Monthly Archives: April, 2021

ຄູມັນ ຜິດຫວັງ ບາເຊໂລນາ ພິກເສຍໃຫ້ກັບ ກຣານາດາ ອົດຂຶ້ນນໍາຕາຕະລາງຄະແນນລວມ

ໂຣນັລ ຄູມັນ ຜູ້ຈັດການທີມຂອງ ບາເຊໂລນາ ຍອມຮັບວ່າຕົວເອງຮູ້ສຶກເຈັບປວດທີ່ສຸດທີ່ທີມພາດໂອກາດເກັບຄະແນນແຊງຂຶ້ນນໍາຕາຕະລາງຄະແນນລວມ ລາລີກາ ແອັດສະປາຍ ໄປຢ່າງໜ້າເສຍດາຍ ຫຼັງເປີດບ້ານພິກລ໊ອກເສຍໃຫ້ກັບ ກຣານາດາ 1-2 ເມື່ອວັນທີ 29 ເມສາ 2021. ນັດດັ່ງກ່າວ ບາເຊໂລນາ ເລີ່ມການແຂ່ງຂັນໄດ້ຢ່າງໂດດເດັ່ນ ໄດ້ປະຕູຂຶ້ນນໍາກ່ອນ 1-0 ຈາກການຍິງຂອງ ລິໂອເນລ ເມສຊີ ນາທີໆ 23,...

2 ບໍລິສັດ ມອບເງິນຊ່ວຍແຂວງໄຊສົມບູຸນ ໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ 19

ບໍລິສັດ ແຊັດວ່າຍ ແລະ ກຸ່ມບໍລິສັດ ຮ່ວມມືເສດຖະກິດ (ໂກເອກໂກ ) ທະຫານເຂດ 4 ໄດ້ມອບເງິນຊ່ວຍເຫລືອ ເພື່ອນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດຂອງໂຄວິດ 19 ໃກ້ແກ່ແຂວງໄຊສົມບູນ ໃນວັນທີ 29 ເມສາ ທີ່ຫ້ອງວ່າການແຂວງ. . ກ່າວມອບຂອງທ່ານ ລິນລີຫົວ ປະທານບໍລິສັດແຊັດວ່າຍ ແລະ ທ່ານ ງວຽນແອ່ງແທ່ງ...

ກຳປູເຈຍຕິດເຊື້ອໂຄວິດ ມື້ດຽວ 880 ຄົນ ສົ່ງແພດທະຫານໄປຊ່ວຍສັກຢາວັກແຊັງ

ກຳປູເຈຍກວດພົບຜູ້ຕິດເຊື້ອໂຄວິດ-19 ໃນປະເທດ ມື້ດຽວເພີ່ມຂຶ້ນ 880 ຄົນ ຂະນະທີ່ ແພດທະຫານກຽມລົງພື້ນທີ່ຊ່ວຍສັກຢາວັກແຊັງໃນນະຄອນຫຼວງພະນົມເປນ ເຊິ່ງເປັນພື້ນທີ່ສ່ຽງທີ່ສຸດ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມື່ອວັນສຸກ ທີ 30 ເມສາ ວ່າ ກະຊວງສາທາລະນະສຸກກຳປູເຈຍໄດ້ລາຍງານສະຖິຕິກ່ຽວກັບໂຄວິດ-19 ໃນຮອບ 24 ຊົ່ວໂມງ ຜ່ານມາ. ໄດ້ຢືນຢັນພົບຜູ້ຕິດເຊື້ອໃໝ່ 880 ຄົນ ທັງໝົດລ້ວນແຕ່ຕິດເຊື້ອພາຍໃນປະເທດ ແລະ...

ຫວຽດນາມພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ຄັ້ງທຳອິດ ໃນຮອບເດືອນ

ລັດຖະບານຫວຽດນາມຢືນຢັນພົບຜູ້ຕິດເຊື້ອ ໂຄວິດ-19 ພາຍໃນປະເທດ ເປັນຄັ້ງທຳອິດ ໃນຮອບ 35 ວັນ. ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ່ຍ ປະເທດຫວຽດນາມ ເມື່ອວັນສຸກ ທີ 30 ເມສາ ວ່າ ກະຊວງສາທາລະນະສຸກຫວຽດນາມໄດ້ລາຍງານ ສະຖິຕິຜູ້ປ່ວຍຈາກໂຄວິດ-19 ມີຢ່າງໜ້ອຍ 2.910 ຄົນ ໃນທົ່ວປະເທດ ເພີ່ມຂຶ້ນ 45 ຄົນ, ປິ່ນປົວຫາຍດີແລ້ວ 2.516...

ໂຮງໝໍແຂວງຫຼວງນໍ້າທາ  ກະກຽມຄວາມພ້ອມຮັບມື ກໍລະນີພະຍາດໂຄວິດ -19 ລະບາດກວ້າງຂຶ້ນ

ທ່ານ ແສງວົງ ບຸດຕະວົງ ຜູ້ອຳນວຍການໂຮງໝໍແຂວງຫຼວງນໍ້ທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ໃນວັນທີ 29 ເມສາ2021 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານປິ່ນປົວ ແລະ ຄຸ້ມຄອງກໍລະນີຄົນເຈັບຕິດເຊື້ອພະຍາດໂຄວິດ-19 ທາງໂຮງໝໍໄດ້ກຽມຄວາມພ້ອມເຊັ່ນວ່າ: ທິມງານແພດໝໍ ທີ່ໄດ້ຜ່ານການເຝິກອົບຮົມ,ກຽມສະຖານທີ່, ອຸປະກອນການແພດທີ່ຈຳເປັນ ແລະ ຢາປິ່ນປົວພະຍາດ. ທາງໂຮງໝໍໄດ້ມີການວາງແຜນຮັບການປິ່ນປົວພະຍາດໂຄວິດ-19 ມີແຜນເຊື່ອມ 3 ໂຮງໝໍຂັ້ນແຂວງຄື: ໂຮງໝໍແຂວງ, ໂຮງໝໍຫະຫານແຂວງ ແລະ...

ນະຄອນຫຼວງວຽງຈັນ ເລັ່ງກະກຽມໂຮງໝໍພາກສະໜາມ ຢູ່ສູນກັກກັນຫຼັກ 27, ທ່ານເຈົ້າຄອງ ລົງຕິດຕາມ ແລະ ກວດກາ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລົງຕິດຕາມ ແລະ ກວດກາ ການກະກຽມໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19  ເມື່ອວັນທີ29 ເມສາ 2021 ຢູ່ສູນກັກກັນຫຼັກ 27 ເມືອງໄຊທານີ ໂດຍທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ພ້ອມດ້ວຍຫົວ ໜ້າພະແນກສາທາລະນະສຸກ ນວ ແລະ...

ບໍລິສັດ ຂົນສົ່ງສາກົນ ຈໍາກັດ ມອບເງິນ 50 ລ້ານກີບ ເພື່ອຊຸກຍູ້ການປະຕິບັດວຽກງານ ໃຫ້ແກ່ຄະນະສະເພາະກິດແຂວງຫຼວງນໍ້າທາໃນການ ຕ້ານ, ສະກັດກັ້ນ ພະຍາດໂຄວິດ – 19

ເພື່ອເປັນການສືບຕໍ່ປະກອບສ່ວນທຶນຮອນເຂົ້າໃນວຽກງານຕ້ານ, ສະກັດກັ້ນ ການແຜ່ລະບາດເຊື້ອພະຍາດໂຄວິດ - 19 ຢູ່ແຂວງຫຼວງນໍ້າທາໃຫ້ຜ່ອນຄາຍ ແລະ ຢຸດຕິລົງ, ວັນທີ 28 ເມສາ 2021 ບໍລິສັດ ຂົນສົ່ງສາກົນ ຈໍາກັດ ໄດ້ນໍາເງິນຈໍານວນ 50 ລ້ານກີບ ມາມອບໃຫ້ແຂວງຫຼວງນໍ້າທາກໍຄືຄະນະສະເພາະກິດແຂວງຫຼວງນໍ້າທາໃນການ ຕ້ານ, ສະກັດກັ້ນ ພະຍາດໂຄວິດ - 19. ກ່າວມອບໂດຍ...

ສູດສໍາລັບການສ້າງສຸຂະພາບດີ ແລະ ອາຍຸຍືນແບບສາວຍີ່ປຸ່ນ

ເຄີຍສົງໄສບໍ່ວ່າເປັນຫຍັງສາວຍີ່ປຸ່ນຈຶ່ງສຸຂະພາບດີ ແລະ ມີອາຍຸຍືນຍາວ ແຖມຜິວພັນຍັງສົດໃສອ່ອນກວ່າອາຍຸຢູ່ຕະຫລອດ ເຖິງອາຍຸຈະຫຼາຍແລ້ວກໍຕາມ ນັ້ນກໍເພາະວ່າຄົນຍີ່ປຸ່ນສ່ວນໃຫຍ່ໃສ່ໃຈເບິ່ງແຍງສຸຂະພາບ ໂດຍສະເພາະເລື່ອງຂອງການກິນ ຕ້ອງໄດ້ຮັບຄຸນຄ່າຂອງສານອາຫານຕ່າງໆຢ່າງຄົບຖ້ວນ ຈຶ່ງເຮັດໃຫ້ຮ່າງກາຍຂອງສາວຍີ່ປຸ່ນຂ້ອນຂ້າງແຂງແຮງບໍ່ເຈັບປ່ວຍງ່າຍ ແລະ ມື້ນີ້ເຮົາກໍນຳເຄັດລັບທີ່ເຮັດໃຫ້ອາຍຸຍືນຍາວແບບສາວຍີ່ປຸ່ນມາຝາກ ແຕ່ລະວິທີບອກເລີຍວ່າເຮັດໄດ້ງ່າຍໆ ເຊິ່ງຈະມີວິທີໃດແດ່ນັ້ນໄປເບິ່ງກັນເລີຍ ກິນປາເປັນຫຼັກ: ປາຖືວ່າເປັນອາຫານຫລັກທີ່ຄົນຍີ່ປຸ່ນມັກກິນຕະຫລອດ ເນື່ອງຈາກປາມີໂປຣຕີນ ແລະ ໄຂມັນຕໍ່າ ແລະ ວິທີການນຳໄປເຮັດອາຫານນັ້ນກໍນິຍົມເຮັດໂດຍການຫນຶ້ງ, ຕົ້ມ, ປີ້ງ ເພື່ອຄົງຄຸນຄ່າຂອງສານອາຫານໄວ້ໄດ້ຫລາຍທີ່ສຸດ ດື່ມຊາຂຽວເປັນປະຈໍາ: ຊາຂຽວເປັນເຄື່ອງດື່ມທີ່ຊ່ວຍຕ້ານອະນຸມູນອິດສະຫຼະໄດ້ດີຫຼາຍ ແລະ...

ໄທສັນ ປະກາດຊົກກັບ ຄູ່ແຂ່ງເກົ່າເມື່ອ 19 ປີກ່ອນ ເດືອນກັນຍານີ້

ໄມ ໄທສັນ ຕໍານານແຊັມໂລກມວຍສາກົນຮຸ່ນໃຫຍ່ຮຸ່ນ ເຮຟວີເວດ ປະກາດຂ່າວດີຈະຂຶ້ນຊົກກັບ ເລນນ໊ອກຊ໌ ລູອິສ ອະດີດຄູ່ແຂ່ງໃນເດືອນກັນຍາ 2021 ຫຼັງຈາກທີ່ເຄີຍຊົກກັນມາແລ້ວເມື່ອ 19 ປີກ່ອນ. ກ່ອນໜ້ານີ້ ໄທສັນ ໄດ້ຂຶ້ນຊົກກັບ ຣອຍ ໂຈນສ໌ ຈູເນຍ ໃນໄຟທ໌ການກຸສົນພາຍໃຕ້ກະຕິກາ 8 ຍົກ ໃນເດືອນພະຈິກ 2020 ຈົບລົງດ້ວຍຜົນສະເໝີກັນ. ຫຼ້າສຸດມີການຢືນຢັນແລ້ວວ່າ: ໄຟທ໌ການກຸສົນທີ...

ອັດຕະປື ໄດ້ຮັບເຄື່ອງຊ່ວຍເຫຼືອ ນໍາໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ຈາກຫຼາຍພາກສ່ວນ

ເມື່ອວັນທີ 29 ເມສາ 2021 ທີ່ພະແນກສາທາລະນະສຸກ ແຂວງອັດຕະປື ໄດ້ມີຫຼາຍພາກສ່ວນເຂົ້າມອບເງິນ ລວມທັງເຄື່ອງອຸປະໂພກ-ບໍລິໂພ ແລະ ອື່ນໆ ໃຫ້ແຂວງອັດຕະປື ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ 19 ພາຍໃນແຂວງ. ໃນນີ້ປະກອບມີບໍລິສັດນິຄົມອຸດສະຫະກໍາ ລັດຕະນະພອນ ມອບນໍ້າດື່ມ 100 ແກັດ,ນໍ້າຊາໂອອິຊິ 40 ແກັດ ແລະ ນົມ,ໝີ້ກ້ອງ,ເປັບຊີ້,ກະທິແດງຢ່າງລະ...
- Advertisment -
Slide
Slide

Most Read

error: Content is protected !!