ມູຣິນໂຢ ໄດ້ວຽກໃໝ່ໃນວົງການສື່ກີລາ

561

ໂຈເຊ ມູຣິນໂຢ ອະດີດຜູ້ຈັດການຂອງ ແມນເຊັສເຕີ ຢູໄນເຕັດ ແລະ ທ໊ອດແນມ ຮ໊ອດສະເປີ ໄດ້ວຽກໃໝ່ທາງການ ຫຼັງເຊັນສັນຍາເຂົ້າໄປເຮັດໜ້າທີ່ໃນການຂຽນຄໍລໍ້ານິສໃຫ້ກັບ ເດິ ຊັນ ສື່ຊັ້ນນໍາໃນປະເທດອັງກິດ ສໍາລັບການແຂ່ງຂັນບານເຕະ ຢູໂຣ 2020 ລະຫວ່າງວັນທີ 11 ມິຖຸນາ – 11 ກໍລະກົດ 2021.

ມູຣິນໂຢ ປັດຈຸບັນອາຍຸ 58 ປີຫາກໍວ່າງງານບໍ່ດົນຫຼັງຈາກຖືກ ສະເປີ ປົດຕໍາແໜ່ງເມື່ອວັນທີ 19 ເມສາ 2021 ເນື່ອງຈາກ ສະເປີ ສ້າງຜົນງານໄດ້ຕົກຕໍ່າ ຈົນຕົກຈາກ 1 ໃນ 4 ອັນດັບທໍາອິດຂອງການແຂ່ງຂັນ ພຣີເມຍລີກ ອັງກິດ ລະດູການນີ້.

ນອກຈາກຈະຂຽນຄໍລໍາລົງໃນ ເດິ ຊັນ ໃນໄລຍະບານເຕະ ຢູໂຣ 2020, ມູຣິນໂຢ ຍັງຈະໄປຮ່ວມເຮັດໜ້າທີ່ເປັນຜູ້ວິເຄາະເກມການແຂ່ງຂັນກັບ ທ໊ອກສະປອດ ອີກໜຶ່ງສື່ກີລາອີກດ້ວຍ.