ກົດໝາຍກິລາ-ກາຍຍະກໍາ ພາກທີ 1 ມາດຕາ 4-6 (ນະໂຍບາຍ, ຫຼັກການ, ສິດ-ພັນທະ)

1079

ຮຽນຮູ້ ກົດຫມາຍ ວ່າດ້ວຍກິລາ-ກາຍຍະກໍາ (ສະບັບປັບປຸງ) ຫຼັງຈາກທີ່ປະທານປະເທດໄດ້ອອກລັດຖະດຳລັດເລກທີ 026 ລົງວັນທີ 6 ມັງກອນ 2020 ປະກາດໃຊ້ ກົດໝາຍວ່າດ້ວຍກິລາ-ກາຍຍະກໍາ ( ສະບັບປັບປຸງ ) ພາກທີ 1 ບັນຢັດທົ່ວໄປ ໂດຍທີ່ກ່ອນໜ້ານີ້ແນະນໍາໄປແລ້ວມາດຕາ 1 – ມາດຕາ 3, ເຊິ່ງມື້ນີ້ຈະຕໍ່ມາດຕາ 4-6 ມາໃຫ້ຮູ້ນໍາກັນດັ່ງນີ້:

ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານກິລາ-ກາຍຍະກໍາ
ລັດ ຖືເອົາກິລາ-ກາຍຍະກໍາ ເປັນວຽກງານຫນຶ່ງທີ່ສໍາຄັນ ໃນການພັດທະນາຊັບພະຍາກອນ ມະນຸດ ທາງດ້ານສຸຂະພາບ ຮ່າງກາຍ ແລະ ຈິດໃຈ, ສ້າງໃຫ້ຄົນເຮົາເປັນຜູ້ທີ່ມີຄວາມ ດຸຫມັ່ນ, ອົດທົນ, ທຸ່ນທ່ຽງ, ເຂັ້ມເເຂງ, ເສຍສະລະ, ມີລະບຽບວິໄນ, ເອກອ້າງທະນົງໃຈ, ມີນໍ້າໃຈຮັກຊາດ ເຮັດໃຫ້ສັງຄົມມີຊີວິດຊີວາ ແລະ ມີບັນຍາກາດເບີກບານມ່ວນຊື່ນ.
ລັດ ສົ່ງເສີມການສ້າງຂະບວນການກິລາ-ກາຍຍະກໍາມວນຊົນ ແລະ ການສ້າງກີລາລະດັບສູງ ກ້າວໄປເຖິງການສ້າງກິລາອາຊີບ ແລະ ອະນຸລັກ, ພັດທະນາກິລາ-ກາຍຍະກໍາພື້ນເມືອງ ຂອງປະຊາຊົນລາວບັນ ດາເຜົ່າ, ກິລາ-ກາຍຍະກໍາ ອະນຸຊົນ, ເຍົາວະຊົນ, ຊາວຫນຸ່ມ, ນັກຮຽນ, ນັກສຶກສາ, ຜູ້ອາຍຸສູງ, ແມ່ຍິງ ແລະ ຄົນພິການ.

ລັດ ເອົາໃຈໃສ່ພັດທະນານັກກິລາ-ກາຍຍະກໍາ ດ້ວຍການສ້າງໂຄງລ່າງພື້ນຖານ, ສະຫນອງງົບ ປະມານ, ພາຫະນະ, ວັດຖຸປະກອນ, ຄູຝຶກ, ຜູ້ຊ່ຽວຊານ, ບຸກຄະລາກອນກິລາ-ກາຍຍະກໍາ ທັງພາຍໃນ ແລະ ຕ່າງປະເທດ ໂດຍມີນະໂຍບາຍສົ່ງເສີມສະເພາະແກ່ນັກກິລາ ທີ່ມີພອນສະຫວັນ ແລະ ມີຜົນງານດີເດັ່ນ.
ລັດ ຊຸກຍູ້, ສົ່ງເສີມ ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະ ເທດ ລົງທຶນໃສ່ການພັດທະນາກິລາ-ກາຍຍະກໍາ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ນະໂຍບາຍອື່ນ ຕາມກົດຫມາຍ.

ມາດຕາ 5 (ປັບປຸງ) ຫຼັກການ ກ່ຽວກັບວຽກງານກິລາ-ກາຍຍະກໍາ
ການເຄື່ອນໄຫວວຽກງານກິລາ-ກາຍຍະກໍາ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບແນວທາງ ນະ ໂຍບາຍ, ລັດຖະທໍາມະນູນ, ກົດຫມາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
2. ມີລັກສະນະຊາດ, ມະຫາຊົນ, ວິທະຍາສາດ ແລະ ທັນສະໄຫມ;
3. ຕິດພັນກັບການສຶກສາ, ວັດທະນະທໍາ, ການພັດທະນາຄົນລຸ່ນຫນຸ່ມ, ສ້າງນັກກິລາໃຫ້ມີ ກໍາລັງກາຍແຂງແຮງ, ມີໄຫວພິບ, ມີລະບຽບວິໄນເຂັ້ມງວດ, ມີນໍ້າໃຈຮັກຊາດ, ມີຄວາມອົດທົນເສຍສະລະ, ມີຈິດໃຈເຂັ້ມແຂງ, ມີຄວາມດຸຫມັ່ນ, ຫ່າງໄກຈາກສິ່ງເສບຕິດ ແລະ ສິ່ງຫຍໍ້ທໍ້ ອື່ນໆ;

4. ຮັບປະກັນໃຫ້ທິດສະດີ ຕິດພັນກັບພຶດຕິກໍາຕົວຈິງ, ຕິດພັນກັບການຝຶກແອບ, ຝຶກຊ້ອມ, ການສະແດງ ແລະ ການແຂ່ງຂັນ ລະດັບທ້ອງຖິ່ນ, ລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ;
5. ມີຄວາມສະເຫມີພາບ, ເປັນເອກະພາບ, ຖືກຕ້ອງ, ໂປ່ງໃສ, ເປີດເຜີຍ, ຍຸຕິທໍາ ແລະ ສາມາດກວດສອບໄດ້;
6. ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6 (ປັບປຸງ) ສິດ ແລະ ພັນທະຂອງພົນລະເມືອງລາວຕໍ່ວຽກງານກິລາ-ກາຍຍະກໍາ
ພົນລະເມືອງລາວທຸກຄົນໂດຍບໍ່ຈໍາແນກ ອາຍຸ, ເພດ, ໄວ, ສຸຂະພາບ, ການພິການ, ຖານະດ້ານເສດຖະກິດ-ສັງຄົມ ລ້ວນແຕ່ມີສິດເຂົ້າຮ່ວມການເຄື່ອນໄຫວກິລາ-ກາຍຍະກໍາປະເພດຕ່າງໆ ເປັນຕົ້ນ ກິດຈະກໍາການອອກກໍາລັງກາຍ, ການຫຼິ້ນ, ການສະເເດງ, ການແຂ່ງຂັນ, ການຊົມ, ການເຊຍ ແລະ ການພັດທະນາກິລາ-ກາຍຍະກໍາ.
ບຸກຄົນ, ຄອບຄົວ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພັນທະປະກອບສ່ວນທຶນຮອນ, ພາຫະນະ, ວັດຖຸອຸປະກອນ, ເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາກິລາ-ກາຍຍະກໍາ ໃຫ້ມີການຂະຫຍາຍຕົວ, ເຂັ້ມແຂງ, ກ້າວຫນ້າ ແລະ ທັນສະໄຫມ.