ຕຣີເພຊອີຊູຊຸສົ່ງລົດລຸ້ນໃໝ່! “All-New Isuzu MU-X” ມາລາວ ເປັນປະເທດທຳອິດ!! ພ້ອມຂາຍແລ້ວມື້ນີ້

1798

ອີຊູຊຸເປີດໂຕ “All-New Isuzu MU-X” ລົດອະເນກປະສົງລຸ້ນໃໝ່ລະດັບຫຼູ ພາຍໃຕ້ນິຍາມ “ຜູ້ນຳແຫ່ງຄວາມສຳເລັດ… ທີ່ເໜືອກວ່າໃຜ” ພິກໂສມໃໝ່ທັງພາຍໃນ ແລະ ພາຍນອກດ້ວຍການອອກແບບທີ່ຫຼູຫຼາ ສະດວກສະບາຍ ປານີດໃນທຸກລາຍລະອຽດ ພ້ອມເຕັກໂນໂລຊີເພື່ອຄວາມປອດໄພສຸດລ້ຳ ເໜືອກວ່າດ້ວຍລະບົບຊ່ວຍເຫຼືອຜູ້ຂັບຂີ່ ADAS ທີ່ມາພ້ອມກ້ອງໜ້າຄູ່ອັດສະລິຍະ ຄັ້ງທຳອິດໃນລົດລະດັບດຽວກັນ ລວມທັງພັດທະນາສະມັດຖະນະ ການຂັບຂີ່ໃຫ້ນຸ້ມນວນ ໝັ້ນຄົງປອດໄພຍິ່ງຂຶ້ນ ໂດຍ ສປປ ລາວ ເປັນປະເທດທຳອິດ ທີ່ໄດ້ນຳເຂົ້ມາຂາຍ. ໃນລາຄາທີ່ກຸ້ມຄ່າກັບເຕັກໂນໂລຊີເພື່ອຄວາມປອດໄພທີ່ດີທີ່ສຸດ ເພື່ອຕອບສະໜອງຄວາມຕ້ອງການ ແລະ ສະທ້ອນຕົວຕົນໃນແບບສະບັບຂອງຜູ້ນຳ ທີ່ປະສົບຄວາມສຳເລັດທີ່ເໜືອກວ່າໃຜ.


ກຸ່ມຕຣີເພຊ ໂດຍທ່ານ ໂທຊິອາກິ ມາເອຄາວະ (Toshiaki Maekawa) ປະທານ ບໍລິສັດ ຕຣີເພຊ໌ອີຊູຊຸເຊວຊ໌ ຈຳກັດ ຜູ້ຈຳໜ່າຍລົດອີຊູຊຸດີແມັກ ແລະ ລົດອີຊູຊຸ ມິວ-ເອັກ ໃນ ສປປ ລາວ ກ່າວວ່າ: “ຫຼັງຈາກອີຊູຊຸໄດ້ເປີດໂຕລົດກະບະລຸ້ນໃໝ່ “All-New Isuzu D-Max… Infinite Potential” ເມື່ອຊ່ວງປາຍເດືອນກັນຍາປີທີ່ຜ່ານມາ ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ ສາມາດກວດຍອດຈອງໄປຫຼາຍກວ່າ 100 ຄັນ ພາຍໃນໄລຍະເວລາພຽງ 10ມື້.ຫຼ້າສຸດອີຊູຊຸຂໍແນະນຳລົດອະເນກປະສົງລຸ້ນໃໝ່ “All-New Isuzu MU-X” ລຸ້ນປ່ຽນໂສມໃໝ່ທັງພາຍໃນແລະພາຍນອກ ລວມທັງການພັດທະນາ ດ້ານສະມັດຖະນະການຂັບຂີ່ ແລະເຕັກໂນໂລຊີ ADAS ລະບົບຊ່ວຍເຫຼືອຜູ້ຂັບຂີ່ກ້ອງໜ້າຄູ່ ທີ່ມີລະບົບຄວາມປອດໄພຫຼາຍທີ່ສຸດໃນລົດລະດັບດຽວກັນ ສະທ້ອນຄວາມເປັນ “ຜູ້ນຳແຫ່ງຄວາມສຳເລັດ…ທີ່ເໜືອກວ່າໃຜ” ໂດຍເປັນລົດອີກລຸ້ນທີ່ລູກຄ້າສອບຖາມ ເຂົ້າມາຢ່າງຫຼວງຫຼາຍມາໂດຍຕະຫຼອດ ໂດຍສະເພາະຊ່ອງທາງສື່ອອນໄລ ຕັ້ງແຕ່ການເປີດໂຕຢູ່ໄທ ເມື່ອຊ່ວງປາຍປີທີ່ແລ້ວ ເຊິ່ງລາວເປັນປະເທດທຳອິດຂອງການນຳເຂົ້າ ແລະໄດ້ສຳຜັດ ລົດອະເນກປະສົງລຸ້ນໃໝ່ “All-New Isuzu MU-X” ກ່ອນໃຜ ຫຼັງຈາກການເປີດໂຕຢູ່ໄທເມື່ອຊ່ວງປາຍປີທີ່ແລ້ວ ທີ່ມາພ້ອມກັບຄວາມກຸ້ມຄ່າທີ່ມອບ ເຕັກໂນໂລຊີເພື່ອຄວາມປອດໄພທີ່ດີທີ່ສຸດ ໃນລົດລະດັບດຽວກັນໃນ ລາຄາຂາຍເລີ່ມຕົ້ນພຽງ 54,900 USD ອີຊູຊຸເຊື່ອໝັ້ນວ່າລົດລຸ້ນໃໝ່ນີ້ ຈະໄດ້ຮັບການຕອບຮັບເປັນຢ່າງດີຈາກ ປະຊາຊົນລາວ ດັ່ງທີ່ຜ່ານມາ”.


ສຳລັບລູກຄ້າທີ່ສົນໃຈສາມາດລອງຂັບລົດອະເນກປະສົງລຸ້ນໃໝ່ “All-New Isuzu MU-X” ຜູ້ນຳແຫ່ງຄວາມສຳເລັດ…ທີ່ເໜືອກວ່າໃຜ ພ້ອມເປັນເຈົ້າຂອງກ່ອນໃຜ ດ້ວຍຂໍ້ສະເໜີສຸດພິເສດ ໄດ້ທີ່ຫ້ອງຂາຍລົດອີຊູຊຸທຸກສາຂາ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ແລະ ສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່ https://isuzulaos.com / Facebook page: Isuzu Laos ແລະ Youtube Channel: Isuzu Laos

● ຜູ້ນຳແຫ່ງຄວາມໂດດເດັ່ນ…ທີ່ເໜືອກວ່າໃຜ
ດີໄຊນ໌ສົມບູນແບບເພື່ອຄວາມໂດດເດັ່ນທີ່ແຕກຕ່າງ ອີກລະດັບແຫ່ງພາບລັກ ຫຼູຫຼາ ທີ່ລ້ຳສະໄໝ ປະສານຄວາມໜັກແໜ້ນ ແລະ ຄ່ອງແຄ້ວເຂົ້າໄວ້ດ້ວຍກັນຕະຫຼອດທັງຄັນ ດ້ວຍ ກະຈັງໜ້າ World Cross Flow ປະສົມປະສານພື້ນຜິວ ສຳຜັດທີ່ຫຼາກຫຼາຍຂອງວັດສະດຸ ພຣີມ້ຽມທີ່ງົດງາມໄດ້ຢ່າງລົງໂຕ ໄຟໜ້າ Bi-LED Projector ດີໄຊນ໌ແບບ Arrow Signature ສອດຮັບກັບເສັ້ນສາຍດ້ານຂ້າງອັນໂດດເດັ່ນ ເຕີມອາລົມສະປອດຫຼູ ລວມທັງໄຟທ້າຍ LED ດີໄຊນ໌ແບບ Winglet Signature ເພີ່ມ ມິຕິມຸມມອງໃຫ້ໂດດເດັ່ນດ້ວຍໂຄມໄຟ 3-Line LED ລໍ້ອັນລອຍຂະໜາດໃຫຍ່ ໄດນາມິກດີໄຊນ໌ຄົມເຂັ້ມ ດຸດັນ ຂະໜາດ 20 ນິ້ວ ໃນລຸ້ນ Ultimate ແລະ ຂະໜາດ 18ນິ້ວ ໃນລຸ້ນ Elegant


● ຜູ້ນຳແຫ່ງຄວາມຫຼູຫຼາ…ທີ່ເໜືອກວ່າໃຜ
ຫ້ອງໂດຍສານຫຼູຫຼາ ກວ້າງຂວາງ ປານີດໃນທຸກລາຍລະອຽດ ປະສົມປະສານ ຄວາມສະດວກສະບາຍໃນທຸກຟັງຊັ່ນການໃຊ້ງານໄດ້ຄົບຖ້ວນເປັນໜຶ່ງດຽວກັບດີໄຊນ໌ ດ້ວຍ ວິທີການອອກແບບ Integrated Cockpit ຄອນໂຊນໜ້າເຊື່ອມຕໍ່ເປັນໜຶ່ງດຽວກັບ ຄອນໂຊນກາງ ຈັດວາງລຽບຫຼູ ພ້ອມເບຣກມືໄຟຟ້າ ແລະ ລະບົບ Auto Brake Hold ລະບົບຊ່ວຍຢຸດຢູ່ກັບທີ່ໂດຍບໍ່ຕ້ອງຢຽບເບຣກຄ້າງໄວ້ ແລະ ປົດເບຣກອັດຕະໂນມັດເມື່ອແຕະຄັນເລັ່ງ ເບາະນັ່ງດີໄຊນ໌ຫຼູ ສີ Saddle Brown ຕັດຫຍິບດ້ວຍວັດສະດຸພິເສດທີ່ມາພ້ອມເຕັກໂນໂລຊີ Cool Max ຊ່ວຍຫຼຸດການສະສົມຄວາມຮ້ອນ ເດີນດ້າຍແບບເຄື່ອງໜັງຊັ້ນຫຼູ ໂອບກະຊັບຮັບທຸກສັດສ່ວນ ພວງມະໄລມັລຕິຟັງຊັນ ພ້ອມ Sequential Paddle Shift ປ່ຽນເກຍໄດ້ພຽງປາຍນິ້ວສຳຜັດ ລະບົບເປີດ-ປິດປະຕູທ້າຍດ້ວຍ ໄຟຟ້າ Power Tailgate ປອດໄພດ້ວຍລະບົບ Jam Protection ພ້ອມເຕັກໂນໂລຊີ ເພື່ອຄວາມບັນເທີງ ແລະ ຄວາມສະດວກ ສະບາຍຄົບຖ້ວນ ໂດຍມີ Ambient Light ແລະ Dome Light ຊ່ວຍເຕີມແຕ່ງບັນຍາກາດຫຼູມີລະດັບ


● ຜູ້ນຳແຫ່ງຄວາມສະດວກສະບາຍທີ່ເໜືອກວ່າໃຜ
ຄວາມສະດວກສະບາຍທີ່ເຊື່ອມຕໍ່ທຸກໄລຟ໌ສະໄຕລ໌ໄດ້ຢ່າງລົງໂຕ ຄົບຖ້ວນດ້ວຍ ເຕັກໂນໂລຊີ ອຳນວຍຄວາມສະດວກສຸດລ້ຳຕະຫຼອດທັງຄັນ
ເບາະນັ່ງສາມແຖວ ອອກແບບໃຫ້ນັ່ງສະບາຍທັງ 7 ທີ່ນັ່ງ ພ້ອມປັບພັບໄດ້ຫຼາກຫຼາຍ ຮູບແບບຕາມການໃຊ້ງານ
ເບາະປັບໄຟຟ້າ ຝັ່ງຄົນຂັບປັບໄດ້ 8 ທິດທາງ
ລະບົບຄວາມບັນເທີງ ISUZU Ultimate Entertainment ໜ້າຈໍ Infotainment Display ຂະໜາດໃຫຍ່ 9ນິ້ວ ຮອງຮັບ Apple CarPlay ແລະ Android Auto (ສະເພາະ ສະມາດໂຟນລຸ້ນທີ່ຮອງຮັບການໃຊ້ງານ) ພ້ອມລຳໂພງ 8 ຈຸດ ໃຫ້ມິຕິສຽງຮອບທິດທາງ


ລະບົບປັບອາກາດອັດຕະໂນມັດແບບ Dual Zone ແຍກອິດສະຫຼະຊ້າຍ-ຂວາ
Charging Station ຮອງຮັບການໃຊ້ງານອຸປະກອນໄຟຟ້າຫຼາກຫຼາຍ ທັງ USB Fast Charger ຊ່ອງຕໍ່ AC Power Socket 220V ແລະຊ່ອງຕໍ່ DC 12V
Power Tailgate ລະບົບເປີດ-ປິດປະຕູທ້າຍດ້ວຍໄຟຟ້າພ້ອມລະບົບ Jam Protection
ກະແຈ ISUZU Genius Entry ສະຕາດເຄື່ອງຈັກດ້ວຍ Remote Engine Start ແລະໃຊ້ເປີດ-ປິດປະຕູທ້າຍໄຟຟ້າ

● ຜູ້ນຳແຫ່ງສະມັດຖະນະ…ທີ່ເໜືອກວ່າໃຜ
ດຸນຍະພາບແຫ່ງຄວາມເລົ້າໃຈ ສະຖຽນລະພາບໃໝ່ແຫ່ງການຂັບຂີ່ ກັບໂຄງສ້າງ ແພລດຟອມໃໝ່ ດ້ວຍຊ່ວງລ່າງໃໝ່ ອອກແບບຕາມແນວຄິດ ISUZU Symmetric Mobility ໃຫ້ໂຄງສ້າງໂຕຖັງ ຄານຊີ ການວາງຕຳແໜ່ງເຄື່ອງຈັກ ແລະ ຊ່ວງລ່າງ ທຳງານຮ່ວມກັນໄດ້ຢ່າງ ລົງໂຕ ຊ່ວງລ່າງໜ້າແບບອິດສະຫຼະປີກນົກ 2 ຊັ້ນ Double Wishbone ອອກແບບຈຸດຍຶດປີກນົກດ້ານເທິງໃໝ່ ພ້ອມຄອຍສະປິງ ໂຊກອັບແກສ ແລະເຫຼັກກັນໂຄງຂະໜາດໃຫຍ່ ຊ່ວງລ່າງດ້ານຫຼັງແບບ 5-Link Suspension ອັນລືຊື່ ທີ່ພັດທະນາໄປອີກຂັ້ນ ອອກແບບຈຸດຍຶດຄານໃໝ່ ແລະ ເຫຼັກກັນໂຄງໃຫ້ຍາວຂຶ້ນ ພ້ອມຄອຍສະປິງ ແລະ ໂຊກອັບແກສ ເພື່ອສ້າງປະສົບການ ແລະ ສະມັດຖະນະການຂັບຂີ່ທີ່ດີທີ່ສຸດແບບ 3S ໄດ້ແກ່ ຄວາມນິ້ງ ແລະ ໝັ້ນຄົງ (Stability) ຄວາມນຸ້ມນວນນັ່ງສະບາຍ (Softness) ຄວາມປອດໄພ ແລະ ການເກາະຖະໜົນ (Safety and Road Holding) ມອບດຸນຍະພາບແຫ່ງຄວາມນຸ້ມສະບາຍ ແລະ ຍຶດເກາະຖະໜົນໄດ້ເຕັມ ປະສິດທິພາບ ຄວບຄູ່ໄປກັບການຂັບຂີ່ມ່ວນເລົ້າໃຈດ້ວຍ ເຄື່ອງຈັກອີຊູຊຸ 3.0 ດີດີໄອ ບລູພາວເວີ ກຳລັງສູງສຸດ 190 ແຮງມ້າ ແຮງບິດສູງສຸດ 450 ນິວຕັ້ນ-ແມັດ ດ້ວຍລະບົບເກຍອັດຕະໂນມັດ 6 ສະປີດ ພ້ອມໂໝດ Rev Tronic ແລະ Sequential Paddle Shift ຖ່າຍທອດຈັງຫວະປ່ຽນເກຍໄດ້ໄວ ແລະ ຄ່ອງແຄ້ວ ພ້ອມລະບົບ Terrain Command ສະວິດປ່ຽນລະບົບການຂັບເຄື່ອນ 2 ລໍ້ ເປັນ 4 ລໍ້ ຕອບຮັບທຸກໄລຟ໌ສະໄຕລ໌ແຫ່ງການຂັບຂີ່ ແລະ ລະບົບ Rough Terrain ເພີ່ມສະມັດຖະນະໃນການຂັບຂີ່ ໃນເສັ້ນທາງວິບາກໄດ້ດີຍິ່ງຂຶ້ນ ທຳງານໄດ້ທັງ 2H, 4H ແລະ 4L


● ຜູ້ນຳແຫ່ງຄວາມປອດໄພ…ທີ່ເໜືອກວ່າໃຜ
ລົດອະເນກປະສົງລຸ້ນໃໝ່ “All-New Isuzu MU-X” ມຸ່ງໝັ້ນພັດທະນາເພື່ອລວມທຸກເຕັກໂນໂລຊີດ້ານຄວາມປອດໄພເຂົ້າໄວ້ດ້ວຍກັນ ໄດ້ແກ່ ລະບົບຊ່ວຍເຫຼືອ ຜູ້ຂັບຂີ່ຂັ້ນສູງ ADAS (Advanced Driver Assistance Systems) ຊ່ວຍສອດສ່ອງ ເຝົ້າລະວັງ ດ້ວຍນະວັດຕະກຳກ້ອງໜ້າຄູ່ອັດສະລິຍະ 3D Imaging Stereo Camera ຊ່ວຍກວດຈັບວັດຖຸຕ່າງໆ ດ້ວຍການສະແກນພາບ 3 ມິຕິ ແບບ Real Time ແມ້ນຍຳກວ່າກ້ອງລະບົບ Mono Camera ທົ່ວໄປ ໂດຍທຳງານຮ່ວມກັບເຣດ້າ 2 ຈຸດ ແລະ ເຊັນເຊີ້ 8 ຈຸດອ້ອມຄັນ ຄວບຄູ່ໄປກັບລະບົບຄວາມປອດໄພພື້ນຖານຄົບຖ້ວນໃນທຸກລຸ້ນ ໄດ້ແກ່ ລະບົບ ABS, EBD, BA, BOS, ESC, TCS, HSA, HDC ແລະ TSC ເພື່ອສົ່ງມອບຄວາມໝັ້ນໃຈ ແລະ ອຸ່ນໃຈເໜືອລະດັບຍາມຂັບຂີ່
ເຕັກໂນໂລຊີ ADAS ທີ່ລວມໃວ້ໃນ “All-New Isuzu MU-X” ມີ


ACC (Full Speed Range Adaptive Cruise Control) ລະບົບຄວບຄຸມຄວາມໄວອັດຕະໂນມັດແບບແປຜັນ ພ້ອມຟັງຊັ່ນ Stop and Go
FCW (Forward Collision Warning) ລະບົບແຈ້ງເຕືອນກ່ອນການຕຳດ້ານໜ້າ
AEB (Autonomous Emergency Braking) ລະບົບເບຣກສຸກເສີນອັດຕະໂນມັດ
LDW (Lane Departure Warning) ລະບົບແຈ້ງເຕືອນອອກນອກເລນ

AHB (Automatic High Beam) ລະບົບຄວບຄຸມໄຟສູງອັດຕະໂນ
PMM (Pedal Misapplication Mitigation) ລະບົບຕັດກຳລັງເຄື່ອງຈັກເມື່ອຢ ຽບຄັນເລັ່ງຜິດພາດ
MSL (Manual Speed Limiter) ລະບົບຕັ້ງຄ່າຈຳກັດຄວາມໄວສູງສຸດດ້ວຍຕົວເອງ
BSM (Blind Spot Monitoring) ລະບົບແຈ້ງເຕືອນຈຸດອັບສາຍຕາ

RCTA (Rear Cross Traffic Alert) ລະບົບຊ່ວຍເຕືອນຂະນະຖອຍລົດ
Parking Aid System ລະບົບເຊັນເຊີ້ຊ່ວຍຈອດລົດ
MCB (Multi-Collision Brake) ລະບົບເບຣກອັດຕະໂນມັດຫຼັງການເກີດອຸບັດຕິເຫດ ຊ້ຳຊ້ອນ

ລຸ້ນໃໝ່! “All-New Isuzu MU-X” ມີໃຫ້ເລືອກຄົບຊຸດ ດ້ວຍສະໄຕລ໌ທີ່ຫຼາກຫຼາຍລວມ 2 ມີລຸ້ນ ຄື Ultimate ແລະ Elegant ເຄື່ອງຈັກອີຊູຊຸ 3.0 ດີດີໄອ ບລູພາວເວີ ໃຫ້ແຮງບິດສູງທຸກລະດັບຄວາມໄວ ມີໃຫ້ເລືອກທັງລະບົບຂັບເຄື່ອນ 2 ລໍ້ ແລະ 4 ລໍ້ ມີໃຫ້ເລືອກເຖິງ 4 ສີ ຄື ນ້ຳຕານມາຣາເກຊ (Marrakesh Brown) ຂາວມຸກໂດໂລໄມທ໌ (Dolomite Pearl White) ດຳບາວາຣ້ຽນ ໄມກ້າ (Bavarian Black Mica) ແລະ ເງິນໂບຮີມ້ຽນ ເມທັລລິກ (Bohemian Silver Metallic) ແຕກຕ່າງກັນໄປໃນແຕ່ລະລຸ້ນ.