ອັດຕະປື ໄດ້ຮັບເຄື່ອງຊ່ວຍເຫຼືອ ນໍາໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ຈາກຫຼາຍພາກສ່ວນ

550

ເມື່ອວັນທີ 29 ເມສາ 2021 ທີ່ພະແນກສາທາລະນະສຸກ ແຂວງອັດຕະປື ໄດ້ມີຫຼາຍພາກສ່ວນເຂົ້າມອບເງິນ ລວມທັງເຄື່ອງອຸປະໂພກ-ບໍລິໂພ ແລະ ອື່ນໆ ໃຫ້ແຂວງອັດຕະປື ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ 19 ພາຍໃນແຂວງ.

ໃນນີ້ປະກອບມີບໍລິສັດນິຄົມອຸດສະຫະກໍາ ລັດຕະນະພອນ ມອບນໍ້າດື່ມ 100 ແກັດ,ນໍ້າຊາໂອອິຊິ 40 ແກັດ ແລະ ນົມ,ໝີ້ກ້ອງ,ເປັບຊີ້,ກະທິແດງຢ່າງລະ 30 ແກັດ ລວມມູນຄ່າທັງໝົດ 20 ລ້ານກີບ,ກ່າວມອບໂດຍທ່ານນາງ ລັດຕະນະພອນ ສິງຄໍາປະເສີດ ປະທານບໍລິສັດ.

ບໍລິສັດພັດທະນາຫີນປະເສີດ ລາວ-ຈີນ ຈໍາກັດ ມອບເງິນສົດມູນຄ່າ 130 ລ້ານກີບ,ກ່າວມອບໂດຍທ່ານນາງ ມ້ຽວຣຸຍ (Mieu rui)ຮອງອໍານວຍການໃຫຍ່ບໍລິສັດ; ກ່ອນໜ້ານີ້ຍັງມີພະແນກກະສິກໍາ ແລະ ປ່າໄມ້ແຂວງມອບເງິນສົດ ມູນຄ່າ 5 ລ້ານກີບ,ກ່າວມອບໂດຍທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງອັດຕະປື.


ໃນໂອກາດດັ່ງກ່າວທ່ານ ປທ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ໄດ້ໃຫ້ການຊ່ວຍເຫຼືອທັງວັດຖຸປັດໄຈ ເຊິ່ງການຊ່ວຍເຫຼືອຄັ້ງນີ້ ເປັນອີກບາດກ້າວໜຶ່ງສໍາຄັນໃນການທີ່ຈະເຮັດໃຫ້ແຂວງອັດຕະປື ມີຄວາມເຂັ້ມແຂງໃນພາລະກິດການຕໍ່ສູ້ຕ້ານກັບພະຍາດໂຄວິດ 19 ແລະ ການຊ່ວຍເຫຼືອຂອງບັນດາພາກລັດ ແລະ ເອກະຊົນໃນເທື່ອນີ້ ໄດ້ສະແດງໃຫ້ເຫັນເຖິງ ຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ຄວາມສຳຄັນຕໍ່ຊີວິດ ແລະ ສຸກຂະພາບ ຂອງປະຊາຊົນບັນດາເຜົ່າ ແຂວງອັດຕະປື.


ທ່ານ ປທ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ຍັງໄດ້ໃຫ້ສັນຍາວ່າ: ຈະນໍາໃຊ້ເງິນ ແລະ ເຄື່ອງຊ່ວຍເຫຼືອຈໍານວນດັ່ງກ່າວນີ້ ໃຫ້ຖືກຕ້ອງຕາມວັດຖຸປະສົງ ແລະ ໃຫ້ເກີດປະໂຫຍດສູງສຸດ ໃນພາລະກິດການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ 19 ພາຍໃນແຂວງອັດຕະປື ຢ່າງມີປະສິດທິຜົນ.

ສະໜັບສະໜູນຂ່າວໂດຍ: ບໍລິສັດນິວຈິບເຊັງຈຳກັດ ໂທ:021 513050

ຂ່າວ: ຄອນສະຫວັນ