ໂຮງໝໍແຂວງຫຼວງນໍ້າທາ  ກະກຽມຄວາມພ້ອມຮັບມື ກໍລະນີພະຍາດໂຄວິດ -19 ລະບາດກວ້າງຂຶ້ນ

419

ທ່ານ ແສງວົງ ບຸດຕະວົງ ຜູ້ອຳນວຍການໂຮງໝໍແຂວງຫຼວງນໍ້ທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ໃນວັນທີ 29 ເມສາ2021 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານປິ່ນປົວ ແລະ ຄຸ້ມຄອງກໍລະນີຄົນເຈັບຕິດເຊື້ອພະຍາດໂຄວິດ-19 ທາງໂຮງໝໍໄດ້ກຽມຄວາມພ້ອມເຊັ່ນວ່າ: ທິມງານແພດໝໍ ທີ່ໄດ້ຜ່ານການເຝິກອົບຮົມ,ກຽມສະຖານທີ່, ອຸປະກອນການແພດທີ່ຈຳເປັນ ແລະ ຢາປິ່ນປົວພະຍາດ.

ທາງໂຮງໝໍໄດ້ມີການວາງແຜນຮັບການປິ່ນປົວພະຍາດໂຄວິດ-19 ມີແຜນເຊື່ອມ 3 ໂຮງໝໍຂັ້ນແຂວງຄື: ໂຮງໝໍແຂວງ, ໂຮງໝໍຫະຫານແຂວງ ແລະ ໂຮງໝໍ ປກສ ແຂວງ ສ້າງເປັນໂຮງໝໍເຄືອຂ່າຍ ເພື່ອຮັບກັບການປິ່ນປົວພະຍາດໂຄວິດ. ທ່ານໝໍ ແລະ ພະຍາບານໃນທີມງານໄດ້ມີຄວາມຮັບຜິດຊອບສູງຕໍ່ການປິ່ນປົວຄົນເຈັບ ແລະ ຄົນເຈັບກໍໃຫ້ການຮ່ວມມືດີມີລົດຮັບສົ່ງສະເພາະກໍລະນີມີຄົນເຈັບຕິດເຊື້ອພະຍາດໂຄວິດ-19.

ການນໍາຂັ້ນເທິງ ໂດຍສະເພາະແມ່ນ ການນໍາຂອງແຂວງ, ການນໍາພະແນກສາທາລະນະສຸກແຂວງໄດ້ຖືສຳຄັນ ແລະ ເອົາໃຈໃສ່ໃນການລົງຊຸກຍູ້ໃຫ້ກຳລັງແກ່ພະນັກງານແພດໝໍ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໂດຍສະເພາະແມ່ນການປິ່ນປົວ ແລະ ຕິດຕາມຄົນເຈັບຕິດເຊື້ອໂຄວິດ, ສະຖານທີ່ປິ່ນປົວ.

ເພື່ອແຜນຮອງຮັບກໍລະນີມີຄົນເຈັບພະຍາດໂຄວິດເພີ່ມຂຶ້ນເປັນຈຳນວນຫຼາຍ ໄດ້ມີການວາງແຜນປິ່ນປົວ ແລະ ຄຸ້ມຄອງກໍລະນີພາຍໃນໂຮງໝໍແຜນປິ່ນປົວທີ 1 ຮັບຄົນເຈັບໄດ້ 8 ຄົນ, ແຜນປິ່ນປົວທີ 2 ຮັບຄົນເຈັບໄດ້ 8 ຫາ 21 ຄົນ, ແຜນປິ່ນປົວທີ 3 ຮັບຄົນເຈັບໄດ້ 21 ຫາ 44 ຄົນ.

ຖ້າຄົນເຈັບມີຫຼາຍກວ່າ 44 ຄົນ ຕ້ອງໄດ້ຊອກສະຖານທີ່ນອກໂຮງໝໍຄືແຜນປິ່ນປົວນອກໂຮງໝໍ ແຜນປິ່ນ ປົວທີ 1 ໂຮງໝໍທະຫານແຂວງ 10 ຄົນ ແຜນປິ່ນປົວທີ 2 ຊອກສະຖານທີ່ ໃໝ່ໃຫ້ຮອງຮັບໃຫ້ໄດ້ 200 ຄົນ, ຖ້າຍັງສືບຕໍ່ມີການລະບາດເປັນວົງກວ້າງອາດຈະຂໍນຳໃຊ້ສະຖານທີ່ການສຶກສາ ຫຼື ບ່ອນທີ່ສາມາດຮອງຮັບໄດ້ 400 ຕຽງ.

ຂ່າວ:ມຸນຕີ ໄຊຍະສິດທິວົງ