ພາກສ່ວນຕ່າງໆ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອ ນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19

594

ຕອນແລງວັນທີ 30 ເມສາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ລວມມູນຄ່າເກືອບ 6 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ, ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.

ການມອບການຊ່ວຍເຫຼືອຄັ້ງນີ້ ປະກອບມີ 6 ພາກສ່ວນ ຄື: ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບເງິນ ຈຳນວນ 33 ລ້ານກີບ ພ້ອມທັງສະເໜີ ລະບົບການຕິດຕາມ Lao KYC application ຕິດຕັ້ງເທິງມືຖື ໃນຂັ້ນພື້ນຖານ ທີ່ກະຊວງໄດ້ຄົ້ນຄວ້າ ແລະ ທົດລອງນຳໃຊ້ ເພື່ອໃຊ້ໃນການຕິດຕາມປະຫວັດການເຄື່ອນໄຫວ (time line) ຂອງບຸກຄົນ ແລະ ແຈ້ງເຕືອນ ເມື່ອເຂົ້າໃກ້ສະຖານທີ່ ທີ່ມີຄວາມສ່ຽງໃນການແຜ່ເຊື້ອ.

ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ມອບເງິນ 2,5 ຕື້ກີບ ແລະ ອຸປະກອນການສື່ສານ ຂອງບໍລິສັດ ມູນຄ່າ 783 ລ້ານກີບລວມມູນຄ່າທັງໝົດ 3,283 ຕື້ກີບ.

ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ມອບເງິນ ຈຳນວນ 100 ລ້ານກີບ ແລະ ອຸປະກອນການສື່ສານ ຂອງບໍລິສັດ ມູນຄ່າ 1,53 ຕື້ກີບ ລວມມູນຄ່າທັງໝົດ 1,63 ຕື້ກີບ.

ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ ມອບເງິນ 500 ລ້ານກີບ; ບໍລິສັດ ETL ຈຳກັດ ມອບເງິນ ຈຳນວນ 150 ລ້ານກີບ ແລະ ອຸປະກອນການສື່ສານ ຂອງບໍລິສັດ ມູນຄ່າ 180 ລ້ານກີບ ລວມມູນຄ່າທັງໝົດ 330 ລ້ານກີບ.

ບໍລິສັດ ລັດວິສາຫະກິດໄປສະນີລາວ ມອບເງິນ ຈຳນວນ 50 ລ້ານກີບ ແລະ ຂົນສົ່ງເຄື່ອງ ໃຊ້ວຽກງານ ຕ້ານພະຍາດໂຄວິດ-19 ໂດຍບໍ່ເສຍຄ່າ ມູນຄ່າ 150 ລ້ານກີບ ລວມມູນຄ່າທັງໝົດ 200 ລ້ານກີບ.


ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາພາກສ່ວນ ຕະຫຼອດຮອດພະນັກງານ ຂອງບັນດາພາກສ່ວນ ທີ່ໄດ້ປະກອບສ່ວນມອບອຸປະກອນ ແລະ ເງິນຊ່ວຍເຫຼືອ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ການປະກອບສ່ວນດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສະພາບການໃນປະຈຸບັນ, ຊຶ່ງໄດ້ສະແດງເຖິງຫົວຄິດປະດິດສ້າງ ຮູ້ໝູນໃຊ້ທ່າແຮງ ທີ່ຕິດພັນກັບໜ້າທີ່ການເມືອງ ຂອງການຈັດຕັ້ງຕົນ ປະກອບສ່ວນເຂົ້າໃນການປະຕິບັດພາລະກິດລວມ ຂອງປະເທດຊາດ ໃຫ້ເກີດປະໂຫຍດສູງສຸດ, ທັງສະແດງເຖິງຄວາມເສຍສະຫຼະ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີເປັນເອກະພາບ, ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທຸກຄົນ ທີ່ພວມປະຕິບັດໜ້າທີ່ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ.

(ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ).