ຫວຽດນາມພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ ຄັ້ງທຳອິດ ໃນຮອບເດືອນ

462

ລັດຖະບານຫວຽດນາມຢືນຢັນພົບຜູ້ຕິດເຊື້ອ ໂຄວິດ-19 ພາຍໃນປະເທດ ເປັນຄັ້ງທຳອິດ ໃນຮອບ 35 ວັນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຮ່າໂນ່ຍ ປະເທດຫວຽດນາມ ເມື່ອວັນສຸກ ທີ 30 ເມສາ ວ່າ ກະຊວງສາທາລະນະສຸກຫວຽດນາມໄດ້ລາຍງານ ສະຖິຕິຜູ້ປ່ວຍຈາກໂຄວິດ-19 ມີຢ່າງໜ້ອຍ 2.910 ຄົນ ໃນທົ່ວປະເທດ ເພີ່ມຂຶ້ນ 45 ຄົນ, ປິ່ນປົວຫາຍດີແລ້ວ 2.516 ຄົນ ແລະ ຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 35 ຄົນ.

อาจเป็นรูปภาพของ หนึ่งคนขึ้นไป, จักรยาน, ดอกไม้, ถนน และถนน

ທັງນີ້, ຈຳນວນຜູ້ຕິດເຊື້ອໃໝ່ລ້າສຸດແບ່ງເປັນຜູ້ທີ່ເດີນທາງມາຈາກຕ່າງປະເທດ 39 ຄົນ ແລະ ອີກ 6 ຄົນ ຕິດເຊື້ອພາຍໃນປະເທດ ໄດ້ແກ່ 4 ຄົນ ເປັນສະມາຊິກໃນຄອບຄົວດຽວກັນ ອາໄສຢູ່ແຂວງຮ່ານາມ ທາງພາກເໜືອຂອງປະເທດ ແລະ ໃກ້ກັບນະຄອນຫຼວງຮ່າໂນ່ຍ ໂດຍຜູ້ປ່ວຍທັງ 4 ຄົນ ມີປະຫວັດສຳຜັດໃກ້ຊິດກັບ ຜູ້ປ່ວຍກໍລະນີ 2.899 ເປັນຊາຍ ອາຍຸ 28 ປີ ທີ່ເດີນທາງກັບຈາກປະເທດຍີ່ປຸ່ນ ແລະ ກັກໂຕຄົບ 14 ວັນ ພ້ອມທັງກວດຫາເຊື້ອ 3 ຄັ້ງ ໃນສະຖານທີ່ກັກໂຕຂອງລັດ ແຕ່ມາລົ້ມປ່ວຍຫຼັງຈາກອອກຈາກເຂດກັກໂຕແລ້ວ.

อาจเป็นรูปภาพของ 1 คน, สกูตเตอร์, รถจักรยานยนต์ และถนน

ຂະນະທີ່ ຜູ້ຕິດເຊື້ອອີກ 2 ຄົນ ເປັນເພດຍິງອາຍຸ 58 ປີ ແລະ ຫຼານສາວອາຍຸ 2 ປີ ອາໄສຢູ່ແຂວງຮຶງອຽນ ຕັ້ງຢູ່ໃກ້ກັບນະຄອນຫຼວງຮ່າໂນ່ຍ ແລະ ແຂວງຮານາມ ທັງສອງຄົນມີປະຫວັດໃກ້ຊິດກັບກໍລະນີທີ 2.899.

อาจเป็นรูปภาพของ 1 คน และข้อความ

ສຳລັບການພົບຜູ້ຕິດເຊື້ອພາຍໃນປະເທດທັງໝົດ ຖືເປັນຄັ້ງທຳອິດ ໃນຮອບ 35 ວັນຂອງຫວຽດນາມ ຫຼັງຈາກນັ້ນ, ລັດຖະບານໄດ້ສັ່ງລັອກດາວສະເພາະຈຸດໃນຫຼາຍພື້ນທີ່ ເພື່ອເລັ່ງກວດສອບຫາພະຍາດ ແລະ ເພີ່ມການເຂົ້າຄັດກອງຫາເຊື້ອໃນພື້ນທີ່ສ່ຽງ.