ສູດສໍາລັບການສ້າງສຸຂະພາບດີ ແລະ ອາຍຸຍືນແບບສາວຍີ່ປຸ່ນ

625

ເຄີຍສົງໄສບໍ່ວ່າເປັນຫຍັງສາວຍີ່ປຸ່ນຈຶ່ງສຸຂະພາບດີ ແລະ ມີອາຍຸຍືນຍາວ ແຖມຜິວພັນຍັງສົດໃສອ່ອນກວ່າອາຍຸຢູ່ຕະຫລອດ ເຖິງອາຍຸຈະຫຼາຍແລ້ວກໍຕາມ ນັ້ນກໍເພາະວ່າຄົນຍີ່ປຸ່ນສ່ວນໃຫຍ່ໃສ່ໃຈເບິ່ງແຍງສຸຂະພາບ ໂດຍສະເພາະເລື່ອງຂອງການກິນ ຕ້ອງໄດ້ຮັບຄຸນຄ່າຂອງສານອາຫານຕ່າງໆຢ່າງຄົບຖ້ວນ ຈຶ່ງເຮັດໃຫ້ຮ່າງກາຍຂອງສາວຍີ່ປຸ່ນຂ້ອນຂ້າງແຂງແຮງບໍ່ເຈັບປ່ວຍງ່າຍ ແລະ ມື້ນີ້ເຮົາກໍນຳເຄັດລັບທີ່ເຮັດໃຫ້ອາຍຸຍືນຍາວແບບສາວຍີ່ປຸ່ນມາຝາກ ແຕ່ລະວິທີບອກເລີຍວ່າເຮັດໄດ້ງ່າຍໆ ເຊິ່ງຈະມີວິທີໃດແດ່ນັ້ນໄປເບິ່ງກັນເລີຍ

ກິນປາເປັນຫຼັກ: ປາຖືວ່າເປັນອາຫານຫລັກທີ່ຄົນຍີ່ປຸ່ນມັກກິນຕະຫລອດ ເນື່ອງຈາກປາມີໂປຣຕີນ ແລະ ໄຂມັນຕໍ່າ ແລະ ວິທີການນຳໄປເຮັດອາຫານນັ້ນກໍນິຍົມເຮັດໂດຍການຫນຶ້ງ, ຕົ້ມ, ປີ້ງ ເພື່ອຄົງຄຸນຄ່າຂອງສານອາຫານໄວ້ໄດ້ຫລາຍທີ່ສຸດ

ດື່ມຊາຂຽວເປັນປະຈໍາ: ຊາຂຽວເປັນເຄື່ອງດື່ມທີ່ຊ່ວຍຕ້ານອະນຸມູນອິດສະຫຼະໄດ້ດີຫຼາຍ ແລະ ຍັງມີສານອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍ ສາມາດຫຼຸດຄວາມສ່ຽງໃນການເກີດໂລກຫົວໃຈ, ໂລກມະເຮັງ ແລະ ໂລກຫຼອດເລືອດໄດ້ ທາງທີ່ດີຂໍແນະນຳໃຫ້ດື່ມຊາຂຽວໃນແບບທີ່ບໍ່ໃສ່ນໍ້າຕານ ເພື່ອຈະໄດ້ຮັບປະໂຫຍດຈາກຊາຂຽວໄດ້ຢ່າງເຕັມທີ່

ກິນຜັກເປັນປະຈໍາ: ເນື່ອງຈາກຜັກມີເອນໄຊ ທີ່ຈະຊ່ວຍຍ່ອຍອາຫານຈານຫລັກໄດ້ງ່າຍຫຼາຍຂຶ້ນ ແລະ ຍັງຊ່ວຍຫຼຸດອາການບວມນໍ້າຫຼັງຈາກກິນອາຫານທີ່ມີໂຊດຽມສູງໄດ້ອີກດ້ວຍ ຈຶ່ງເຮັດໃຫ້ຄົນຍີ່ປຸ່ນສ່ວນຫລາຍມີອາການບວມນໍ້າແຖມຍັງມີລະບົບຂັບຖ່າຍທີ່ດີອີກດ້ວຍ

ກິນອາຫານໃນພາຊະນະນ້ອຍໆ: ການຈັດອາຫານລົງໃນພາສະນະນັ້ນ ຄົນຍີ່ປຸ່ນນິຍົມຈັດອາຫານແຕ່ລະຊະນິດໃຫ້ແຍກອອກຈາກກັນ ບໍ່ວ່າຈະເປັນເຂົ້າ, ແກງ, ສະຫລັດ, ອາຫານແຫ້ງ, ອາຫານຈືນ ແລະ ຈະລົງໃສ່ຖ້ວຍ ຫຼື ພາຊະນະທີ່ມີຂະຫນາດນ້ອຍສະເໝີ ເພື່ອເປັນການຄວບຄຸມປະລິມານອາຫານໃຫ້ກິນແຕ່ພໍອີ່ມ ບໍ່ຫລາຍ ຫລື ບໍ່ຫນ້ອຍຈົນເກີນໄປ ການໃສ່ອາຫານລົງໃນພາຊະນະທີ່ນ້ອຍຍັງເຮັດໃຫ້ກິນອາຫານໄດ້ໜ້ອຍລົງອີກດ້ວຍ

ການທີ່ເຮົາມີສຸຂະພາບທີ່ດີ ແລະ ອາຍຸຍືນໄດ້ນັ້ນ ເຮົາຕ້ອງມີການເອົາໃຈໃສ່ດູແລຕົວເອງທັງໃນເລື່ອງຂອງການກິນ ລວມໄປເຖິງການອອກກຳລັງກາຍຢ່າງສະໝໍ່າສະເໝີ ເພື່ອທີ່ເຮົາຈະໄດ້ມີພູມຄຸ້ມກັນໃນການປ້ອງກັນໂລກໄພຕ່າງໆໄດ້ເປັນຢ່າງດີ ແລະ ຄວນເອົາໃຈໃສ່ດູແລສຸຂະພາບຂອງເຮົາໃຫ້ດີຢ່າງຕໍ່ເນື່ອງ ບໍ່ແມ່ນເຮັດພຽງແຕ່ເທື່ອສອງເທື່ອແລ້ວສຸຂະພາບຈະດີ ດັ່ງນັ້ນເຮົາຄວນເບິ່ງແຍງ ແລະ ເອົາໃຈໃສ່ສຸຂະພາບຢ່າງເປັນປະຈຳທຸກໆມື້ເພື່ອສຸຂະພາບຂອງເຮົາຈະໄດ້ແຂງແຮງ ແລະ ມີອາຍຸຍືນຍາວຄືກັບຄົນຍີ່ປຸ່ນນັ້ນເອງ

ຂໍ້ມູນຈາກ: snook.com