69 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ລ້ວນແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ 59

765

ໃນວັນທີ 29 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 4.841 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 85 ຄົນ; ໃນນີ້ ນະຄອນຫຼວງວຽງຈັນຫຼາຍເຖິງ69ຄົນ.

ທ່ານ ຮສ. ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ,ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຖະແຫຼງຂ່າວປະຈຳວັນທີ30 ເມສາ 2021ວ່າ: 69 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ(ຜົນກວດໃນວັນທີ29ເມສາ) ລ້ວນແລ້ວແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ່ 59.

ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າ ແລະ ອີກບ່ອນໃໝ່ທີ່ຢາກແຈ້ງໃຫ້ບັນດາທ່ານຊາບແມ່ນສຳລັບຜູ້ທີ່ເດີນທາງໄປຍັງສະຖານທີ່ເຫຼົ່ານີ້ເຊັ່ນ:


ວັນທີ 14 ເມສາ 2021 ຮ້ານຄາລາໂອເກະວີກຕໍ, ສາມແຍກນາໄຊ
ວັນທີ່ 16 ເມສາ 2021 : ສົງນ້ຳພະວັດໄຕໃຫຍ່, ວັດໄຕນ້ອຍ, ວັດໂຊກໄຊ, ວັດປ່າໜອງບົວທອງ
ຮ້ານຂາຍຂອງກີນສຸກຕະຫຼາດໂພນຕ້ອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ
ວັນທີ່ 19 ເມສາ 2021 ບໍ່ແຮ່ຄຳບໍລີສັດດາລີ ສສ ຫວຽດນາມບ້ານ ຫ້ວຍຄຳ, ເມືອງສັງທອງ


ວັນທີ 17 -18 ເມສາ 2021: ໂຮງໝໍມະໂຫສົດ
ວັນທີ່ 19 ເມສາ 2021 ໂຮງໝໍ 103 ບ່ອນສ່ອງລັງສີ
ໂຮງພີມເທບປັນຍາການພີມ, ບ້ານ ຈອມມະນີໃຕ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
ແມ່ນໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໄປເກັບຕົວຢ່າງຊອກຫາເຊື້ອຕາມສະຖານທີ່ກຳນົດໄວ້

ໃນສະພາບປະຈຸບັນເຫັນວ່າ ສປປ ລາວເຮົາ ຍັງມີທ່າອ່ຽງຈະມີການຕິດເຊື້ອໃໝ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງໃນແຕ່ລະມື ທັງຢູ່ນະຄອນຫຼວງ ແລະ ບັນດາແຂວງ ໃນທົ່ວປະເທດ ນັບແຕ່ຕົ້ນເດືອນເມສາ 2021 ມາຮອດມື້ນີ້ ເຫັນວ່າມີຜູ້ຕິດເຊື້ອໃໝ່ເຖິງ 709 ຄົນ ເຊີ່ີງຖືວ່າເປັນໂຕເລກຕິດເຊື້ອສູງໃນປະເທດເຮົາ ຖ້າທຽບໃສ່ປີ 2020 ; ບາງປະເທດໃກ້ຄຽງທີ່ມີຊາຍແດນຕິດກັບປະເທດເຮົາກໍ່ຍັງມີສະພາບການລະບາດໃນຊູມຊົນ ແລະ ມີລາຍງານຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນແຕ່ລະວັນ ສົມທົບກັບ ແຕ່ລະວັນຍັງມີ ຜູ້ເດີນທາງເຂົ້າມາສປປລາວຈາກປະເທດທີ່ມີການລະບາດຂອງພະຍາດ ເຮັດໃຫ້ ສປປລາວ ມີທ່າອ່ຽງຈະມີການຕິດເຊື້ອໃໝ່ເພີ້ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະມື.


ຕໍ່ກັບສະພາບດັ່ງກ່າວ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທຸກຂັ້ນໃຫ້ຕິດຕາມເອົາໃຈໃສ່ ກວດກາການຈັດຕັ້ງປະຕິບັດຂອງແຈ້ງການດັ່ງກ່າວໂດຍສະເພາະການເຄື່ອນ ໄຫວໄປມາຂອງປະຊາຊົນທີ່ຫ້າມອອກຈາກເຮືອນ ແລະ ຫ້າມການເດີນທາງຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19, ຖ້າມີການພົບເຫັນການເຂົ້າມາ ແບບຜິດກົດໝາຍ ກໍໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ.

ບັນຫາສຳຄັນອີກອັນໜື່ງໃນປະຈຸບັນ ກໍ່ຄືຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ແມ່ນຕ້ອງໄດ້ໄປກວດຫາເຊື້ອພະຍາດ COVID-19 ຕາມຈຸດບໍລິການກວດທີ່ ທາງຄະນະສະ ເພາະກິດກຳນົດໄວ້ ໂດຍໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງກັບຄົນອື່ນ ແລະ ພາຍຫຼັງເກັບຕົວຢ່າງແລ້ວ ແມ່ນໃຫ້ກັບທີ່ພັກຂອງຕົນເອງທັນທີ ພ້ອມທັງ ແຍກໂຕເອງອອກຈາກຄົນໃກ້ຊິດ ແລະ ຄົນ ໃນຄອບຄົວ ແລະ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ( ເຮືອນ, ໂຮງແຮມ, ຫໍພັກ, ສະຖານທີ່ທີ່ຈັດກຽມໄວ້ ) ເປັນເວລາ 14 ວັນ ໂດຍໃຫ້ຕິດຕາມວັດແທກອຸນຫະພູມຮ່າງກາຍທຸກມື້ ແລະ ໂດຍປະຕິບັດຮັກສາໄລຍະຫ່າງກັບບຸກຄົນອື່ນຕາມມາດຕະການທີ່ຄະນະສະເພາະກິດ ວາງອອກ.


ອີກປະການໜື່ງເຫັນວ່າການເຄື່ອນໄຫວຂອງຫຼາຍກໍລະນີ ແມ່ນໄດ້ໄປຄລີກນິກກວດພະຍາດເອກະຊົນ ໄປຊື້້ຢາຢູ້ຮ້ານຂາຍຢາ ນອກນີ້ຍັງໄປຕະຫຼາດ ຈຶ່ງຢາກເນັ້ນໜັກໃຫ້ບັນດາທ່ານມີສະຕິ ປະຕິບັດມາດຕະການປ້ອງກັນຢ່າງເຄັ່ງຄັດ