ຄຣິສຕິນາ ລາສະສິມມາ ອອກເດີນທາງໄປປະກວດ Miss Universe ທີ່ ສະຫະລັດອາເມຣິກາ

1028

‘’ຄຣິສຕິນາ ລາສະສິມມາ’’ ຜູ້ທີ່ໄດ້ຄອບຄອງ ມຸງກຸດທີ4 ຂອງ Miss Universe Laos 2020 ເຊິ່ງເປັນແມ່ຍິງລາວຜູ້ມີຄວາມງາມ, ຄວາມຮູ້ ແລະ ຄວາມສາມາດເໝາະສົມກັບຕໍາແໜ່ງອັນຊົງກຽດ ໃນຄໍ່າຄືນຂອງວັນທີ 29 ເມສານີ້ ຄຣິດຕິນາ ກໍ່ໄດ້ເດີນທາງຈາກ ສປປ ລາວໄປຍັງ ຟຣໍລິດ້າ ສະຫະລັດອາເມຣິກາ ເພື່ອເຮັດໜ້າທີ່ຕົວແທນຂອງສາວລາວຊີງມຸງກຸດ Miss Universe ໃນປີນີ້ ແລະ ເປັນຜູ້ນໍາເອົາຄວາມງາມທາງວັດທະນະທໍາ ແລະ ສາຍສະພາຍລາວສູ່ເວທີສາກົນ

ສໍາລັບຄຣິສຕິນາ ຜ່ານມາແມ່ນໄດ້ຮັບຕໍາແໜ່ງ Miss Laos 2012 ແລະ ມີຜົນງານຫຼາກຫຼາຍທັງໃນວົງການບັນເທີງລາວ ແລະ ປະເທດເພື່ອນບ້ານ ບໍ່ວ່າຈະເປັນງານໂຄສະນາ ແລະ ງານເດີນແບບຕ່າງໆ ປັດຈຸບັນ ຄຣິສຕິນາ ແມ່ນອາຍຸ 27 ປີ ສູງ 172 ຊັງຕີແມັດ ເປັນສາວລູກເຄິ່ງ ລາວ-ເບຣາຣຸສ

ຮ່ວມເຊຍ ແລະ ສົ່ງກໍາລັງໃຈໃຫ້ Miss Universe Laos ສູ່ຈັກກະວານ

ເຊຍໃຫ້ສຸດຢຸດທີ່ຈັກກະວານ