ວິທີປູກຜັກບົ້ງໄດ້ກິນໄວເໝາະກັບໄລຍະ Lock down ແບບນີ້

700

ຜັກບົ້ງເປັນພືດທີ່ປູກງ່າຍ ຈະເລີນເຕີບໃຫຍ່ໄວ ວ່າແຕ່ມີພື້ນທີ່ປູກ ແລະ ສະພາບດິນມີຄວາມຊຸ່ມຊື່ນພໍສົມຄວນຍິ່ງເຮັດໃຫ້ຜັກບົ້ງມີຄວາມຈະເລີນເຕີບໂຕໄດ້ໄວ.

ຄໍລຳກະສິກຳໃນມື້ນີ້ ຈະນຳພາທ່ານຜູ້ອ່ານໄປຮູ້ຈັກກັບຂັ້ນຕອນໃນການປູກຜັກບົ້ງແບບງ່າຍໆ ທີ່ທຸກທ່ານສາມາດນຳເອົາຂັ້ນຕອນ ຫຼື ວິທີການປູກໄປປະຕິບັດໄດ້ຕາມພື້ນທີ່ວ່າງບໍລິເວນສະຖານບ້ານເຮືອນ ຂອງຕົນເພື່ອເປັນສິນຄ້າ ຫຼື ໄວ້ກິນເອງ.

1. ການກະກຽມໜານປູກ.

ໄຖ ຫຼື ຂຸດດິນເລິກປະມານ 15-20 ຊັງຕີແມັດ, ຈາກນັ້ນໃຫ້ຫວ່ານປູນຂາວ ທົ່ວໜານປະໄວ້ປະມານ 5-7 ມື້ ແລ້ວພວນດິນໃຫ້ລະອຽດເພື່ອຈະໄດ້ແປງເປັນໜານກວ້າງປະມານ 1-1,5 ແມັດ ຫຼື ຄວາມຍາວຂຶ້ນກັບພື້ນທີ່ ຫຼື ຄວາມສະດວກໃນເວລາປະຕິບັດຕົວຈິງ. ຫຼັງຈາກທີ່ເຮັດສຳເລັດຮຽບຮ້ອຍແລ້ວໂຮຍຝຸ່ນຄອກໃຫ້ລະອຽດ, ຝຸ່ນບົ່ມໃນອັດຕາໜຶ່ງກິໂລກຣາມໃນໜານຜັກເພື່ອປູກ.

อาจเป็นรูปภาพของ กลางแจ้ง

2. ການກຽມແກ່ນພັນພືດ.
ແຊ່ແກ່ນຜັກບົ້ງໃນນ້ຳ 10-12 ຊົ່ວໂມງ ກ່ອນນຳໄປປູກ, ໂດຍໃຊ້ຜ້າຫໍ່ ຫຼື ແຊ່ໃນພາຊະນະໃດໜຶ່ງກໍສາມາດນຳໄປປູກໄດ້.

3. ວິທີປູກ.

ຫຼັງຈາກແຊ່ແກ່ນແລ້ວກໍນຳລົງໄປປູກໃສ່ໜານໄດ້ 2 ວິທີຄື:

• ການປູກດ້ວຍວິທີຫວ່ານແກ່ນໃຫ້ທົ່ວໜານ: ຫຼັງຈາກແຊ່ແກ່ນໄດ້ປະມານ 10-12 ຊົ່ວໂມງ ແລ້ວກໍຫວ່ານແກ່ນໃສ່ຕາມໜານໃນອັດຕາ 1 ກິໂລຕໍ່ 20-30 ຕາແມັດ, ແລ້ວກໍຫວ່ານຝຸ່ນບົ່ມໂຮຍປົກບາງໆເພື່ອບໍ່ໃຫ້ແກ່ນສຳພັດກັບແສງແດດໂດຍກົງ, ເພື່ອບໍ່ໃຫ້ແກ່ນຜັກບົ້ງແຫ້ງ ແລ້ວຫົດນໍ້າ.

• ການປູກໂດຍໂຮຍເປັນແຖວ: ໃຊ້ໄມ້ຂີດຕາມລວງຕັດຂອງເສັ້ນຂະໜານໄລຍະຫ່າງ 15-20 ຊັງຕີແມັດ ( ປະມານໜຶ່ງຄືບແລ້ວກໍໂຮຍແກ່ນຜັກບົ້ງໃສ່ຕາມຮອຍຂີດແລ້ວກໍເຂ່ຍດິນປົກໄວ້ບາງໆປະມານ 0,5 ຫາ 1 ຊັງຕີແມັດ ແລ້ວກໍຫົດນ້ຳ.

อาจเป็นรูปภาพของ พื้นหญ้า

4. ການບົວລະບັດຮັກສາ.

ການຫົດນ້ຳຄວນຫົດທຸກມື້ໆ ສອງຄັ້ງເຊົ້າ ແລະ ແລງ, ສະເພາະໃນລະດູຝົນຄວນຫົດແຕ່ຕອນເຊົ້າ. ສ່ວນການໃສ່ປຸ໋ຍຫຼັງຈາກປູກໄດ້ 7-10 ມື້ໃສ່ຝຸ່ນເລັ່ງຄັ້ງທີໜຶ່ງໃນສູດ 46-00-00 ອັດຕາໜຶ່ງບ່ວງແກງຕໍ່ນ້ຳໜຶ່ງບົວ, ຫົດເນື້ອທີ່ 2-3 ແມັດ. ຫລັງຈາກປູກໄດ້ 15-20 ມື້ໃສ່ຄັ້ງທີສອງ 16-20-00 ຫຼື 46-00-00 ອັດຕາໜຶ່ງບ່ວງແກງຕໍ່ນ້ຳໜຶ່ງບົວ ແລ້ວຫົດໃນເນື້ອທີ່ 1-2 ຕາແມັດ. ສ່ວນການກຳຈັດວັດຊະພືດ ຫຼັງຈາກທີ່ປູກໄດ້ 5-7 ມື້ໃຫ້ຈີ້ມ ແລະ ພວນດິນ ເພື່ອກຳຈັດເບ້ຍຫຍ້າ ຫຼື ວັດສະພືດທີ່ເກີດໃໝ່, ກ່ອນຈະໃສ່ຝຸ່ນຄັ້ງທີໜຶ່ງ ແລະ ພວນດີນ, ຫລົກຫຍ້າຫຼັງຈາກປູກໄດ້ 15-20 ມື້ ກ່ອນໃສ່ຝຸ່ນຄັ້ງທີສອງ.

ไม่มีคำอธิบายรูปภาพ

5. ການເກັບຜົນຜະລິດ.

ເມື່ອອາຍຸໄດ້ 25-30 ວັນ (ນັບແຕ່ມື້ປູກ, ຄວນເກັບຜົນຜະລິດຫຼັງໃສ່ຝຸ່ນຢ່າງໜ້ອຍ 5-7 ມື້) ກໍສາມາດເກັບຜັກໄດ້, ໂດຍການຫລົກເອົາທັງຮາກ ມາລ້າງໃຫ້ສະອາດ ແລ້ວເຮັດເປັນມັດ ເພື່ອຂາຍ ຫຼື ນຳໄປປະກອບເພື່ອປຸງແຕ່ງອາຫານ.

ທີ່ມາ: ກະເສດນາບົງ ເພື່ອການພັດທະນາ ໂດຍ: ກໍລະກົດ

ສະໜັບສະໜູນໂດຍ APB