ສະໜາມກິລາໃນຮົມລ້ານຊ້າງເຊັນເຕີ ໂຮງໝໍສະໜາມກຽມພ້ອມຮອງຮັບຜູ້ຕິດເຊື້ອໂຄວິດ-19

522

ຄະນະສະເພາະກິດ  ໄດ້ກຽມພ້ອມໂຮງໝໍທີ່ມີແລ້ວ ແລະ ໂຮງໝໍສະໜາມ 3 ແຫ່ງ ຢູ່ນະຄອນຫຼວງວຽງຈັນ ລວມ1.200ຕຽງ ເພື່ອຮອງຮັບກໍລະນີຜູ້ຕິດເຊື້ອໂຄວິດ-19 ມີຈຳນວນເພີ່ມຂຶ້ນໃນແຕ່ລະວັນ.

ໂດຍມາຮອດວັນທີ 30 ເມສາ 2021 ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໂຄວິດ-19 ທີ່ກຳລັງນອນປິ່ນປົວຕາມໂຮງໝໍທີ່ກຳນົດໄວ້ 508 ຄົນ(ວັນທີ30 ເມສາ ມີກໍລະນີໃໝ່69ຄົນ).

ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ27 ເມສາ 2021 ວ່າ:ຄະນະສະເພາະກິດ ໄດ້ກະກຽມຄວາມພ້ອມຂອງໂຮງໝໍພາກສະໜາມ ຮອງຮັບກໍລະນີມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະວັນ.

ສະນັ້ນນະຄອນຫຼວງວຽງຈັນ ນອກຈາກກຽມພ້ອມໂຮງໝໍທີ່ມີແລ້ວເປັນຕົ້ນໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິລາດ ແລະໂຮງໝໍ103 ກອງທັບ ເພື່ອຮອງຮັບເອົາຄົນເຈັບຕິດເຊື້ອແລ້ວ ຍັງໄດ້ກຽມໂຮງໝໍພາກສະໜາມ3ແຫ່ງສຳຮອງໄວ້; ໃນນີ້ມີ ສູນຝືກກິີລາຫ້ວຍຫົງ, ສະໜາມກີລາລ້ານຊ້າງ ແລະ ສູນຝຶກຊ້ອມກອງທັບຫຼັກ27,  ສັງລວມແລ້ວຢູ່ນະຄອນຫຼວງວຽງຈັນມີ1.200ຕຽງ.

ມາຮອດວັນທີ30 ເມສາ 2021 ຕາມການລາຍງານຂອງMedia Laos ໃຫ້ຮູ້ວ່າ: ສະໜາມກີລາໃນຮົ່ມລ້ານຊ້າງເຊັນເຕີ ຕັ້ງຢູ່ບ້ານໂພນປ່າເປົ້າ ສີສັດຕະນາກ ນະຄອນຫຼວງວຽງຈັນ ພາຍໃຕ້ການຊີ້ນຳຂອງເຈົ້າຄອງ, ຄະນະສະເພາະກິດຕ້ານແລະຄວບຄຸມການລະບາດພະຍາດໂຄວິດ-19 ແລະ ເຈົ້າຂອງສະໜາມກີລາໃນຮົ່ມລ້ານຊ້າງເຊັນເຕີໄດ້ກະກຽມສະຖານທີ່ແລະພ້ອມແລ້ວເພື່ອຮອງຮັບຜູ້ຕິດເຊື້ອທີ່ມີອາການເບົາບາງໄປເກັບໂຕຮັກສາໃນສະຖານທີ່ດັ່ງກ່າວ.