ພະແນກສາທາລະນະສຸກ ແຂວງຜົ້ງສາລີ ປະກາດຫາ​ ທ້າວ ວງຽໄຊ ອາຍຸ​ 20​ ປີ

557

ພະແນກສາທາລະນະສຸກແຂວງ​ຜົ້ງສາລີ​ ອອກໜັງສືແຈ້ງການ​ ເລກທີ 825/ສທຂ, ຜົ້ງສາລີ, ວັນທີ 30 ເມສາ 2021​ ເຖິງຫົວໜ້າຫ້ອງການສາທາລະນະສຸກ 7 ເມືອງເລື່ອງສືບຕໍ່ຕິດຕາມ ແລະ ຊອກຫາ ທ້າວ ວຽງໄຊ ອາຍຸ 20​ ປີ ທີ່ຕິດເຊື້ອໂຄວິດ-19
ອີງຕາມຜົນກວດທາງດ້ານວິເຄາະຊອກຫາພະຍາດ ໂຄວິດ-19 ທີ່ແຂວງອຸດົມໄຊ ຄັ້ງວັນທີ 23 ເມສາ 2021.

ຕາມການປຶກສາຫາລື ແລະ ເຫັນດີເປັນເອກະພາບຂອງຄະນະພະແນກສາທາລະນະສຸກ​ ຄັ້ງວັນທີ​ 30​ ເມສາ​2021​ ພະແນກສາທາລະນະສຸກແຂວງ ແຈ້ງມາຍັງຫົວໜ້າຫ້ອງການສາທາລະນະສຸກ 7​ ເມືອງ ຊາບວ່າ: ປັດຈຸບັນ ທ້າວ ວງຽໄຊ ອາຍຸ​ 20​ ປີ (ບໍ່ຮູ້ນາມສະກຸນ) ຂ່າວເບື້ອງຕົ້ນ ເປັນຄົນຍອດອູ, ເນື່ອງຈາກວ່າຜູ້ກ່ຽວໄດ້ ອອກຈາກ ນະຄອນຫຼວງວຽງຈັນແລ້ວມາເຖີງແຂວງ ອຸດົມໄຊ ວັນທີ​ 22​ ເມສາ​ 2021 ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຫຼັງຈາກນັ້ນ ບໍ່ເຫັນຜູ້ກ່ຽວເລີຍ.


ວັນທີ​ 23​ ເມສາ2021 ຜົນກວດຊອກຫາເຊື້ອໂຄວິດ-19 ມີຜົນ(+). ໄລຍະຜ່ານມາປະສານ ກັບພາກສ່ວນທີ່ກ່ຽວຂ້ອງ ເມືອງ ຍອດອຸແລ້ວ ແຕ່ກໍ່ມີຊື່ ທ້າວ ວຽງໄຊ ທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ.​ ເມື່ອ ເປັນແນວນັ້ນ ຈື່ງແຈ້ງມາຍັງຫ້ອງການສາທາລະນະສຸກ 7​ ເມືອງ ໃຫ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລ້ວສືບຕໍ່ ຕິດຕາມ ແລະ ຊອກຫາ ຊື່ທ້າວ ວຽງໄຊ ຕາມຂໍ້ມູນຂ້າງເທິງ ເຊິ່ງແມ່ນຄົນເມືອງໃດເມືອງໜື່ງ ຫຼື ບ້ານໃດບ້ານໜຶ່ງຂອງແຂວງຜົ້ງສາລີ, ຖ້າພົບເຫັນຜູ້ກ່ຽວ ຕາມຂໍ້ມູນດັ່ງກ່າວ ໃຫ້ແຈ້ງຫາຄະນະຮັບຜິດຊອບສະເພາະກິດໂດຍດ່ວນ.​ ທັງນີ້,​ ກໍ່ເພື່ອເປັນການ ປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ຜູ້ກ່ຽວນໍາເຊື້ອພະຍາດແຜ່ໄປວົງກວ້າງຕື່ມອີກ.


ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ, ພາກສ່ວນທີ່ກ່ຽວຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດແຈ້ງການ ສະບັບນີ້ ຢ່າງຮີບດ່ວນ