ຄູມັນ ຜິດຫວັງ ບາເຊໂລນາ ພິກເສຍໃຫ້ກັບ ກຣານາດາ ອົດຂຶ້ນນໍາຕາຕະລາງຄະແນນລວມ

583

ໂຣນັລ ຄູມັນ ຜູ້ຈັດການທີມຂອງ ບາເຊໂລນາ ຍອມຮັບວ່າຕົວເອງຮູ້ສຶກເຈັບປວດທີ່ສຸດທີ່ທີມພາດໂອກາດເກັບຄະແນນແຊງຂຶ້ນນໍາຕາຕະລາງຄະແນນລວມ ລາລີກາ ແອັດສະປາຍ ໄປຢ່າງໜ້າເສຍດາຍ ຫຼັງເປີດບ້ານພິກລ໊ອກເສຍໃຫ້ກັບ ກຣານາດາ 1-2 ເມື່ອວັນທີ 29 ເມສາ 2021.

ນັດດັ່ງກ່າວ ບາເຊໂລນາ ເລີ່ມການແຂ່ງຂັນໄດ້ຢ່າງໂດດເດັ່ນ ໄດ້ປະຕູຂຶ້ນນໍາກ່ອນ 1-0 ຈາກການຍິງຂອງ ລິໂອເນລ ເມສຊີ ນາທີໆ 23, ແຕ່ເຄິ່ງເວລາທີ 2 ກຣານາດາ ພິກຂຶ້ນນໍາ 2-1 ຈາກການຍິງຂອງ ດາວິນ ມາຊິສ ນາທີໆ 63 ແລະ ຊໍເກ້ ໂມລິນາ ນາທີໆ 79 ກ່ອນຈົບການແຂ່ງຂັນທີ່ຄະແນນດັ່ງກ່າວ.

ເຮັດໃຫ້ ບາເຊໂລນາ ພາດໂອກາດຂຶ້ນນໍາຕາຕະລາງຄະແນນລວມຢ່າງໜ້າຜິດຫວັງ ໂດຍຢູ່ອັນດັບ 3 ຄືເກົ່າຈາກການມີ 71 ຄະແນນຈາກ 33 ນັດຕາມຫຼັງທີມນໍາຢ່າງ ແອັດເລຕິໂກ ມາດຣິດ ຢູ່ 2 ຄະແນນຈາກການແຂ່ງຂັນເທົ່າກັນ.

ຫຼັງຈົບການແຂ່ງຂັນ ຄູມັນ ໃຫ້ສໍາພາດວ່າ: ພວກເຮົາທຸກຄົນຕ່າງກໍຜິດຫວັງ ແຕ່ພວກເຮົາຍອມຮັບການເສຍໃນວັນນີ້, ມັນເປັນຫຍັງທີ່ໜ້າເຈັບປວດທີ່ສຸດ ເພາະນີ້ຄືໂອກາດທີ່ສໍາລັບພວກເຮົາທີ່ຈະເກັບໄຊຊະນະ. ຢ່າງໃດກໍຕາມ ອີກ 5 ນັດສຸດທ້າຍ ພວກເຮົາຕ້ອງກຽມຕົວໃຫ້ພ້ອມ.