ໄທສັນ ປະກາດຊົກກັບ ຄູ່ແຂ່ງເກົ່າເມື່ອ 19 ປີກ່ອນ ເດືອນກັນຍານີ້

502

ໄມ ໄທສັນ ຕໍານານແຊັມໂລກມວຍສາກົນຮຸ່ນໃຫຍ່ຮຸ່ນ ເຮຟວີເວດ ປະກາດຂ່າວດີຈະຂຶ້ນຊົກກັບ ເລນນ໊ອກຊ໌ ລູອິສ ອະດີດຄູ່ແຂ່ງໃນເດືອນກັນຍາ 2021 ຫຼັງຈາກທີ່ເຄີຍຊົກກັນມາແລ້ວເມື່ອ 19 ປີກ່ອນ.

ກ່ອນໜ້ານີ້ ໄທສັນ ໄດ້ຂຶ້ນຊົກກັບ ຣອຍ ໂຈນສ໌ ຈູເນຍ ໃນໄຟທ໌ການກຸສົນພາຍໃຕ້ກະຕິກາ 8 ຍົກ ໃນເດືອນພະຈິກ 2020 ຈົບລົງດ້ວຍຜົນສະເໝີກັນ.

ຫຼ້າສຸດມີການຢືນຢັນແລ້ວວ່າ: ໄຟທ໌ການກຸສົນທີ 2 ຂອງ ໄທສັນ ໄດ້ເລືອກຄູ່ຊົກເອົາໄວ້ແລ້ວນັ້ນຄື ລູອິສ ເຊິ່ງທັງສອງເຄີຍຂຶ້ນຊົກກັນມາແລ້ວເມື່ອປີ 2002 ແລະ ຕອນນັ້ນ ລູອິສ ເອົາຊະນະນ໊ອກ ໄທສັນ ໄດ້ຢ່າງສວຍງາມ.
ໄທສັນ ຢືນຢັນວ່າ: ຂ້ອຍຈະຊົກກັບ ເລນນ໊ອກ ລູອິສ ໃນເດືອນກັນຍານີ້.