ໂຄວິດລະບາດ ທຸກທີມງານຮອດບໍໄດ້ພັກ

288

ເຊື່ອເລີຍວ່າທຸກມື້ນີ້ຄອບຄົວທີ່ມີສະມາຊິກຄອບຄົວເປັນແພດໝໍຄືຊິບໍ່ຄ່ອຍເຫັນໜ້າກັນ ຫຼື ມີໂອກາດເຫັນກໍ່ຢູ່ຫ່າງໆຕະຫຼອດໃນຊ່ວງນີ້, ໝໍທີ່ຍັງມີລູກນ້ອຍກໍ່ຕ້ອງຫ່າງລູກໂຕເອງຈາກທີ່ຕ້ອງອຸ້ມ, ຫອມ ກອດໃນທຸກໆວັນຕ້ອງປະໃຫ້ພໍ່ແມ່ພີ່ນ້ອງເບິ່ງແທນ ເພື່ອໄປເຮັດໜ້າທີ່ທີ່ຊາດ ແລະປະຊາຊົນມອບໝາຍໃຫ້.

ເຊັ່ນດຽວກັບທີມງານຕອບໂຕ້ແບບໄວ ລວມທັງທີມງານປະສານງານ, ທີມງານສອບສວນ, ທີມງານຕິດຕາມກຸ່ມສໍາຜັດໃກ້ຊິດ, ທີມງານປ້ອນຂໍ້ມູນ ຂອງສູນວິເຄາະ ແລະ ລະບາດວິທະຍາ ຮ່ວມກັບອົງການອະນາໄມໂລກ ແລະ ພາກສ່ວນອື່ນ ໃນຂະນະທີ່ທຸກຄົນຈຳກັດຕົນເອງຢູ່ເຮືອນພວກເພີ່ນເຮັດວຽກຢ່າງຂະຫຍັນຂັນແຂງ ເພື່ອຕີຕ້ານສັດຕູໂຄວິດ.

ທຸກໆມື້ ທີມງານຕ້ອງໄດ້ປະຊຸມລາຍງານຄວາມຄຶບຫນ້າ ແລະ ວາງແຜນວຽກໃນມື້ຕໍ່ໄປ ສໍາລັບການເຝົ້າລະວັງ ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ຂໍເປັນກຳລັງໃຈໃຫ້ທຸກທີມງານທີ່ທຸ່ມເທເພື່ອພາລະກິດລວມຂອງຊາດ ພວກເຮົາທຸກຄົນຈະຢູ່ເຮືອນເພື່ອພວກທ່ານ ແລະຂໍໃຫ້ທຸກຄົນປະຕິບັດຄຳສັ່ງເລກທີ 15 ຢ່າງເຄັ່ງຄັດ.