ດ່ວນ! ເຈົ້າໜ້າທີ່ ໄປຮັບ ນາງ ພາວະດີ ວິພາກອນ (ເອື້ອຍຮັກກໍລະນີຜູ້ຕິດເຊື້ອ59) ກັບລາວ ເພື່ອມາດຳເນີນຄະດີຕາມກົດໝາຍ

829

ເຈົ້າໜ້າທີ່ສປປລາວ ໄດ້ໄປຮັບນາງ ພາວະດີ ວິພາກອນ (ເອື້ອຍຮັກຜູ້ຕິດເຊື້ອໂຄວິດ-19 ກໍລະນີ59) ຢູ່ປະເທດໄທ ເພື່ອກັບມາດຳເນີນຄະດີຕາມກົດໝາຍ ເຊິ່ງຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບ ກໍລະນີທີ 59 ເດີນທາງໄປສະຖານທີ່ຊຸມຊົນຕ່າງໆໃນລາວ  ເຊິ່ງອາດເປັນໜຶ່ງໃນສາເຫດ ໃນການນໍາເອົາເຊື້ອພະຍາດ ໂຄວິດ-19 ມາແຜ່ລາມຢູ່ ສປປ ລາວ.

ອີງຕາມຂ່າວຈາກ ຂປລ ໃຫ້ຮູ້ວ່າ:  ໃນຕອນແລງຂອງວັນທີ 30 ເມສາ 2021 ນີ້ ເຈົ້າໜ້າທີ່ທາງການລາວ ໄດ້ໄປຮັບນາງ ພາວະດີ ວິພາກອນ (ເອື້ອຍຮັກຜູ້ຕິດເຊື້ອໂຄວິດ-19 ກໍລະນີ59) ທີ່ດ່ານສາກົນໜອງຄາຍ ຣາຊະອານາຈັກໄທ ກັບມາ ສປປ ລາວ ພາຍຫລັງທີ່ໄດ້ຮັບການປິ່ນປົວພະຍາດໂຄວິດ-19 ຫາຍດີ ຢູ່ປະເທດໄທແລ້ວ ເພື່ອກັບມາດຳເນີນຄະດີຕາມກົດໝາຍ ເຊິ່ງຜູ້ກ່ຽວແມ່ນມີຄວາມຜິດທີ່ເຂົ້າ-ອອກເມືອງ ແບບຜິດກົດໝາຍ ແລະ ພາຄົນຕ່າງປະເທດເຂົ້າເມືອງແບບຜິດກົດໝາຍ ແລ້ວນຳເອົາເຊື້ອພະຍາດມາແຜ່ໃນ ສປປ ລາວ.

ທ່ານ ພັນເອກ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫລວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບໄດ້ໃຫ້ສຳພາດວ່າ: ທາງເຈົ້າໜ້າທີ່ຝ່າຍລາວ ໄດ້ໄປຮັບເອົາ ນາງ ພາວະດີ ວິພາກອນ (ຕຸກຕິກ) (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອ 59) ກັບຄືນ ສປປ ລາວ ເຊິ່ງຜູ້ກ່ຽວໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແລະ ຮ່ວມກັບ ກໍລະນີທີ 59 ເດີນທາງໄປສະຖານທີ່ຊຸມຊົນຕ່າງໆໃນລາວ, ເຊິ່ງອາດເປັນໜຶ່ງໃນສາເຫດ ໃນການນໍາເອົາເຊື້ອພະຍາດ ໂຄວິດ-19 ມາແຜ່ລາມຢູ່ ສປປ ລາວ.

ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ປະສານສົມທົບກັບເຈົ້າຫນ້າທີ່ກ່ຽວຂ້ອງ ສືບຄົ້ນ, ຊອກຫາ ນາງ ພາວະດີ ວິພາກອນ ຈຶ່ງໄດ້ຮູ້ວ່າ ໃນຄັ້ງວັນທີ 15 ເມສາ 2021 ຜູ້ກ່ຽວລັກລອບເດີນທາງອອກ ຈາກ ສປປ ລາວ ຢູ່ ເຂດບໍລິເວນ ບ້ານຫມາກນາວ ເມືອງປາກງື່ມນະຄອນຫຼວງວຽງຈັນ ໄປບ້ານເດືອ ອໍາເພີ ທ່າບໍ່ ຈັງຫວັດຫນອງຄາຍ ຣາຊະອານາຈັກໄທ; ຮອດວັນທີ 16 ເມສາ 2021 ນາງ ພາວະດີ ວິພາກອນ ຮູ້ສຶກບໍ່ສະບາຍ ຈຶ່ງໄດ້ໄປ ກວດສຸຂະພາບ ຢູ່ໂຮງຫມໍ ຫນອງຄາຍ, ຜົນກວດພົບວ່າ ຜູ້ກ່ຽວຕິດເຊື້ອພະຍາດ ໂຄວິຕ-19 ແລະ ໄດ້ຮັບການຮັກສາ ທີ່ໂຮງຫມໍດັ່ງກ່າວ.

ມາວັນທີ 30 ເມສາ 2021 ພາຍຫຼັງຜູ້ກ່ຽວປິ່ນປົວຫາຍດີ ແລະ ເຈົ້າຫນ້າທີ່ ໄທ ດໍາເນີນຄະດີສໍາ ເລ້ວແລ້ວ ຈຶ່ງໄດ້ສົ່ງ ນາງ ພາວະດີ ວິພາກອນ ຕາມຄວາມຮຽກຮ້ອງຕ້ອງການ ຂອງລັດຖະບານ ສປປ ລາວ, ສໍາລັບ ນາງ ພາວະ ວິພາກອນ ເຈົ້າຫນ້າທີ່ກ່ຽວຂ້ອງ ຈະໄດ້ດໍາເນີນການສືບສວນ-ສອບສວນຜູ້ກ່ຽວ ຕາມກົດຫມາຍ. ລະບຽບການ ກໍຄືກົນໄກຂະບວນການຍຸຕິທໍາຂອງ ສປປ ລາວ.

ການກະທໍາຂອງຜູ້ກ່ຽວ ລະເມີດກົດໝາຍວ່າ ດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ປະມວນກົມໝາຍອາຍາ, ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ກົດໝາຍ ລະບຽບການອື່ນໆທີ່ກ່ຽວຂ້ອງ; ເຊິ່ງພາກສ່ວນທີ່ໄດ້ຮັບ ມອບໝາຍ ຈະຮີບຮ້ອນດໍາເນີນການຕ່າງໆຕໍ່ຜູ້ກ່ຽວຕາມຄວາມເໝາະສົມ ແລະ ຈະແຈ້ງໃຫ້ສັງຄົມຮັບຊາບ ຕາມເວລາອັນຄວນ.