງວດໃນການຜັນຂະຫຍາຍຄຳສັ່ງ ແຈ້ງການຂອງ ນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ຕິດຕາມເອົາໃຈໃສ່ ກວດກາການເຄື່ອນ ໄຫວໄປມາຂອງປະຊາຊົນ ບໍ່ໃຫ້ອອກຈາກເຮືອນ ແລະ ເດີນທາງຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ເດີນທາງເຂົ້າປະເທດໂດຍຜິດກົດໝາຍ ກໍ່ໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດ ຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ.