ທ່ານມີວິທີອອມເງິນເພື່ອອະນາຄົດແນວໃດ?

1526

ການອອມເງິນເຮັດໃຫ້ເຮົາມີເງິນໃຊ້ໃນອະນາຄົດແທ້​ ຫລືບໍ່? ແລ້ວຈະອອມແນວໃດດີ? ການອອມເງິນເປັນສິ່ງ ທີ່ຫລາຍຄົນທີ່ປະຕິບັດ. ແຕ່ຫນ້າແປກໃຈທີ່ຫລາຍຄົນບໍ່ປະສົບຜົນສໍາເລັດໃນການອອມເງິນ ແຕ່ຍັງມີຄົນອີກກຸ່ມຫນຶ່ງ ທີ່ພວກເຂົາປະສົບຜົນສໍາເລັດໃນການອອມເງິນ. ທ່ານຮູ້ບໍ່ວ່າທຸກຄົນຕ່າງກໍອອມເງິນຄືກັນ ແຕ່ຜົນລັບທີ່ໄດ້ກັບຕ່າງກັນ? ຫລື ເປັນຍ້ອນຕົ້ນທຶນຕ່າງກັນ? ມື້ນີ້, ຂ້ອຍເອງມີວິທີໃນການອອມເງິນທີ່ຈະມາແບ່ງປັນໃຫ້ກັບນັກອ່ານທັງຫລາຍ ຫລັງ ຈາກອ່ານແລ້ວທຸກຄົນຈະຮູ້ວ່າອອມແນວໃດໃຫ້ມີເງິນອອມໄວ້ໃຊ້ໃນອະນາຄົດ.


ການອອມເງິນເປັນສິ່ງທີ່ດີ ຫລາຍຄົນຖືກປູກຝັງໂດຍພໍ່ແມ່ ຄູບາອາຈານ ແລະ ເອື້ອຍອ້າຍວ່າໃຫ້ຮູ້ຈັກປະຢັດ ເງິນ ຮູ້ຈັກອອມເງິນໄວ້. ຂ້ອຍເຊື່ອວ່າຫລາຍຄົນເຮັດ ແຕ່ຫນ້ອຍຄົນທີ່ຈະເຮັດໄດ້ ການຫາເງິນເປັນສິ່ງທີ່ຍາກ ແຕ່ການ ອອມຍິ່ງຍາກກວ່າຫລາຍເທົ່າ ຂ້ອຍເອງກໍມັກໃນການອອມເງິນ ເພາະມັນຈະເຮັດໃຫ້ມີເງິນເກັບໄວ້ໃຊ້ . ການອອມເງິນ ທີ່ດີຄວນມີເປົ້າຫມາຍ ເຊັ່ນຂ້ອຍມີເປົ້າຫມາຍຢາກໄດ້ຄອມພິວເຕີ ແລະ ຢາກມີເງິນເກັບບໍ່ຕໍ່າກວ່າ​2.000.000 ລ້ານກີບ ກ່ອນລົງຝືກງານ ປີ 2022. ເມື່ອມີເປົ້າຫມາຍທີ່ຊັດເຈນຈະເຮັດໃຫ້ເຮົາຕັ້ງໃຈອອມເງິນຫລາຍຂຶ້ນ ແຕ່ການອອມຈະບັນລຸເປົ້າຫມາຍຕ້ອງຂຶ້ນກັບວິທີການຄິດອີກດ້ວຍ.

ໃນເມື່ອກ່ອນຂ້ອຍຈະອອມເງິນຈາກເສດເງິນທີ່ເຫລືອຈ່າຍ ຖ້າມື້ໃດບໍ່ເຫລືອຂ້ອຍກໍບໍ່ໄດ້ອອມ. ບາງຄັ້ງຈ່າຍ ເງິນຈົນຫມົດກະເປົາ ສຸດທ້າຍກໍຕ້ອງທຸບກະປຸກເອົາເງິນອອມອອກມາໃຊ້ ເຊິ່ງເປັນການອອມເງິນທີ່ເສຍເວລາທີ່ສຸດ ເພາະສຸດທ້າຍແລ້ວຂ້ອຍກໍບໍ່ມີເງິນອອມ. ຂ້ອຍໄດ້ແຕ່ນັ່ງຄິດວ່າຈະອອມເງິນແນວໃດດີ? ແລະ ຂ້ອຍກໍລອງປ່ຽນວິທີ ການອອມເງິນມາເປັນແບບໃຫມ່ເຊັ່ນ ມື້ທີ່ຂ້ອຍຫາເງິນມາໄດ້ ຂ້ອຍຈະແບ່ງເງິນອອກເປັນ 3 ສ່ວນ . ສ່ວນທີ1 ຄືອອມ ໄວ້ , ສ່ວນທີ2 ເອົາມາໃຊ້ຈ່າຍປະຈໍາວັນ, ສ່ວນທີ3 ເອົາໄປລົງທຶນ . ທຸກຄົນສັງເກດບໍ່ວ່າການອອມເທື່ອນີ້ມີຄວາມແຕກ ຕ່າງຈາກເທື່ອກ່ອນຫລາຍ ເພາະມີການວາງແຜນການເງິນ.
ເງິນສ່ວນທີ3 ເປັນສ່ວນສໍາຄັນສໍາລັບຂ້ອຍ ເພາະມັນຈະເຮັດໃຫ້ເງິນຈະເລີນງອກງາມ ຂ້ອຍເອົາເງິນໄປລົງທຶນ ເຊັ່ນ: ຂາຍບັດເຕີມເງິນ, ຂາຍສາລະເປົາ ,ຂາຍເຄື່ອງນຸ່ງ, ຂາຍຜ້າອັດປາກ … ແລະ ນໍາເອົາກໍາໄລທີ່ໄດ້ຈາກການລົງທຶນນັ້ນ ໄປອອມອີກຄັ້ງ ເຊິ່ງຈະເຮັດໃຫ້ເງິນອອມເຮົາເພີ່ມຂຶ້ນຕະຫລອດ. ວິທີການອອມແບບໃຫມ່ຂອງຂ້ອຍຈະແບ່ງອອມກ່ອນ ແລ້ວຈຶ່ງເອົາເງິນໄປໃຊ້ຈ່າຍແນວອື່ນ ບໍ່ແມ່ນອອມຈາກເສດເງິນທີ່ເຫລືອດັ່ງ warren Edward Buffett ໄດ້ ກ່າວໄວ້ “Do not save what is left after spending , Spend what is left after saving ” ຢ່າທ້ອນເງິນຈາກເງິນ ທີ່ເຫລືອຈາກການຈ່າຍ ແຕ່ຈົ່ງທ້ອນເງິນທີ່ເຫລືອຈາກການຫັກທ້ອນໄວ້ແລ້ວ , ວິທີນີ້ເປັນວິທີຫນຶ່ງທີ່ຂ້ອຍເຮັດແລ້ວໄດ້ຜົນ.

ຫລາຍຄົນມັກເວົ້າວ່າໂຕເອງອອມເງິນບໍ່ໄດ້ຍ້ອນມີພາລະທີ່ຕ້ອງໃຊ້ຈ່າຍຫລາຍ , ຄວາມຈິງແລ້ວມັນເປັນພຽງຂໍ້ອ້າງເພາະຂ້ອຍກໍເຄີຍຄິດແບບນີ້ ທຸກຄົນລອງຄິດເບິ່ງວ່າພາລະຫລາຍ ຫລື ໃຊ້ຈ່າຍຟຸມເຟືອຍກັນແທ້ , ການໃຊ້ຈ່າຍຟຸມເຟືອຍເປັນສ່ວນຫນຶ່ງທີ່ເຮັດໃຫ້ເຮົາອອມເງິນບໍ່ໄດ້ …. ສະນັ້ນ, ທຸກຄົນຄວນຄິດວ່າລາຍຈ່າຍໃດທີ່ມີຄວາມຈໍາເປັນຫນ້ອຍທີ່ສຸດ ແລ້ວໃຫ້ຫລຸດຜ່ອນມັນລົງ ເຊັ່ນ: ຄ່າອິນເຕີເນັດ, ຄ່າເບຍ, ເຄື່ອງນຸ່ງ … ຂ້ອຍມີເງິນອອມຢ່າງສະຫມໍ່າສະເຫມີ ຍ້ອນການຫລຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນເຫລົ່ານີ້ລົງ.

ເມື່ອມີເປົ້າຫມາຍ ມີແບບແຜນການອອມເງິນ ແລະ ຫລຸດຜ່ອນຄ່າໃຊ້ຈ່າຍແລ້ວ ມີສິ່ງຫນຶ່ງທີ່ຂ້ອຍຂາດບໍ່ໄດ້ຄື: ວິໄນໃນຫານອອມເງິນ. ຫລາຍຄົນຄິດວ່າຄົນທີ່ປະສົບຜົນສໍາເລັດໃນການອອມເງິນຕ້ອງເປັນຄົນທີ່ມີຕົ້ນທຶນຫລາຍ ຄວາມຈິງແລ້ວຕົ້ນທຶນບໍ່ໄດ້ສໍາຄັນວິໄນຕ່າງຫາກທີ່ສໍາຄັນ .ການອອມເງິນຄວນອອມຢ່າງສະຫມໍ່າສະເຫມີ ສໍາລັບຂ້ອຍ ເອງເປັນຄົນຕົ້ນທຶນຫນ້ອຍຢູ່ແລ້ວ ກວ່າຈະເກັບໄດ້1.000.000ກີບ ເປັນເລື່ອງທີ່ຍາກຫລາຍ ແຕ່ຕອນນີ້ຂ້ອຍກໍເຮັດ. ມັນໄດ້ແລ້ວ ຍ້ອນຂ້ອຍປ່ຽນຈາກການອອມແບບເກົ່າ ສ້າງໃຫ້ຕົນເອງມີວິໄນຂຶ້ນເຊັ່ນ: ກໍານົດວ່າຈະອອມເທົ່າໃດຕໍ່ມື້ ຕໍ່ ເດືອນ ແລ້ວກໍອອມເທື່ອລະຫນ້ອຍຢ່າງສະຫມໍ່າສະເຫມີ ປະຕິບັດຕາມແຜນທີ່ວາງໄວ້ ດັ່ງໃນປື້ມ “ຫາເງິນໄດ້ ໃຊ້ເງິນ ເປັນ 1000 ລ້ານເຈົ້າກໍເຮັດໄດ້” ໂດຍ ສອນລໍ່ ໂຊຕຸ້ກີ້ ໄດ້ກ່າວໄວ້ວ່າ: ເຮົາຕ້ອງອອມເງິນກ່ອນຈ່າຍເງິນ ແລະ ຕ້ອງສ້າງ ວິໄນໃນການອອມຂອງເຈົ້າໃຫ້ດີ , ປະຕິບັດການອອມຕາມແຜນໃຫ້ໄດ້.​


ທຸກຄົນທີ່ອ່ານມາຮອດນີ້ ຄິດວ່າການອອມຂອງເຈົ້າ ແລະ ຂອງຂ້ອຍຕ່າງກັນຫລືບໍ່ ? ທັງຫມົດນີ້ກໍຄືການອອມ ແບບໃຫມ່ທີ່ຂ້ອຍໃຊ້ກໍຄື ຕັ້ງເປົ້າຫມາຍ, ວາງແຜນການອອມ (ແບ່ງອອມ-ແບ່ງຈ່າຍ-ແບ່ງລົງທຶນ) , ຫລຸດຜ່ອນຄ່າໃຊ້ ຈ່າຍທີ່ບໍ່ຈໍາເປັນ , ສ້າງວິໄນໃນການອອມ . ຖ້າຢາກມີເງິນໄວ້ໃຊ້ໃນອະນາຄົດ ການອອມເງິນເປັນທາງເລືອກຫນຶ່ງທີ່ ຫລາຍຄົນໃຊ້ ແຕ່ຫນ້ອຍຄົນຈະເຮັດໄດ້ ສາເຫດທີ່ເຮັດບໍ່ໄດ້ຄືຂາດວິທີໃນການອອມເງິນ ໃຊ້ວິທີເກົ່າໆ ຜົນລັບທີ່ແຕກຕ່າງ ມັນຕ້ອງໄດ້ມາຈາກວິທີທີ່ແຕກຕ່າງ ຖ້າຍັງເຮັດແບບເກົ່າ ກໍຢ່າຫວັງຜົນລັບແບບໃຫມ່. ຂ້ອຍເອງກໍບໍ່ໄດ້ບອກວ່າ ວິທີດັ່ງກ່າວມັນດີທີ່ສຸດ ແຕ່ມັນເປັນວິທີຫນຶ່ງທີ່ຂ້ອຍລອງເຮັດແລ້ວມັນໄດ້ຜົນ ຈຶ່ງນໍາມາແບ່ງປັນໃຫ້ກັນນັກອ່ານ ທັງຫລາຍ ຖ້າເຈົ້າຢາກອອມເງິນແລ້ວມີເງິນອອມ ຈົ່ງຮູ້ຈັກບໍລິຫານເງິນ ແລະ ມີວິທີໃນການອອມທີ່ດີ ເພາະມັນຈະເຮັດ ໃຫ້ເຈົ້າບໍ່ເສຍເວລາອອມເງິນ ແລະ ມີເງິນໄວ້ໃຊ້ໃນອະນາຄົດອີກດ້ວຍ.

ໂດຍ ນາງ ສຸກສະຫວັນ ຈິດຕະວັງໂສ

ສະໜັບສະໜູນຂ່າວໂດຍ: