ກຳປູເຈຍຕິດເຊື້ອໂຄວິດ ມື້ດຽວ 880 ຄົນ ສົ່ງແພດທະຫານໄປຊ່ວຍສັກຢາວັກແຊັງ

365

ກຳປູເຈຍກວດພົບຜູ້ຕິດເຊື້ອໂຄວິດ-19 ໃນປະເທດ ມື້ດຽວເພີ່ມຂຶ້ນ 880 ຄົນ ຂະນະທີ່ ແພດທະຫານກຽມລົງພື້ນທີ່ຊ່ວຍສັກຢາວັກແຊັງໃນນະຄອນຫຼວງພະນົມເປນ ເຊິ່ງເປັນພື້ນທີ່ສ່ຽງທີ່ສຸດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມື່ອວັນສຸກ ທີ 30 ເມສາ ວ່າ ກະຊວງສາທາລະນະສຸກກຳປູເຈຍໄດ້ລາຍງານສະຖິຕິກ່ຽວກັບໂຄວິດ-19 ໃນຮອບ 24 ຊົ່ວໂມງ ຜ່ານມາ. ໄດ້ຢືນຢັນພົບຜູ້ຕິດເຊື້ອໃໝ່ 880 ຄົນ ທັງໝົດລ້ວນແຕ່ຕິດເຊື້ອພາຍໃນປະເທດ ແລະ ກາຍເປັນສະຖິຕິປະຈຳວັນສູງສຸດ ນັບຕັ້ງແຕ່ກຳປູເຈຍຜະເຊີນກັບການແຜ່ລະບາດ ເມື່ອເດືອນມັງກອນປີຜ່ານມາ. ເຮັດໃຫ້ຈຳນວນຜູ້ຕິດເຊື້ອສະສົມ ໃນປະເທດຢ່າງໜ້ອຍ 12.641 ຄົນ, ປິ່ນປົວເຊົາແລ້ວ 8.119 ຄົນ ເພີ່ມຂຶ້ນ 288 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 91 ຄົນ ເພິ່ມຂຶ້ນ 3 ຄົນ ເປັນຄົນກຳປູເຈຍ ມີອາຍຸລະຫວ່າງ 23-64 ປີ.

อาจเป็นรูปภาพของ หนึ่งคนขึ้นไป, รถจักรยานยนต์ และถนน

อาจเป็นรูปภาพของ หนึ่งคนขึ้นไป, สกูตเตอร์ และกลางแจ้ง

ດ້ານກະຊວງປ້ອງກັນປະເທດກຳປູເຈຍປະກາດແຜນການສະໜັບສະໜູນໂຄງການສັກຢາວັກແຊັງ ໃຫ້ແກ່ປະຊາຊົນໃນນະຄອນຫຼວງພະນົມເປນ ໂດຍການສົ່ງບຸກຄະລາກອນແພດໝໍທະຫານລົງພື້ນທີ່ສັກຢາວັກແຊັງໃຫ້ແກ່ປະຊາຊົນໃນນະຄອນຫຼວງ ເຊິ່ງເປັນພື້ນທີ່ສີແດງ ລະຫວ່າງວັນທີ 1-30 ພຶດສະພານີ້, ມີກຸ່ມເປົ້າໝາຍ 450.000 ຄົນ ໂດຍຈະມີການຈັດສະຖານກະຈາຍໄປທົ່ວນະຄອນຫຼວງ ເພື່ອບໍ່ໃຫ້ມີຄວາມແອອັດເກີນໄປ.