ສາທາ ຜົ້ງສາລີ ອອກແຈ້ງການ ຄົ້ນຫາ ທ້າວ ວຽງໄຊ ອາຍຸ 20 ປີ ທີ່ຕິດເຊື້ອແລ້ວລົບໜີ ໃຜຮູ້ເບາະແສແຈ້ງດ່ວນ

984

ໃນວັນທີ 30 ເມສາ 2021 ພະແນກສາທາລະນະສຸກ ແຂວງຜົ້ງສາລີ ອອກແຈ້ງການ ເຖິງຫ້ອງການສາທາລະນະສຸກ 7 ເມືອງ ໃນແຂວງຜົ້ງສາລີ ວ່າ: ປະຈຸບັນ ທ້າວວຽງໄຊ ອາຍຸ 20 ປີ (ບໍ່ຮູ້ນາມສະກຸນ) ຂ່າວເບື້ອງຕົ້ນເປັນຄົນຍອດອູ. ຜູ້ກ່ຽວໄດ້ອອກຈາກນະຄອນຫຼວງວຽງຈັນ ມາເຖິງແຂວງອຸດົມໄຊ ວັນທີ 22 ເມສາ 2021 ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ຫຼັງຈາກນັ້ນບໍ່ເຫັນຜູ້ກ່ຽວເລີຍ.


ວັນທີ 23 ເມສາ ຜົນກວດເຊື້ອເປັນບວກ ຫຼື ມີເຊື້ອໂຄວິດ ແຕ່ບໍ່ພົບເຫັນຜູ້ກ່ຽວ, ຜ່ານມາໄດ້ປະສານກັບພາກສ່ວນກ່ຽວຂ້ອງເມືອງຍອດອູແລ້ວ ແຕ່ກໍ່ບໍ່ມີຊື່ທ້າວວຽງໄຊ ທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ.


ເມື່ອເປັນແນວນັ້ນ ຈຶ່ງແຈ້ງມາຍັງຫ້ອງການສາທາລະນະສຸກ 7 ເມືອງ ໃຫ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງສືບຕໍ່ຕິດຕາມ ແລະ ຊອກຫາທ້າວ ວຽງໄຊ ຕາມຂໍ້ມູນຂ້າງເທິງນີ້ ເຊິ່ງແມ່ນຄົນເມືອງໃດໜຶ່ງ, ບ້ານໃດໜຶ່ງ ຂອງແຂວງຜົ້ງສາລີ. ຖ້າພົບເຫັນຜູ້ກ່ຽວຕາມຂໍ້ມູນໃຫ້ແຈ້ງຫາຄະນະສະເພາະກິດໂດຍດ່ວນ, ທັງນີ້ກໍ່ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ຜູ້ກ່ຽວນໍາເຊື້ອພະຍາດແຜ່ໄປວົງກວ້າງຕື່ມອີກ.