ຄະນະສະເພາະກິດ ກຽມໂຮງໝໍສະໜາມເພີ່ມ ແລະ ຝຶກພະນັກງານປະຈຳໂຮງໝໍດັ່ງກ່າວ, ພ້ອມນີ້ຍັງກຽມທີມແພດໝໍເສີມ ຮອງຮັບກໍລະນີຜູ້ຕິດເຊື້ອຍັງເພີ່ມຂຶ້ນ

441

ຄະນະສະເພາະກິດ ກຽມໂຮງໝໍສະໜາມຢູ່ນະຄອນຫຼວງວຽງຈັນເພີ່ມ ຮອງຮັບກໍລະນີຜູ້ຕິດເຊື້ອຍັງເພີ່ມຂຶ້ນ ແລະ ຝຶກພະນັກງານທີ່ຈະປະຈຳໂຮງໝໍດັ່ງກ່າວ, ພ້ອມນີ້ຍັງກຽມທີມແພດໝໍເສີມ (ທ່ານໝໍເດັກ,ໝໍປະສູດ, ສະເພາະທາງ ຫູ ດັງ ຄໍ ແລະ ອື່ນໆ)ເປັນກຳລັງສຳຮອງ.

ທ່ານ ດຣ. ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ  ໄດ້ລາຍງານກ່ຽວກັບການຄຸ້ມຄອງ ປິ່ນປົວ ຜູ້ຕິດເຊື້ອໂຄວິດ-19 ໃນການຖະແຫຼງຂ່າວວັນທີ 1 ພຶດສະພາ 2021 ກ່ຽວກັບການກະກຽມ ສາຍງານປິ່ນປົວ ເຊິ່ງກະກຽມຢູ່3ດ້ານຄືຶຶຶ:


ການກະກຽມທາງດ້ານສະຖານທີ່ ມີໂຮງໝໍ ມິດຕະພາບ ໂຮງໝໍເສດຖາ ແລະ ໂຮງໝໍກອງທັບ 103 ລວມທັງໝົດມີ 216 ຕຽງ (ເລີ່ມຕົ້ນແມ່ນກຽມກໍລະນີຜູ້ມີອາການເບົາບາງ-ໜັກ) ແຕ່ປັດຈຸບັນການແຜ່ລະບາດທີ່ມີຕົວເລກສູງຂຶ້ນທຸກມື້ ໂຮງໝໍທີ່ກ່າວມາແມ່ນຈະໄດ້ຖືກໃຊ້ງານໃນກໍລະນີຄົນເຈັບປານກາງ-ໜັກ.


ເນື່ອງຈາກສະພາບຜູ້ຕິດເຊື້ອທີ່ມີຕົວເລກສູງຂຶ້ນປັດຈຸບັນໂຮງໝໍແມ່ນບໍ່ສາມາດຮອງຮັບຄົນເຈັບໄດ້ (ລົ້ນໂຮງໝໍ) ຈຶ່ງໄດ້ມີການກະກຽມໂຮງໝໍພາກສະໜາມຄື: ສູນກິລາບານເຕະແຫ່ງຊາດ ຫ້ວຍຫົງ ຮັບໄດ້ 150 ຄົນ (ປັດຈຸບັນໃຊ້ງານ); ສູນສະໜາມຍິງປືນກອງທັບຫຼັກ 27 ຮັບໄດ້ 300-500 ຕຽງ; ສູນກິລາໃນຮົ່ມລ້ານຊ້າງ ຮັບໄດ້ ປະມານ 300 ຕຽງ (ຄາດວ່າວັນຈັນຈະເປີດໃຊ້); ສະໜາມລາແຫ່ງຊາດຫຼັກ 16 ຮອງຮັບໄດ້ປະມານ 500 ຕຽງ; ໂຮງແຮມດອນຈັນ ຮັບໄດ້ປະມານ 250 ຕຽງ. ຍັງບໍ່ພໍເທົ່ານີ້ຍັງມີການກະກຽມສະຖານທີ່ອື່ນໄວ້ໃນກໍລະນີຕົວເລກສູງຂຶ້ນ.


ການກະກຽມບຸກຄະລາກອນ ແມ່ນກະກຽມມາແຕ່ປີ 2020 ໂດຍຝຶກໃຫ້ທີມຫຼັກສູນກາງ 650 ທ່ານ ແລະ ຕ່າງແຂວງ 17 ແຂວງ 425 ທ່ານ; ນອກນີ້ຍັງກຽມໃຫ້ທີມເສີມ(ທ່ານໝໍເດັກ ທ່ານໝໍປະສູດ ທ່ານໝໍສະເພາະທາງ ຫູ ດັງ ຄໍ ແລະ ອື່ນໆ) ມາຮອງຮັບ ແລະ ກຽມເປັນກຳລັງສຳຮອງ ຢູ່ສູນກາງ 240 ທ່ານ ແລະ ຢູ່ແຂວງ 466 ທ່ານ

ນອກນີ້ຍັງກະກຽມທີມການຄວບຄຸມ ບໍ່ໃຫ້ເຊື້ອແຜ່ກະຈາຍໃນວົງກວ້າງໄດ້ມີການຝຶກອົບຮົມທົ່ວປະເທດໃຫ້ໄດ້ແບບມືອາຊີບ 263 ທ່ານ; ທີມຄຸ້ມຄອງກໍລະນີອາການໜັກ ແບ່ງອອກເປັນ 3 ພາກ ເໜືອ ກາງ ໃຕ້ ໄດ້ທັງໝົດ 80 ທ່ານ

ສ່ວນການກະກຽມທາງອຸປະກອນການແພດ ແມ່ນໄດ້ກະກຽມມາແຕ່ປີ2020 ເຊິ່ງໄດ້ແຈກຢາຍໄປທົ່ວທຸກໂຮງໝໍເມືອງແລ້ວ.

ອິງຕາມຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນ ປັດຈຸບັນໄດ້ຝຶກໃຫ້ພະນັກງານທີ່ຈະປະຈຳໂຮງໝໍພາກສະໜາມເຊິ່ງໄດ້150-200ຄົນ ເຊິ່ງເຮົາຍັງສືບຕໍ່ຝຶກໄປຈົນຄົບ.

ສະໜັບສະໜູນຂ່າວໂດຍ: