ມື້ນີ້ຕິດເຊື້ອໂຄວິດເພີ່ມ64ຄົນ, ນະຄອນຫຼວງວຽງຈັນ ແລະ ຈຳປາສັກ ຍອດຜູ້ຕິດເຊື້ອ ລາຍວັນຍັງສູງ

475

ວັນທີ 30 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.003 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 64 ຄົນ.ເພື່ອຢຸດຢັ້ງບໍ່ໃຫ້ການແຜ່ເຊື້ອໃນໄລຍະນີ້ອອກສູ່ວົງກວ້າງ ຄະນະສະເພາະກິດໄດ້ສະເໜີອຳນາດການປົກຄອງທຸກຂັ້ນໃຫ້ເຂັ້ມງວດໃນການຜັນຂະຫຍາຍຄຳສັ່ງ ແຈ້ງການຂອງ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ຕິດຕາມເອົາໃຈໃສ່ ກວດກາການເຄື່ອນ ໄຫວໄປມາຂອງປະຊາຊົນ ບໍ່ໃຫ້ອອກຈາກເຮືອນ ແລະ ເດີນທາງຖ້າບໍ່ມີຄວາມຈຳເປັນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ບົວເທບ ພູມີນ ຮອງຫົວໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວປະຈຳວັນທີ1 ພຶດສະພາ2021ວ່າ: ໃນວັນທີ 30 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,003 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 64 ຄົນຄື:ນະຄອນຫຼວງ 49 ຄົນ, ຈຳປາສັກ 13 ຄົນ, ອຸດົມໄຊ 1 ຄົນ, ສາລະວັນ 1 ຄົນ.

ມາຮອດປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 821 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈຳນວນ 770 ຄົນ, ລາຍລະອຽດດັ່ງນີ້:ນະຄອນຫຼວງວຽງຈັນ 557 ຄົນ (ໃໝ່ 49), ແຂວງຈຳປາສັກ 106 ຄົນ (ໃໝ່ 13), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງສະຫວັນນະເຂດ 25 ຄົນ, ແຂວງບໍ່ແກ້ວ 31 ຄົນ


ແຂວງສາລະວັນ 6 ຄົນ (ໃໝ່ 1), ແຂວງອຸດົມໄຊ 5 ຄົນ (ໃໝ່ 1), ແຂວງຫຼວງນ້ຳທາ 6 ຄົນ, ແຂວງວຽງຈັນ 10 ຄົນ (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນ ນະຄອນຫຼວງວຽງຈັນ,ຜົ້ງສາລີ 3 ຄົນ, ແຂວງຫຼວງພະບາງ 14 ຄົນ, ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 2 ຄົນ, ແຂວງຄຳມ່ວນ 1 ຄົນ,ແຂວງຊຽງຂວາງ 1 ຄົນ; ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

ສຳລັບຜູ້ຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ, ອຸດົມໄຊ ແລະ ແຂວງສາລະວັນ ແມ່ນລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອໃນແຂວງຂອງເຂົາເຈົ້າ.ສ່ວນ 49 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ່ 59

ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າເຊັ່ນ: ຮ້ານຄາລາໂອເກະ ໄດມອນ, ຮ້ານຄາລາໂອເກະ 8118, ຮ້ານເບຍ Funny 89, ພັບ ມາລີນາ, ຮ້ານອາຫານມານາແມະ, ສວນນ້ຳໄອເຕັກ (ງານປາຕີສະນ້ຳ), ຮ້ານຄາລາໂອເກະວີກຕໍ, ສາມແຍກນາໄຊ, ບັນດາວັດໃນໃຈກາງນະຄອນຫຼວງວຽງຈັນ, ຮ້ານຂາຍຂອງກີນສຸກຕະຫຼາດໂພນຕ້ອງ, ເມືອງຈັນທະບູລີ, ບໍລີສັດບໍ່ແຮ່ຄຳ ດາລີ ບ້ານ ຫ້ວຍຄຳ, ເມືອງສັງທອງ, ບໍລິສັດໄຟ້າລາວ, ໜອງບືກ ນະຄອນຫຼວງວຽງຈັນ, ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ, ກອງສີນລະປະກອງທັບໂພນເຄັງ, ຮ້ານ ບິກຊີແຖວທາດຫຼວງ, ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ, ອາພາດເມັນ 3 Y ບ້ານ ໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ຕະຫຼາດໂພນຕ້ອງຈອມມະນີ.

ເພື່ອຢຸດຢັ້ງບໍ່ໃຫ້ການແຜ່ເຊື້ອໃນໄລຍະນີ້ອອກສູ່ວົງກ້ວາງ ດັ່ງພວກເຮົາເຫັນລາຍວັນ, ຂ້າພະເຈົ້າສະເໜີອຳນາດການປົກຄອງທຸກຂັ້ນໃຫ້ເຂັ້ມງວດໃນການຜັນຂະຫຍາຍຄຳສັ່ງ ແຈ້ງການຂອງ ນາຍົກລັດຖະມົນຕີ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ຕິດຕາມເອົາໃຈໃສ່ ກວດກາການເຄື່ອນ ໄຫວໄປມາຂອງປະຊາຊົນ ບໍ່ໃຫ້ອອກຈາກເຮືອນ ແລະ ເດີນທາງຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ເດີນທາງເຂົ້າປະເທດໂດຍຜິດກົດໝາຍ ກໍ່ໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດ ຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ.


ສະເໜີມາຍັງຜູ້ຈັດສັນຕະຫຼາດ, ຫ້າງຮ້ານໃຫ້ມີການກວດກາວັດແທກອຸນຫະພູມ, ມີເຈວລ້າງມືທີ່ມີສ່ວນປະກອບເຫຼົ້າ 70% ແລະ ທຸກຄົນລວມທັງຜູ້ຊື້ ແລະ ຜູ້ຂາຍແມ່ນໃຫ້ໃສ່ຜ້າປິດປາກ-ດັງຕະຫຼອດເວລາ ແລະ ຮັບປະກັນການຮັກສາໄລຍະຫ່າງທາງສັງຄົມ. ສຳລັບຮ້ານອາຫານແມ່ນໃຫ້ຈັດສັນບ່ອນນັ່ງກີນສະເພາະໂດຍຮັກສາໄລຍະຫ່າງ ແລະ ມີບ່ອນລ້າງມືສຳລັບລູກຄ້າ, ພາຍຫຼັ້ງລູກຄ້າອອກຈາກຮ້ານໃຫ້ເຊັດອະນາໄມໂຕະຕັ່ງດ້ວຍຢາຂ້າເຊື້ອທັນທີ ດີແທ້ແມ່ນສົ່ງເສີມການຊື້ອາຫານໄປກີນຢູ່ບ້ານ.